Top Ad

header ads

ວິທີແກ້ປັນຫາການເງິນ ເກັບເງິນບໍ່ຢູ່ ໜີ້ສິນລົ້ນພັນຕົວ ເສີມບາລະມີການເງິນ



1. ເຮັດໃຫ້ເຂົາຮູ້ສຶກເປັນຄົນພິເສດ : ດີຕໍ່ເຂົາຄືກັບຕອນຄົບກັນໃໝ່ໆ ແລະ ດີຕະຫລອດໄປ ແມ່ນແຕ່ການສະແດງອອກນ້ອຍໆກໍບໍ່ຄວນເມີນເສີຍ ເພາະໃຜໆກໍມັກການສະແດງອອກຂອງຄວາມຮັກພຽງແຕ່ປາກບໍ່ເວົ້າເທົ່ານັ້ນ ເຊັ່ນ : ການສຳຜັດ, ການກິນເຂົ້າຮ້ານອາຫານທີ່ມັກ ຫລື ການໃຫ້ຂອງຂັວນນ້ອຍໆ ມັນສະແດງເຖິງຄວາມຮັກໄດ້ດີກ່ວາເພດສຳພັນ.
2. ຈື່ມື້ສຳຄັນໄດ້ ເທົ່າກັບເຂົາເປັນຄົນສຳຄັນ : ທ່ານບໍ່ໄດ້ເກີດມາເພື່ອຈື່ໄດ້ທັງໝົດ 365 ມື້, ແຕ່ຖ້າທ່ານຍັງບໍ່ເຄີຍລືມວັນເກີດໂຕເອງ ສະນັ້ນກໍຢ່າລືມວັນເກີດເຂົານຳ ລວມເຖິງວັນສຳຄັນທີ່ມີຕໍ່ກັນ ເພາະມີບໍ່ເທົ່າໃດຄົນທີ່ເຮົາຈະຈື່ເຂົາໄດ້ໃນຊົ່ວຊີວິດນີ້.
3. ສະໜັບສະໜູນສິ່ງທີ່ເຂົາຕ້ອງການ : ຄົນທຸກຄົນລ້ວນແຕ່ຕ້ອງການຄວາມຊ່ວຍເຫລືອເປັນບາງຄັ້ງຄາວ ບໍ່ຈຳເປັນຕ້ອງຕິດ ຕາມທຸກສະຖານະການ ເພາະມັນຈະເຂົ້າຂ່າຍໜ້າລຳຄານ, ແຕ່ຍາມທີ່ເຂົາຕ້ອງການສິ່ງໃດ ຫລື ຂໍຄວາມຊ່ວຍເຫລືອ ກໍຢ່າເຮັດໂຕ ເປັນນັກທຸລະກິດທີ່ມີວຽກໃນຊີວິດຫລາຍຂຶ້ນມາທັນທີທັນໃດ.
4. ຮູ້ຈັກຄຳຂໍໂທດ : ການຂໍໂທດບໍ່ໄດ້ເຮັດໃຫ້ທ່ານເບິ່ງອ່ອນແອ (ໃນແມ່ຍິງ) ຫລື ຂາດຄວາມເປັນຜູ້ນຳ (ໃນຜູ້ຊາຍ). ກົງກັນຂ້າມມັນຈະເຮັດໃຫ້ທ່ານເປັນຕາຮັກໃນສາຍຕາເຂົາ, ແຕ່ກໍຢ່າເຮັດຜິດຕະຫລອດຈົນເບິ່ງເປັນຄົນບໍ່ເອົາໃຈໃສ່.
5. ຟັງ : ການພະຍາຍາມເຂົ້າໃຈຄົນອື່ນຖືເປັນສິ່ງຈົບງາມ ຫາກທ່ານເປັນເຈົ້າຂອງນິໄສນີ້ ກໍສະແດງວ່າທ່ານເປັນຄົນທີ່ເປີດໃຈ. ການເຮັດເປັນບໍ່ສະຫລາດແດ່ກໍຖືເປັນສະເໜ່ ແລະ ບໍ່ຈຳເປັນຕ້ອງເຮັດໂຕຮູ້ທັນໄປໝົດທຸກເລື່ອງ (ມັນຈະເພີ່ມໂອກາດຂອງການຜິດຖຽງກັນ) ເລື່ອງບາງເລື່ອງກໍບໍ່ຈຳເປັນຕ້ອງສະແດງຄວາມຄິດເຫັນ ຜູ້ຊາຍ ຫລື ແມ່ຍິງບໍ່ໄດ້ເຂົ້າໃຈຍາກ ຕາບໃດທີ່ທ່ານເອົາໃຈໃສ່ທີ່ຈະຮັບຟັງ.
6. ຢ່າພະຍາຍາມບັງຄັບຄວບຄຸມ : ບາງຄົນມັກທີ່ຈະຄວບຄຸມຄົນຮັກ ອາດຈະເລີ່ມຈາກເລື່ອງນ້ອຍໆ ເຊັ່ນ : ເລື່ອງບໍ່ໃຫ້ໄປໃສກັບໝູ່ ຫລື ບໍ່ໃຫ້ເຂົາຄົບກັບໝູ່ບາງຄົນ,​ ແຕ່ຄວາມຮັກບໍ່ແມ່ນການເປັນເຈົ້າຂອງ ຫລື ຄວບຄຸມ ແລະ ຖ້າທ່ານພະຍາຍາມປ່ຽນແປງໃຜນັ້ນກໍບໍ່ແມ່ນຄວາມຮັກແລ້ວ, ແຕ່ເກີດຈາກຄວາມບໍ່ໝັ້ນຄົງທາງຈິດໃຈຂອງທ່ານເອງຫລາຍກ່ວາ.
7. ຊຸກຍູ້ເຂົາໃຫ້ດີຂຶ້ນ : ຖ້າທ່ານຮູ້ຈັກເຂົາດີກ່ວາຄົນອື່ນ, ຮູ້ຂໍ້ດີຂໍ້ເສຍຂອງເຂົາ ກໍຈົ່ງເຮັດໃຫ້ເຂົາເອົາຊະນະຂໍ້ບົກພ່ອງຂອງໂຕ ເອງໄປໃຫ້ໄດ້ ຄອຍໃຫ້ກຳລັງໃຈ ບໍ່ພຽງແຕ່ເຂົາຈະກາຍເປັນຄົນທີ່ດີຂຶ້ນ ທ່ານເອງກໍຈະກາຍເປັນຄົນທີ່ດີຂຶ້ນໄປນຳ ແລະ ກ້າມຂ້າມສິ່ງຕ່າງໆໄປນຳກັນໄດ້.

CR: Laoslike.com
Ad