Top Ad

header ads

ເຕືອນ​ໄພ​ຄົນ​ນອນ​ເດິກ​ - ນອນ​ບໍ່​ພຽງພໍ..ຄວນລະ​ວັງ​ 16 ອາການ​ທີ່ຈະ​ຕາມ​ມາ​ຈາກ​ການ​ນອນ​ເດິກ​!!

ສະໄໝ​ນີ້​ບໍ່​ວ່າ​​ເດັກນ້ອຍ​ ​ຜູ້ໃຫຍ່​ ກໍ​ມັກ​ນິຍົມ​ຈະ​ນອນ​ເດິກ​ໆ​ກັນ​ສາ​ເຫດ​ອາດ​ມາ​ຈາກ​ເວລາ​ໃນ​ການ​ເຮັດ​ວຽກ​, ການຮຽນ ຫລື​ ອື່ນ​ໆ​ ເຊິ່ງ​ອາດ​ບໍ່​ເຄີຍ​ຮູ້​ກັນ​ມາ​ກ່ອນ​ເລີຍ​ວ່າ​ຖ້ານອນ​ເດິກ​ໆ​ຕິດ​ກັນ​ເປັນ​ເວລາຍາວ​ອາດ​ເຮັດໃຫ້​ພະຍາດ​ຕ່າງ​ໆ​ ຖາ​ມຫາ​ ແລະ ​ເປັນ​ອັນຕະລາຍ​ຕໍ່​ສຸກຂະພາບ​ໄດ້​ ເຊິ່ງ​16 ຂໍ້​ທີ່​ຈະ​ກ່າວ​ຕໍ່ໄປ​ນີ້​ ເປັນ​ອາການ​ທີ່​ຕາມ​ມາຫຼັງ​ຈາກ​ທີ່ທ່ານ​ນອນ​ເດິກ​
1. ເຈັບ​ຫົວ​ ມີຄົ​ນ​ຈຳນວນ​ເຖິງ ​58% ທີ່ນ​ອນ​ເດິກ​ແລ້ວ​ມີ​ອາການ​ເຈັບຫົວ​ຕາມ​ມາ​ຈາກ​ການ​ພັກ​ຜ່ອນ​ບໍ່​ພຽງ​ພໍ​
2. ສາຍ​ຕາ​ບໍ່ດີຄືເກົ່າ​ ເພາະ​ອາດ​ເກີດ​ອາການ​ປະສາດ​ຫຼອນ​ຈາກ​ການ​ນອນ​ນ້ອຍ​
3. ອາລົມ​ບໍ່​ດີ​ ມີ​ອາການ​ຫງຸດ​ຫງິດ​ ເນື່ອງ​ຈາກ​ນອນ​ບໍ່​ພໍ​
4. ນ້ຳ​ໜັກ​ຂຶ້ນ​ ເພາະ​ຮໍ​ຣ໌​ໂມນ​ມີ​ການ​ປ່ຽນ​ແປງ​ ເຮັດໃຫ້​ຢາກກິນ​ອາຫານ​ຫລາຍ​ຂຶ້ນ​
5. ລະບົບ​ການ​ຮຽນ​ຮູ້ຫຼຸດລົງ​ ການ​ນອນ​ບໍ່​ພຽງ​ພໍ​ຈະ​ເຮັດໃຫ້​ຄວາມ​ຈຳ​ ແລະ ​ການ​ຮຽນ​ຮູ້ຫຼຸດລົງ
6. ອາການ​ຕອບສະຫນອງ​ຊ້າ​ ການ​ຕອບສະຫນອງ​ຈະ​ເຮັດ​ໄດ້​ຊ້າ​ກວ່າປົກກະ​ຕິ​
7. ພະຍາດ​ຫົວ​ໃຈ​ ອາດ​ເຮັດໃຫ້​ເກີດ​ຄວາມ​ດັນ​ສູງ​ເພາະ​ພັກ​ຜ່ອນ​ໜ້ອຍ​ ສ່ຽງ​ຕໍ່​ການ​ເປັນ​ພະຍາດ​ຫົວ​ໃຈ​
8. ສະ​ມາ​ທິ​ສັ້ນ​ ເພາະ​ນອນ​ບໍ່​ພໍ​ ຈິດ​ໃຈ​ຣະ​ວົນ​ກະ​ວາຍ​
9. ຕິດ​ພະຍາດ​ງ່າຍ​ ພູ​ມຄຸ້ມ​ກັນ​ຫລຸດລົງ​ ເພາະ​ຮ່າງກາຍ​ອ່ອນເພຍ​
10. ເຮັດວຽກ​ຜິດ​ພາດ​ ເພາະ​ເກີດ​ອາການຢາກຫຼັບ(ງ່ວງ)​ໃນ​ລະຫວ່າງ​ເຮັດວຽກ​
11. ມີກິ່ນ​ປາກ​ ຜົນ​ການ​ວິ​ໄຈ​ບອກ​ວ່າ​ຄົົນທີ່​ນອນ​ນ້ອຍ​ຈະ​ມີກິ່ນ​ປາກ​ ແລະ ​ມີ​ໂອ​ກາດ​ເວົ້າ​ຕິດ​ອ່າງອີກ​ດ້ວຍ​
12. ເປັນ​ຫວັດ​ງ່າຍ​ ການ​ພັກ​ຜ່ອນ​ນ້ອຍ​ເຮັດໃຫ້​ສ່ຽງ​ຕໍ່​ການ​ເປັນ​ຫວັດ​ງ່າຍ​ກວ່າ​ຄົົນທີ່​ພັກ​ຜ່ອນ​ພຽງ​ພໍ​ເຖິງ​ 3 ເທົ່າ​
13. ເກີດ​ອາ​ການ​ຈິດ​ຕົກ​ ເພາະ​ຕອນ​ກາງ​ຄືນ​ບໍ່​ໄດ້​ນອນ​ ສົ່ງ​ຜົນ​ຕໍ່​ອາລົມ​ຄວາມ​ຮູ້ສຶກ​
14. ເກີດ​ຄວາມ​ສ່ຽງ​ເວລາ​ຂັບ​ຂີ່​ ເປັນ​ອັນຕະລາຍ​ຫລາຍ​ ເພາະ​ອາດ​ເກີດ​ອາການ​ຫຼັບ​ໃນ​ໄດ້​
15. ອັນຕະລາຍ​ເຖິງ​ຊີວິດ​ ຫາກ​ນອນ​ບໍ່​ຫຼັບ​ແບບ​ຊຳເຮື້ອ​ ເປັນ​ອັນຕະລາຍ​ເຖິງ​ຂັ້ນ​ເສຍຊີວິດ​ໄດ້​
16. ຄວາມ​ຈຳ​ເສື່ອມ​ ສ່ຽງ​ຕໍ່​ການ​ເປັນ​ພະຍາດ​ອັນ​ໄຊ​ເມີ​ຣ໌​ ເພາະ​ນອນ​ບໍ່​ພໍ​ເປັນ​ເວລາ​ດົນ​ 


Ad