Top Ad

header ads

ລັດຖະບານ ອະນຸມັດເງິນສຸກເສີນ 200ລ້ານກີບ ຊ່ວຍໄພນ້ຳຖ້ວມທີ່ຫຼວງພະບາງ

ຄະນະກຳມະການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ນຳໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ , ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວບັນເທົາທຸກ ໄພທຳມະຊາດນ້ຳຖ້ວມທີ່ ແຂວງຫຼວງພະບາງໃນວັນທີ 22 ສິງຫາຜ່ານມານີ້.
ໃນການເຄື່ອນໄຫວຄັ້ງນີ້, ທ່ານລັດຖະມົນຕີກະຊວງ ຮສສ ໄດ້ຮັບຟັງການລາຍງານ ສະພາບການໄພພິບັດນ້ຳຖ້ວມ ຢູ່ແຂວງຫຼວງພະບາງ ຈາກທ່ານ ບົວຄົງ ນາມມະວົງ ຮອງເຈົ້າແຂວງຫຼວງພະບາງ ຄະນະກຳມະການປ້ອງກັນໄພພິບັດຂັ້ນແຂວງຊຶ່ງໄດ້ຍົກໃຫ້ເຫັນວ່າ:
ໃນລະຫວ່າງວັນທີ 8-20 ສິງຫາ 2016 ຜ່ານມານີ້ໄດ້ມີ ຝົນຕົກໜັກຢູ່ທຸກເມືອງ ພາຍໃນແຂວງຫຼວງພະບາງໄດ້ເຮັດ ໃຫ້ເກີດນ້ຳຖ້ວມຊຸຢ່າງກະທັນ ຫັນເຮັດໃຫ້ 100 ບ້ານຖືກນ້ຳ ຖ້ວມ 3.159 ຄອບຄົວ ໄດ້ຮັບ ຜົນກະທົບ ເຮືອນຖືກນ້ຳຖ້ວມ 257 ຫຼັງ ເປ່ເພ 60 ກວ່າຫຼັງຖືກ ນ້ຳຊຸໄຫຼໄປ 22 ຫຼັງ ເສັ້ນທາງ ຫຼວງແຫ່ງຊາດເລກທີ 13 ເໜືອ ຖືກເປ່ເພ 11 ຈຸດ ເສັ້ນທາງຫຼວງ ທ້ອງຖິ່ນ 57 ເສັ້ນຖືກຕັດຂາດ, ຂົວ 16 ແຫ່ງ ໃນນັ້ນ ຂົວເບຕົງ 5 ແຫ່ງ, ຂົວອູ່ 8 ແຫ່ງຖືກພັດ ໄຫຼໜີ, ໂຮງຮຽນ 4 ຫຼັງ, ສຸກສາລາ 2 ຫຼັງ, ຊົນລະປະທານ 27 ແຫ່ງ, ຄອງເໝືອງ 41ຈຸດ ຍາວ 733 ແມັດຖືກທຳ ລາຍຍ້ອນກະແສນ້ຳ, ໄຮ່ນາຖືກເສຍຫາຍ ເປັນຈຳນວນຫຼາຍເນື້ອທີ່ນາ 187ກວ່າເຮັກ ຕາ, ໄຮ່ 9 ເຮັກ ຕາ,ສວນໄມ້ໃຫ້ໝາກ 89 ເຮັກຕາ ແລະ ອື່ນໆ ຊຶ່ງຈະຕ້ອງໄດ້ປະເມີນຜົນເສຍຫາຍຕື່ມອີກ ເພື່ອລາຍງານລັດຖະບານ.
