Top Ad

header ads

ມາເລເຊຍ ສັ່ງຕັດເງີນເດືອນຄະນະລັດຖະມົນຕີ 10% ແບ່ງເບົາພາລະໜີ້ສິນປະເທດ




ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນກົວລາລັມເປີປະເທດມາເລເຊຍເມື່ອວັນທີ່ 23 ພຶດສະພາວ່າ ດຣ.ມະຫາເທ ໂມຣັມຫມັດ ນາຍົກລັດຖະມົນຕີມາເລເຊຍກ່າວພາຍຫຼັງເສັດສິ້ນການປະຊຸມຄະນະລັດຖະມົນ ເມື່ອວັນພຸດວ່າທີ່ປະຊຸມມີມະຕິເຫັນພ້ອມໃຫ້ປັບຫລຸດເງີນເດືອນຂອງລັດຖະມົນຕີທຸກຄົນລວມໂຕເຂົາດ້ວຍ 10% ເພື່ອເປັນການຮ່ວມບັນເທົາພາລະການເງີນຂອງປະເທດ ໂດຍ ດຣ.ມະຫາເທ ອາຍຸ 92 ປີ ກ່າວດ້ວຍວ່າ ທ່ານເປັນຜູ້ສະເໜີແນວຄິດຫລຸດເງີນເດືອນເຂົ້າສູ່ທີ່ປະຊຸມເອງ ຊື່ງເປັນມາດຕະການດຽວກັບໃນຊ່ວງທີ່ທ່ານຮັບຕຳແໜ່ງນາຍົກລັດຖະມົນຕີເປັນຄັ້ງທຳອິດ ເມື່ອປີ 1980

ຜູ້ນຳມາເລເຊຍກ່າວຕໍ່ໄປວ່າ ລັດຖະມົນຊຸດປັດຈຸບັນຈະພະຍາຍາມເຮັດທຸກວິຖີທາງຕາມຂະບວນການທາງກົດໜາຍ ເພື່ອຫລຸດໜີ້ສາທາລະນະຂອງປະເທດທີ່ໃນຕອນນີ້ສູງເກີນກວ່າ 1 ລ້ານລ້ານຮິງກິດ  ຄິດເປັນ 65 % ຂອງຜະລິດຕະພັນມວນລວມໃນປະເທດ (ຈີດີພີ) ຊື່ງວິທີການຂອງທ່ານລວມເຖິງການຍຸບໜ່ວຍງານ “ທີ່ບໍ່ຈຳເປັນ” ຊື່ງສ່ວນໃຫ່ຍກໍ່ຕັ້ງໃນສະໄໜລັດຖະບານອົງທ່ານນາຈິບ ຣາຊັຄ ເຊັ່ນ ຄະນະລັດຖະມົນຕີນັກວິຊາການແຫ່ງຊາດ (ເອັນພີເອັນ) ແລະຄະນະກຳມະທິການການຂົນສົ່ງສາທາລະນະທາງບົກ (ເອສພີເອດີ) ໂດຍໃຫ້ຖ່າຍໂອນ ວຽກງານທັງໜົດກັບໄປຍັງກະຊວງທີ່ກ່ຽວຂ້ອງຄືກະຊວງສຶກສາທິການ ແລະກະຊວງຄົມມະນາຄົມຕາມລຳດັບ


ຂະນະດຽວກັນ ດຣ.ມະຫາເທ ຍັງກ່າວເຖິງ “ການທົບທວນ” ແລະ “ການກວດສອບ” ໂຄງການຮ່ວມທືນເມກະໂປເຈັກກັບນານາປະເທດ ທີ່ລັດຖະບານຂອງ ທ່ານນາຈິບ ດຳເນີນການໄວ້ ຊື່ງຜູ້ນຳມາເລເຊຍກ່າວວ່າ ຈະມີການຍົກເລີກ “ບາງໂຄງການ” ແຕ່ຍັງສະງວນລາຍຊື່ລະອຽດ ປະເດັ່ນຕໍ່ມາກ່ຽວກັບພາລະກິດຄົ້ນຫາເບາະແສເຄື່ອງບິນໂດຍສານຂອງມາເລເຊຍ ແອໄລ ຖ້ຽວບິນເອັມເອຊ 370 ທີ່ຫາຍຊາບສູນໄປຕັ້ງແຕ່ປີ 2014 ວ່າທ່ານຫວັງໃຫ້ການຄົ້ນຫາດຳເນີນຕໍ່ໄປ ເນື່ອຈາກຄອບຄົວຂອງຜູ້ສູນຫາຍທັງ 239 ຄົນ ຍັງຄົງຖ້າຄຳຕອບ ແຕ່ຈະມີການພິຈາລະນາຂໍ້ຕົກລົງການຄົ້ນຫາລະຫວ່າງລັດຖະບານກັບບໍລິສັດເອກະຊົນ ແລະອາດຈະມີການຍົກເລີກ “ຖ້າຈຳເປັນ” ນອກຈາກນີ້ຜູ້ນຳມາເລເຊຍຢືນຍັນວ່າ ລາຄານ້ຳມັນເບນຊິນໃນປະເທດຈະຍັງຄົງບໍ່ປ່ຽນແປງ ແມ່ນວ່າລາຄານ້ຳມັນດິບໃນຕະຫຼາດໂລກພຸ່ງເກີນກວ່າ 70 ດອລລາ (ປະມານ 2,240 ບາດ) ຕໍ່ບາເຣລແລ້ວກໍ່ຕາມ


ຄວາມເຄື່ອນໄຫວດັງກ່າວຂອງ ດຣ.ມະຫາເທ ເກີດຂື້ນ ຫຼັງທ່ານນາຈິບເຂົ້າໃຫ້ປາກຄຳກັບຄະນະກຳມະທິການຕໍ່ຕ້ານການສໍ້ລາດບັງຫລວງ (ເອັມເອຊີຊີ) ທີ່ນະຄອນກົວລາລັມເປີ ເມື່ອວັນອັງຄານທີ່ຜ່ານມາ ກ່ຽວກັບ “ທີ່ໄປທີ່ມາ” ຂອງເງິນ 10.6 ລ້ານດອລລາ ຈາກກອງທຶນດ້ານພະລັງງານ “ເອສອາຊີ ອິນເຕີເນຊັ່ນແນລ” ຊື່ງເປັນໜື່ງໃນກອງທຶນຍ່ອຍຂອງກອງທືນພັດທະນາແຫ່ງຊາດ “ວັນເອັມດີບີ” ແລະເງີນຈຳນວນດັ່ງກ່າວປະກົດຢູ່ໃນບັນຊີເງີນຝາກສ່ວນໂຕຂອງອະດີດຜູ້ນຳມາເລເຊຍເມື່ອປີ 2015
Ad