Top Ad

header ads

ຄວາມເຂັ້ມງວດດ້ານລະບຽບກົດໝາຍປ່າໄມ້ຈະນຳຜົນປະໂຫຍດຫຼາຍຢ່າງໃຫ້ແກ່ລາວ



 ຜູ້ຕາງໜ້າສະຖາບັນປ່າໄມ້ເອີຣົບປະຈຳລາວໃຫ້ຮູ້ຢູ່ໃນກອງປະຊຸມວິຊາການຮ່ວມກັບສະຖາ ບັນປ່າໄມ້ເອີຣົບກ່ຽວກັບການກະກຽມໃຫ້ແກ່ການເຈລະຈາເປັນຄູ່ຮ່ວມຄ້າໄມ້ແບບສະມັກໃຈທີ່ຈັດຂື້ນເມື່ອມໍ່ໆມານີ້ວ່າ: ການທີ່ ສປປລາວຮ່ວມກັບສະຫະພາບເອີຣົບຈັດຕັ້ງປະຕິບັດກົດໝາຍປ່າໄມ້,ຄຸ້ມຄອງໄມ້ ແລະ ຄ້າໄມ້ ຫຼື ແຜນ ງານ FLEGT ມັນຈະສະໜອງຜົນຢ່າງຫຼວງຫຼາຍມາໃຫ້ ສປປລາວເປັນຕົ້ນແມ່ນການເພີ່ມມູນຄ່າໃຫ້ແກ່ຂະແໜງການປຸງແຕ່ງໄມ້ຂະຫຍາຍຕະຫຼາດການສົ່ງອອກໄມ້,ການເພີ່ມລາຍຮັບໃຫ້ແກ່ພາກລັດ,ສ້າງໂອກາດໃນການມີວຽກເຮັດງານທຳ,ສົ່ງເສີມການແຂ່ງຂັນລະຫວ່າງບໍລິສັດຕ່າງໆ,ລວມທັງການບໍລິຫານຈັດການປ່າໄມ້ແບບຍືນຍົງ.
          ຜຸູ້ຕາງໜ້າສະຖາບັນປ່າໄມ້ກ່າວວ່າ: ການຕັດໄມ້ທຳລາຍປ່າ ແລະ ການເຊື່ອມໂຊມຂອງປ່າໃນ ສປປ ລາວ ແມ່ນບັນຫາຫຼັກທີ່ລັດຖະບານໄດ້ຄົ້ນຄ້ວາເພື່ອແກ້ໄຂໃນຫຼາຍທົດສະວັດທີ່ຜ່ານມາ,ເນື່ອງຈາກວ່າປ່າໄມ້ເປັນແຫຼ່ງຊັບພະຍາກອນທີ່ມີຄ່າໃນການສ້າງລາຍຮັບໃຫ້ປະເທດຊາດສົ່ງເສີມການພັດທະນາເສດຖະກິດ,ຊ່ວຍຫຼຸດຜ່ອນການປ່ຽນແປງຂອງສະພາບດິນຟ້າອາກາດປົກປັກຮັກສາຊີວະນາໆພັນ ແລະ ເສີມສ້າງຄວາມໝັ້ນຄົນໃນການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນແຕ່ຜ່ານມານັ້ນສາເຫດຫຼັກຂອງການສູນເສຍແຫຼ່ງຊັບພະຍາກອນປ່າໄມ້ໃນລາວແມ່ນຄວາມທຸກຍາກ ແລະ ການສ້າງສາທັດທະນາປະເທດຊາດຊຶ່ງສັງເກດໄດ້ໂດຍການຕັດໄມ້ທີ່ຜິດກົດໝາຍການຖາງປ່າເຮັດໄຮ່ແບບເລື່ອນລອຍການປັບປ່ຽນເນື້ອທີ່ປ່າຍ້ອນການພັດທະນາດ້ານພື້ນຖານໂຄງລ່າງການຂະຍຫາຍເນື້ອທີ່ການຂຸດຄົ້ນບໍ່ແຮ່ການກະສິກຳ ແລະ ການຕັ້ງຖິ່ນຖານຕ່າງໆເຖິງວ່າຕະຫຼອດໄລຍະເວລາດັ່ງກ່າວລັດຖະບານກໍບໍ່ໄດ້ລົດລະຄວາມພະຍາຍາມໃນການປົກປັກຮັກສາປ່າໄມ້ຈົນມາເຖິງປັດຈຸບັນ ແລະ ຍຸດທະສາດໜຶ່ງທີ່ສຳຄັນທີ່ລັດຖະບານລາວກຳລັງເລີ່ມແມ່ນການຮ່ວມມືກັບສະຫະ ພາບເອີຣົບຈັດຕັ້ງປະຕິບັດກົດໝາຍປ່າໄມ້ຄຸ້ມຄອງໄມ້ ແລະ ຄ້າໄມ້ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນເຂົ້າໃນວຽກງານປົກປັກຮັກສາປ່າໄມ້. ໂດຍໄດ້ລິເລີ່ມມາແຕ່ປີ 2003 ເພື່ອແນ່ໃສ່ສົ່ງເສີມການຄຸ້ມຄອງຂະແໜງປ່າໄມ້ສົ່ງເສີມການຫຼຸດຜ່ອນຄວາມທຸກຍາກ ແລະ ການບໍລິຫານຈັດການຊັບພະ ຍາກອນທຳມະຊາດແບບຍືນຍົງພາຍໃຕ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈຊຶ່ງເປັນສັນຍາທີ່ຈະປັບປຸງການຈັດຕັ້ງປະຕິບັດການຄຸ້ມຄອງກົດໝາຍໃນຂະແໜງການປ່າໄມ້ໃນ ສປປ ລາວ ກໍຄືປະເທດຄູ່ຮ່ວມການຄ້າລະບົບການຮັບປະກັນຄວາມຖືກຕ້ອງຕາມກົດໝາຍຊຶ່ງຈະຮັບປະກັນວ່າໄມ້ ແລະ ຜະລິດຕະພັນໄມ້ທີ່ສົ່ງອອກສູ່ຕະຫຼາດສະຫະພາບເອຣົດແມບມີໃບອະນຸຍາກຕາມກົດໝາຍ ແລະ ຈະຖືກນຳໃຊ້ເປັນມາດຕະຖານໃນທົ່ວໂລກ.



ທີ່ມາ ລາວພັດທະນາ
Ad