Top Ad

header ads

ດ່ວນ! ຈັບນັກສຶກສາລາວຄ້າຢາເສບຕິດ ທີ່ມະຫາວິທະຍາໄລຮ່າຕີ້ງ ປະເທດຫວຽດນາມ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ເມື່ອເວລາ 8 PM ໂມງ ຂອງວັນທີ 25/6/2018 ເຈົ້າໜ້າທີ່ຕຳ່ຫຼວດປາບປາມຢາເສບຕິດແຂວງຮ່າຕີ້ງ ຈັບ 2 ນັກສືກສາລາວ ທີ່ຮຽນຢູ່ມະຫາວິທະຍາໄລ ຮ່າຕີ້ງ ພອ້ມຂອງກາງ ຢາເສບຕິດ ປະເພດຢາບ້າ 200 ເມັດ ແລະ ກ່ານຊາແຫ້ງ 15 ຫໍ່ ຊຸກເຊື່ອງມານຳລົດເມ.

ເຊິ່ງນັກສືກສາ 2 ຄົນນີ້ ຜູ່ໜຶ່ງຢູ່ແຂວງຄຳມວ່ນ ແລະ ອີກນື່ງຄົນຢູ່ແຂວງບໍລິຄຳໄຊ ແລະ ອີກບໍ່ພໍເທົ່າໃດມື້ກໍ່ຈະໄດ້ຮັບໃບປະກາດຈົບມະຫາວິທະຍາໄລແລ້ວ ສຸດທ້າຍທຸກຢ່າງມາດັບມອດລົງເພາະກະທຳໃນສີ່ງທີ່ຜິດກົດໝາຍ.
#ຄລິບຂ່າວຈັບນັກສຶກສາລາວຄ້າຢາເສບຕິດທີ່ມະຫາວິທະຍາໄລຮ່າຕີ້ງ


CR : baovephapluat.vn
Ad