Top Ad

header ads

ສປປ ເກົາ­ຫຼີ ຍິງລູກສອນໄຟໄປສູ່ທະ­ເລ

ຫ້ອງ­ການຂອງສະ­ພາເສ­ນາທິການກອງ­ທັບ ສ ເກົາ­ຫຼີ ຖະແຫຼງເມື່ອວັນທີ 3 ສິງ­ຫານີ້ວ່າ ສປປ ເກົາ­ຫຼີ ໄດ້ຍິງລູກສອນໄຟນັດໜຶ່ງຈາກແຄມຝັ່ງທະ­ເລ ອອກໄປສູ່ນອກຝັ່ງທະ­ເລ ໃນຂະ­ນະດຽວກັນ ຂ່າວ­ສານກຽວໂດ ຂອງຍີ່­ປຸ່ນ ກໍ່ລາຍງານໂດຍອ້າງຕາມຄຳເວົ້າຂອງເຈົ້າໜ້າ­ທີ່ ສ ເກົາ­ຫຼີ ແລະ ຍີ່­ປຸ່ນ ໃຫ້ຮູ້ວ່າ ໃນຕອນເຊົ້າຂອງວັນທີ 3 ສິງ­ຫານີ້ ສປປ ເກົາ­ຫຼີ ໄດ້ຍິງລູກສອນໄຟໜ່ວຍໜຶ່ງອອກໄປຍັງດ້ານທະເລຍີ່­ປຸ່ນ ແລະ ຕົກ­ລົງໃນເຂດສິດທິພິ­ເສດດ້ານເສດ­ຖະ­ກິດພິ­ເສດ (EEZ) ຂອງຍີ່­ປຸ່ນ.
ກ່ອນໜ້ານີ້ເມື່ອປີ 1998 ສປປ ເກົາ­ຫຼີ ກໍ່ໄດ້ຍິງລູກສອນໄຟ Taepodong-1 ໜ່ວຍໜຶ່ງຜ່ານຍີ່­ປຸ່ນ ແລະ ຕົກ­ລົງໃນເຂດ EEZ ຂອງຍີ່­ປຸ່ນ ຢູ່ໃນມະ­ຫາສະ­ໝຸດປາຊີຟິກ.
ຂ່າວແຈ້ງ­ວ່າ ປັດ­ຈຸ­ບັນນີ້ ຍັງບໍ່ເປັນທີ່ຈະແຈ້ງ­ວ່າ ລູກສອນໄຟທີ່ຍິງໄປເທື່ອຫຼ້າສຸດນີ້ເປັນປະເພດໃດໃນເທື່ອກ່ອນໆ ຖືວ່າ ສປປ ເກົາ­ຫຼີ ໄດ້ທົດລອງຍິງລູກສອນໄຟ Musudan ຂະ­ໜາດປານກາງ.
ການຍິງລູກສອນໄຟເທື່ອນີ້ຂອງ ສປປ ເກົາ­ຫຼີ ມີຂຶ້ນຫຼັງຈາກທີ່ປະ­ເທດນີ້ມີຄຳຂູ່ຕໍ່ແຜນການຂອງ ສ ອາເມຣິກາ ໃນການແນ­ໃສ່ຜັນຂະ­ຫຍາຍລະ­ບົບປ້ອງກັນລູກສອນໄຟ THAAD ຢູ່ໃນ ສ ເກົາ­ຫຼີ ໃນທ້າຍປີ­ໜ້າ.

ທີ່ມາ Pathedlao lao
Ad