Top Ad

header ads

ທນບ ເຊກອງປ່ອຍສິນເຊື່ອໄດ້ເກືອບ2 ຮ້ອຍຕື້ກີບ

     ແຕ່ປີ 2012-2016 ທະນາຄານນະໂຍບາຍ (ທນບ) ໄດ້ປະກອບສ່ວນສຳຄັນໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ໂດຍສະເພາະແມ່ນປະຊາຊົນທີ່ອາໄສຢູ່ຈຸດສຸມພັດທະນາ ແລະບ້ານ 3 ສ້າງ ຊຶ່ງໃນໄລຍະຜ່ານມາສາມາດປ່ອຍສິນເຊື່ອໃນແຂວງເຊກອງໄດ້ 180 ຕື້ກວ່າກີບ.

     ວັນທີ 17 ສິງຫາ 2016 ທະ ນາຄານນະໂຍບາຍ (ທນບ) ໄດ້ເປີດໜ່ວຍບໍລິການອີກແຫ່ງໜຶ່ງຂຶ້ນທີ່ບ້ານໃໝ່ຫົວເມືອງໆ ລະມາມແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງ, ທ່ານ ນະຈັນ ຕະລີວົງ ຫົວໜ້າທະນາ ຄານແຫ່ງ ສປປ ລາວ ປະຈຳພາກໃຕ້ທີ່ ແຂວງຈຳປາສັກ ທ່ານ ບົວເງິນ ພົງສະຫວັດ ຜູ້ອຳນວຍການໃຫຍ່ທະນາຄານນະໂຍບາຍ, ພ້ອມນັ້ນກໍມີຄະ ນະກຳມະການຄຸ້ມຄອງສິນເຊື່ອຂັ້ນແຂວງ-ເມືອງ, ບັນດາຜູ້ປະກອບການແລະນັກທຸລະກິດເຂົ້າຮ່ວມ.
     ໃນພິທີ ທ່ານ ສົມສະໜຸກ ຈັນດາລາ ຫົວໜ້າທະນາຄານນະໂຍບາຍສາຂາ ແຂວງອັດຕະປືໃຫ້ຮູ້ວ່າ: ທະນາຄານນະໂຍບາຍສາຂາອັດຕະປືສ້າງຕັ້ງຂຶ້ນໃນວັນທີ 25 ທັນວາ 2012 ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢູ່ໃນ 2 ແຂວງຄື: ແຂວງອັດຕະປື ແລະແຂວງເຊກອງ ໂດຍໃນເມື່ອກ່ອນແມ່ນມີ 5 ໜ່ວຍບໍລິການຂຶ້ນກັບ, ໃນນີ້ຢູ່ແຂວງເຊກອງມີ 2 ໜ່ວຍບໍລິການຄື: ໜ່ວຍບໍລິການເມືອງກະລຶມ ແລະໜ່ວຍບໍລິການເມືອງດາກຈຶງ ຊຶ່ງເຄື່ອນໄຫວໃນຂອບເຂດເມືອງເປົ້າໝາຍແກ້ໄຂຄວາມທຸກຍາກ, ຈຸດສຸມຂອງລັດຖະບານ-ທ້ອງຖິ່ນ ແລະບ້ານ 3 ສ້າງ.
     ໂດຍການປ່ອຍສິນເຊື່ອຢູ່ແຂວງເຊກອງແຕ່ປີ 2012 ຫາທ້າຍເດືອນກໍລະກົດ 2016 ເປັນຈຳນວນເງິນ 180,4 ຕື້ກວ່າກີບ, ໃນນີ້ໄດ້ປ່ອຍໃນເມືອງເປົ້າໝາຍແກ້ໄຂຄວາມທຸກຍາກລວມມີ 117 ບ້ານ 4.903 ຄອບຄົວເປັນຈຳນວນເງິນທັງໝົດ 128 ຕື້ກວ່າກີບ ແລະປ່ອຍໃນບ້ານ 3 ສ້າງ-ເຂດຈຸດສຸມລວມມີ 14 ບ້ານ 1.442 ຄອບຄົວເປັນຈຳນວນເງິນ 52 ຕື້ກວ່າກີບ ຊຶ່ງເປົ້າໝາຍການປ່ອຍສິນເຊື່ອແມ່ນເລັ່ງໃສ່ສົ່ງເສີມການຜະລິດກະສິກຳ (ປູກຝັງ-ລ້ຽງສັດ) ເປັນສິນຄ້າ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວດີຂຶ້ນເປັນກ້າວໆ.
      ທ່ານ ສົມສະໜຸກ ຈັນດາລາ ກ່າວຕື່ມອີກວ່າ: ທະນາຄານນະໂຍບາຍເປັນທະນາຄານ ຂອງລັດສ້າງຕັ້ງຂຶ້ນໃນປີ 2009 ເຮັດໜ້າທີ່ໃນການສະໜອງສິນເຊື່ອໃຫ້ປະຊາຊົນຢູ່ບັນດາເມືອງຈຸດສຸມພັດທະນາ ແລະບ້ານ 3 ສ້າງ ຊຶ່ງການເປີດໜ່ວຍບໍລິການຢູ່ເມືອງລະມາມແຂວງເຊກອງໃນຄັ້ງນີ້ແມ່ນໜຶ່ງໃນແຜນການຕໍ່ຍອດການຂະຫຍາຍເຄືອຂ່າຍການບໍລິການໃຫ້ເຂົ້າເຖິງປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫຼີກຫຼາຍຂຶ້ນກວ່າເກົ່າ.


Ad