ພາຍຫຼັງຮັບຟັງລາຍງານ ສະພາບການ ແລະ ຜົນເສຍ ຫາຍແລ້ວທ່ານ ຄຳແພງ ໄຊສົມແພງ ໄດ້ຕາງໜ້າຄະນະ ກ່າວສະແດງຄວາມເຫັນໃຈ ຕໍ່ໄພພິບັດທີ່ເກີດຂຶ້ນໃນຄັ້ງນີ້ ຊຶ່ງກໍ່ໃຫ້ເກີດຜົນເສຍຫາຍຕໍ່ຊັບສິນຂອງລັດ ແລະ ບຸກຄົນເປັນຈຳນວນບໍ່ໜ້ອຍແຕ່ຍ້ອນ ຄະນະພັກຄະນະນຳແຂວງມີ ໄຫວພິບໃນການນຳພາຮັບມື ກັບໄພພິບັດດັ່ງກ່າວຈຶ່ງເຮັດ ໃຫ້ທຸກພາກສ່ວນໄດ້ຮ່ວມ ແຮງຮ່ວມໃຈກັນເປັນເຈົ້າແກ້ ໄຂສະພາບການຢ່າງມີປະສິດທິຜົນ ແລະ ຈະໄດ້ຮີບຮ້ອນປັບ ປຸງຊີວິດການເປັນຢູ່ຂອງປະ ຊາ ຊົນໃຫ້ຄືນສູ່ປົກກະຕິຫຼັງຈາກ ນັ້ນ ທ່ານ ຄຳແພງ ໄຊສົມແພງ ໄດ້ມອບເງິນສົດ 100 ລ້ານກີບ ເພື່ອຊື້ເຄື່ອງອຸປະໂພກບໍລິ ໂພກ ແລະ ອີກ 100 ລ້ານກີບ ເປັນເງິນຄ່ານ້ຳມັນສຳລັບຂົນ ສົ່ງ, ໄດ້ປະສານເອົາ ລົດບັນທຸກ ນ້ຳ, ລົດກອງນ້ຳສະອາດ ແລະ ຕຸກນ້ຳດື່ມຈຳນວນ 800 ຕຸກ ພ້ອມທັງເຄື່ອງແຕ່ງກິນ ແລະ ເຄື່ອງນຸ່ງຫົ່ມຈຳນວນໜຶ່ງ, ພາ ລະກິດຂອງຄະນະດັ່ງກ່າວສິ້ນ ສຸດລົງດ້ວຍການລົງຢ້ຽມຢາມ ເມືອງຊຽງເງິນ ຊຶ່ງເປັນບ່ອນທີ່ ຖືກກະທົບ ຫຼາຍສົມຄວນ ຢູ່ທີ່ ນັ້ນເລຂາພັກເມືອງ ເຈົ້າເມືອງ ແລະ ຄະນະໄດ້ລາຍງານສະ ພາບຜົນເສຍຫາຍ ແລະ ຄວາມ ຕ້ອງການເພື່ອບັນເທົາທຸກຫຼັງ ຈາກນັ້ນໄດ້ລົງຢ້ຽມຢາມຄອບ ຄົວພື້ນຖານການຜະລິດທີ່ຖືກ ກະທົບຈຳນວນໜຶ່ງ.
ພາລະກິດຂອງຄະນະກຳ ມະການປ້ອງກັນ ແລະ ຄວບ ຄຸມໄພພິບັດແຫ່ງຊາດນຳພາ ໂດຍທ່ານ ຄຳແພງ ໄຊສົມແພງ ຄັ້ງນີ້ເຮັດໃຫ້ປະຊາຊົນ ເຫັນໄດ້ຄວາມເປັນຫ່ວງເປັນ ໄຍຂອງພັກ ແລະ ລັດຖະບານ ຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນລາວ ບັນດາເຜົ່າໃນຕໍ່ໜ້າ ຄະນະດັ່ງກ່າວຈະໄດ້ລົງຢ້ຽມ ຢາມບັນດາແຂວງພາກເໜືອ ທີ່ຖືກຜົນກະທົບຕື່ມອີກ.



ທີ່ມາ ສຳນັກຂ່າວສານປະເທດລາວ
Ad