Top Ad

header ads

ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເບິ່ງຄືເຂົ້າມາພ້ອມກັບການປ່ຽນແປງຢ່າງຫຼວງຫຼາຍໃນການເມືອງ ແລະ ການບໍລິຫານລັດ



ເລີ່ມຕົ້ນຈາກທ່າທີ່ເຂັ້ມງວດຕາມຄຳສັ່ງນາຍົກເລກທີ່ 15/2016 ທີ່ຫ້າມສົ່ງໄມ້ອອກຢ່າງເດັດຂາດ ດ້ວຍການລົງພື້ນທີ່ຕໍ່ເນື່ອງ ແລະ ຈິງຈັງ
ຕາມດ້ວຍການປະຊາສຳພັນລັດຖະບານໃນສັງຄົມອອນລາຍຢ່າງທີ່ບໍ່ເຄີຍປາກົດມາກ່ອນໃນລັກສະນະຂອງນັກການເມືອງລາວ
ຕໍ່ດ້ວຍນະໂຍບາຍລ່າສຸດໃນການປະຕິຮູບລະບົບຈັດເກັບພາສີທີ່ເຂັ້ມງວດ ແລະ ປ່ຽນຈາກລະບົບເຈົ້າພາສີເກັບເງິນສົດສົ່ງຄຣັງທີ່ມີໂອກາດຮົ່ວໄຫຼ ໃຫ້ກາຍເປັນລະບົບສັ່ງຈ່າຍຜ່ານທະນາຄານທີ່ເບິ່ງຄືຈະໂປ່ງໃສກວ່າ
ພາຍໃນໄລຍະເວລາບໍ່ເທົ່າໃດເດືອນ ປະຊາຊົນລາວເລີ່ມຮູ້ສຶກເຖິງຄວາມປ່ຽນແປງຂອງພາກລັດ ແລະ ຜູ້ບໍລິຫານ ເຖິງກັບຍ້ອງຍໍວ່າ ທ່ານ ທອງລຸນຜູ້ນີ້ເປັນ "ນາຍົກຂອງປະຊາຊົນ" ໂຕຈິງ
ຍັງມີຫຼາຍປັນຫາທີ່ລໍຖ້າການເຂົ້າມາແກ້ໄຂຈາກລັດຖະບານ ມາເບິ່ງກັນຕໍ່ໄປວ່າ ທ່ານທອງລຸນຈະສາມາດເຮັດໃຫ້ປະເທດລາວຫຼຸດພົ້ນຈາກຄວາມທຸກຍາກພາຍໃນປີ 2025 ໄດ້ຫຼືບໍ່
Ad