Top Ad

header ads

ເລຂາທິການໃຫຍ່ ສປຊ ຢ້ຽມຢາມສູນອົບຮົມເກັບກູ້ລະເບີດ

 ວັນທີ 7 ກັນຍາ 2016 ນີ້, ທ່ານ ບັນກີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ພ້ອມຄະນະໄດ້ເດີນທາງໄປຢ້ຽມຢາມສູນຝຶກອົບຮົມເກັບກູ້ລະເບີດແຫ່ງຊາດ,
ຢູ່ບ້ານອີ່ໄລ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີກາານສັງຄົມ ພ້ອມດ້ວຍຄະນະ.
     ໃນໂອກາດນີ້ ທ່ານລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ລາຍງານສະພາບການໂດຍລວມແກ່ທ່ານເລຂາທິການໃຫຍ່ໂດຍລະບຸວ່າ: ສປປ ລາວ ເປັນປະເທດດຽວໃນໂລກທີ່ຖືກກະທົບຢ່າງໜັກໜ່ວງຈາກລະເບີດບໍ່ທັນແຕກຕົກຄ້າງໃນຊຸມປີ 1964-1973, ມີລະເບີດຫຼາຍກວ່າ 2 ລ້ານໂຕນ ຖືກຖີ້ມລົງໃສ່ຜືນແຜ່ນດິນລາວ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຈິ່ງເປັນບັນຫາທີ່ຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະເປັນອຸປະສັກອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະການແກ້ໄຂຄວາມທຸກຍາກຂອງປະຊາຊົນ.
     ຕໍ່ບັນຫາດັ່ງກ່າວ ລັດຖະບານຈຶ່ງໄດ້ເລີ່ມປະຕິບັດວຽກງານ ແຕ່ປີ 1996 ໂດຍການສ້າງແຜນຍຸດທະສາດກ່ຽວກັບວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງສຳລັບປີ 2011-2020 ແລະໃນປີ 2010 ລັດຖະບານໄດ້ຮັບຮອງເອົາ MDG 9 ເປັນເປົ້າໝາຍສະເພາະຂອງ ສປປ ລາວ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ.
     ສະນັ້ນ, ເພື່ອກ້າວເຂົ້າໄປສູ່ການພັັດທະນາແບບຍືນຍົງໃນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້ ລັດຖະບານໄດ້ປະກາດໃຫ້ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງເປັນເປົ້າໝາຍ SDG ອັນດັບທີ 18 ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ແລະສຳເລັດແຜນຍຸດທະສາດ 5 ປີ ນັ້ນຍັງມີຄວາມຕ້ອງການທາງດ້ານທຶນຮອນ, ເຕັກນິກວິຊາການຢ່າງຫຼວງຫຼາຍຈາກພາຍໃນ ແລະຕ່າງປະເທດ, ຈິ່ງຂໍຮຽກຮ້ອງມາຍັງບັນດາປະເທດຜູ້ໃຫ້ທຶນຊ່ວຍເຫຼືອ, ອົງການຈັດຕັ້ງສາກົນຕ່າງໆໂດຍສະເພາະອົງການສະຫະປະຊາຊາດ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ນັ້ນໃຫ້ນັບມື້ ໝົດໄປຈາກຜືນແຜ່ນດິນລາວ.
     ໃນໂອກາດດຽວກັນທ່ານ ບັນ ກີ ມູນ  ພ້ອມຄະນະກໍໄດ້ໄປຢ້ຽມຊົມໜ່ວຍງານ ສະໜາມດິນກະສິກຳບ້ານນາຊາຍທອງ, ເມືອງພູກູດ ແຂວງຊຽງຂວາງຢູ່ສູນດັ່ງກ່າວ ຊຶ່ງເຈົ້າໜ້າທີ່ສະໜາມດິນກະສິກຳ ກໍໄດ້ລາຍງານເຖິງສະພາບການປະຕິບັດວຽກງານເກັບກູ້ລະເບີດໃນເນື້ອທີ່ 17.500 ກວ່າຕາແມັດ ແລະມາຮອດປະຈຸບັນໄດ້ກວດສຳເລັດແລ້ວ 11.500 ຕາແມັດ ແລະສາມາດກວດພົບລູກລະເບີດທັງໝົດ 38 ລູກ, ໃນນີ້ ເປັນບົ່ມບີ້ 33 ໜ່ວຍ ແລະສຳພະວຸດອື່ນໆ 5 ລູກ.
     ແນວໃດກໍຕາມການເດີນທາງໄປຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ສປຊ ທ່ານໄດ້ຮັບຮູ້ບັນຫາໂດຍລວມ ແລະຄວາມທ້າທາຍຂອງປະຊາຊົນລາວຕໍ່ບັນຫາລະເບີດບໍ່ທັນແຕກທ່ີຕົກຄ້າງໃນແຜ່ນດິນລາວເທົ່ານັ້ນ ຫາກຍັງບໍ່ມີການສະເໜີແນວຄວາມຄິດຊ່ວຍເຫຼືອໃນສະເພາະໜ້າແຕ່ຢ່າງໃດ.

ທີ່ມາ ເສດຖະກີດ ສັງຄົມ
Ad