Top Ad

header ads

ພວກພະນັກງານກູ້ໄພລາຍງານການໂຈມຕີດ້ວຍສານຄລໍຣີນ ໃສ່ເມືອງ Aleppo ຂອງຊີເຣຍ



ຢ່າງນ້ອຍ ມີ 70 ຄົນ ໄດ້ຮັບການປິ່ນປົວກ່ຽວ​ກັບບັນຫາການຫາຍໃຈໃນວັນອັງຄານທີ່ຜ່ານມາຢູ່ໃນເມືອງ Aleppo ຂອງຊີເຣຍ ຫຼັງຈາກ​ໃນ​ອັນທີ່ພະນັກງານຊ່ວຍກູ້ໄພກ່າວວ່າ: ເປັນການໂຈມຕີດ້ວຍແກັສຄລໍຣີນ ໂດຍກຳລັງລັດຖະບານຊີເຣຍ.
ໜ່ວຍປ້ອງກັນພົນລະເຮືອນຂອງຊີເຣຍ ໄດ້ກ່າວວ່າ: ເຮືອບິນເຮລິຄອບເຕີ້ຫຼາຍລຳໄດ້ຖິ້ມລະ​ເບີດຖັງທີ່ບັນຈຸດ້ວຍ​ແກັສຄລໍຣີນຈຳນວນ​ນຶ່ງ​ລົງໃສ່ຄຸ້ມ al-Sukkari ທີ່ຄວບຄຸມໂດຍກຸ່ມຕໍ່ຕ້ານລັດຖະບານ.
ກຸ່ມສິ້ງຊອມສິດທິມະນຸດ​ໃນຊີເຣຍທີ່ມີຫ້ອງການຕັ້ງຢູ່ໃນອັງກິດຍັງໄດ້ລາຍງານວ່າ: ມີການໂຈມຕີດ້ວຍລະເບີດຖັງຢູ່ໃນພື້ນທີ່ແຕ່ບໍ່ສາມາດຢັ້ງຢືນໄດ້ວ່າເປັນການໂຈມຕີທີ່ກ່ຽວພັນກັບສານຄລໍຣີນ ຫຼື ບໍ່.
ການກ່າວຫາຕ່າງໆກ່ຽວ​ກັບການໂຈມຕີດ້ວຍສານເຄມີເປັນເລື່ອງທີ່ເກີດຂຶ້ນເປັນປະຈຳໃນບັນຫາຂັດແຍ້ງຂອງຊີເຣຍ ໂດຍທັງຝ່າຍລັດຖະບານ ແລະ ພວກຕໍ່ຕ້ານໄດ້ຖິ້ມໂທດໃສ່ກັນ ແລະ ກັນໃນລະຫວ່າງ 5 ປີທີ່ຜ່ານມາ.
ບັນດາຜູ້ກວດກາສາກົນໄດ້ອອກບົດລາຍງານສະບັບໜຶ່ງເມື່ອເດືອນແລ້ວນີ້ທີ່ກ່າວວ່າ: ກຳລັງລັດຖະບານ ແລະ ກຸ່ມຫົວຮຸນແຮງລັດອິສລາມຕ່າງກໍ່ໄດ້ທຳການໂຈມຕີດ້ວຍສານເຄມີຕໍ່ກັນ ບັນດານັກຊ່ຽວ ຊານຂອງອົງການສະຫະປະຊາຊາດ ໄດ້ກ່າວໃນວັນອັງຄານວ່າ: ການສືບສວນສອບສວນໃນຂໍ້ກ່າວຫາກ່ຽວ​ກັບການໂຈມຕີດ້ວຍສານເຄມີແມ່ນມີ​ຢູ່ຕໍ່​ມາໃນຕົ້ນປີນີ້ລວມທັງທີ່​ເມືອງ Aleppo ນຳດ້ວຍ.

ທີ່ມາ http://news.com.la/detail/19031
Ad