Top Ad

header ads

ໄມ້ທ່ອນ ມູນຄ່າ 3 ລ້ານໂດລາ ຂອງພໍ່ຄ້າລາວ ຖືກຍຶດຢູ່ໄທ! ຜ່ານລາວໄປໄດ້ແນວໃດ?


ທາງການໄທຢຶດໄມ້ເຖື່ອນທີ່ສົ່ງຈາກລາວ ຈຳນວນ 20 ຕູ້ຄອນເທນເນີກຽມສົ່ງໄປຮ່ອງກົງ

ທາງການໄທຢຶດຕູ້ຄອນເທນເນີຈຳນວນ 20 ຕູ້ທີ່ທ່າເຮືອແຫລມສະບັງ ໃນມື້ວານນີ້ທີ 24/8/2016 ຊຶ່ງທາງໃນເປັນໄມ້ເຖື່ອນທີ່ສົ່ງຈາກລາວ ເພື່ອຈະໄປປະເທດທີ 3 ຄື ຮົງກົງ ໃນເອກະສານແຈ້ງເປັນຖ່ານແຕ່ໃນຕູ້ເປັນໄມ້ ຊຶ່ງຂ້າງໃນຕູ້ບັນຈຸໄມ້ ຂະຍູງ ແລະໄມ້ຄຳພີ ມູນຄ່າ ປະມານ 1,000,000$ ຖ້າຫາກສົ່ງໄປຮອດປະເທດທີ 3 ຈະມີມູນຄ່າເຖິງ 3,000,000$.

ຂໍທາງເຈົ້າໜ້າທີ່ລາວກວດສອບຄືນວ່າໄມ້ທີ່ສົ່ງໄປຕັ້ງ 20 ຕູ້ຄອນເທນເນີສາມາດຜ່ານດ່ານລາວໄປໄດ້ແນວໃດ ທັ່ງທີ່ທ່ານນາຍົກມີຄຳສັ່ງເດັດຂາດຫ້າມສົ່ງອອກໄມ້ທີ່ບໍ່ໄດ້ແປຮູບແລ້ວທຸກຊະນິດ.

ກົດອ່ານຂ່າວຈາກ ຂ່າວສົດຂອງໄທ:​http://www.khaosod.co.th/view_newsonline.php?newsid=1472039263
Ad