Top Ad

header ads

ບາເຊໂລນາໄຟຂຽວ ອະນຸຍາດ "ເນມາ" ຍ້າຍຮ່ວມທັບ "ເປແອສເຊ"


ບາເຊໂລນາ ມະຫາອຳນາດລູກໜັງລາລີກາໄດ້ອະນຸຍາດໃຫ້ ເນມາ ຍ້າຍສະໂມສອນໄດ້ ເພື່ອເຂົ້າຮ່ວມທັບ ເປແອສເຊ (Paris St-Germain) ດ້ວຍຄ່າໂຕ 222 ລ້ານຢູໂຣ ກາຍເປັນນັກເຕະທີ່ມີຄ່າໂຕແພງທີ່ສຸດໃນໂລກໄປໃນທັນທີ.
ເນມາ ກອງໜ້າຊາວເບຣຊິນອາຍຸ 25 ໄດ້ກ່າວກັບເພື່ອນຮ່ວມທີມໃນຂະນະທີ່ຝຶກຊ້ອມເມື່ອວັນພຸດນີ້ວ່າ ຕ້ອງການທີ່ຈະອອກຈາກຍັກໃຫຍ່ແຫ່ງວົງການລູກໜັງສັນຊາດສະເປນ.
ຫຼັງຈາກນັ້ນ ເອເນສໂຕ ບັນເບເດ ຜູ້ຈັດການສະໂມສອນກໍໄດ້ອະນຸຍາດໃຫ້ ເນມາ ບໍ່ຕ້ອງເຂົ້າຮ່ວມການຝຶກຊ້ອມ ແລະ "ເລືອກອະນາຄົດຂອງຕົນເອງ".
Ad