Top Ad

header ads

ວິທີແກ້ຜົມຫຼົ່ນດ້ວຍສະໝຸນໄພ




ສາວໆຮູ້ບໍ່ວ່າມີສະໝຸນໄພຕັງຫຼາຍໂຕທີ່ສາມາດຊ່ວຍຫຼຸດແລະຮັກສາອາການຜົມຫຼົ່ນໄດ້ມື້ນີ້ພວກເຮົານຳເອົາສະໝູນໄພທີ່ຊ່ວຍຮັກສາ ຜົມຫຼົ່ນມາຝາກກັນຖ້າໃຜບໍ່ຢາກຫົວລ້ານຫ້າມພາດ

ສູດຮັກສາຜົມຫຼົ່ນດ້ວຍມາກຂີ້ຫູດ
ນຳໝາກຂີ້ຫູດສົດໆປະມານ 4-5 ໜ່ວຍມາຕົ້ມໃນນ້ຳຮ້ອນຈົນນິ້ມຈາກນັນໃຊ້ຜ້າຂາວບາງຫໍ່ໄວ້ບີບ ແລະ ຄັ້ນເອົາແຕ່ນ້ຳເມື່ອໄດ້ນ້ຳໝາກຂີ້ຫູດ ແລ້ວໃຫ້ນຳມາພົມໃຫ້ທົ່ວຜົມ ແລະ ໂຄນຜົມໝັກປະໄວ້ປະມານ 5 ນາທີແລ້ວຄ່ອຍສະຜົມ ໃຫ້ສະອາດສູດນີ້ສາມາດເຮັດໄດ້ອາທິດລະ 1-2 ຄັ້ງ ຜົມຈະຄ່ອຍໆແຂງແຮງຂື້ນ ແລະ ສັງເກດໄດ້ວ່າຜົມຫຼົ່ນໜ້ອຍລົງ


ສູດຮັກສາຜົມຫຼົ່ນດ້ວຍຂິງ
ນຳຂິງແກ່ 1 ຫົວໄປຂາງໄຟຈົນອຸ່ນຈາກນັນນຳໄປຕຳໃຫ້ລະອຽດແລ້ວຫໍ່ດ້ວຍຜ້າຂາວບາງເຮັດເປັນລູກປະຄົບນຳມາປະຄົບທີ່ກົກຜົມຜົມໃຫ້ທົ່ວ ປະໄວ້ປະມານ 20 ນາທີແລ້ວສະຜົມໃຫ້ສະອາດວິທີນີ້ນ້ຳມັນຈາກຂິງຈະຊ່ວຍເຮັດ ໃຫ້ຮາກຜົມແຂງແຮງຂື້ນ ແລະ ກະຕຸ້ນການເກີດໃໝ່ຂອງເສັ້ນຜົມນຳ



ສູດຮັກສາຜົມຫຼົ່ນດ້ວຍຫວ້ານຫາງແຂ້
ນຳຫວ້ານຫາງແຂ້ປະມານ 3-4 ຕົນມາປອກເປືອກອອກຈົນເຫຼືອແຕ່ເນື້ອໃສໆແລ້ວລ້າງນ້ຳໃຫ້ສະອາດ ແລະ ນຳມາບີບໃຫ້ ແລະ ເປັນເນື້ອດຽວ ກັນຈາກນັ້ນນຳມາພົມໃຫ້ທົ່ວຫົວໝັກປະໄວ້ປະມານ 20-30 ນາທີແລ້ວຄ່ອຍສະຜົມໃຫ້ສະອາດສູດນີ້ຈະຊ່ວຍບຳລຸງເສັ້ນຜົມໃຫ້ແຂງແຮງຫຼຸດອາການຜົມຫຼົ່ນ ແລະ ເຮັດໃຫ້ຜົມດຳເງົາງາມຫຼາຍຂື້ນ


ສູດຮັກສາຜົມຫຼົ່ນດ້ວຍດອກອັນຊັນ
ນຳດອກອັນຊັນປະມານໜຶ່ງກຳມືມາຕຳໃຫ້ລະອຽດຈາກນັ້ນຜະສົມກັບນ້ຳລ້າລົງໄປເລັກນ້ອຍຄົນໃຫ້ເຂົາກັນແລ້ວໃຫ້ນຳມາພົມທີ່ຫົວແລະຜົມໝັກປະໄວ້ມານ 30 ນາທີແລ້ວຄ່ອຍສະຜົມໃຫ້ສະອາດດອກອັນຊັນຈະຊ່ວຍກະຕຸ້ນໃຫ້ເລືອດໄປລ້ຽງເສັ້ນຜົມຫຼາຍຂື້ນ ເຮັດໃຫ້ຜົມແຂງແຮງ ແລະ ຫຼົ່ນໜ້ອຍລົງ ນອກຈາກນີ້ຍັງຈະຊ່ວຍກະຕຸ້ນການງອກໃໝ່ຂອງເສັ້ນຜົມ ແລະ ຊ່ວຍໃຫ້ ຜົມດົກດຳຂື້ນນຳ




ທີ່ມາ http://news.com.la/detail/15430


Ad