Top Ad

header ads

ເຂື່ອນນ້ຳງື່ມ 1 ເພີ່ມປະລິມານນ້ຳປ່ອຍຜ່ານປະຕູລະບາຍນ້ຳ, ເຕືອນປະຊາຊົນໃຕ້ເຂື່ອນຢ່າຊະລາໃຈ


ວັນທີ 17 ສິງຫາ 2018 ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ຍົກລະດັບການປ່ອຍນ້ຳຈາກໜ້າເຂື່ອນຜ່ານປະຕູນ້ຳລົ້ນຈາກ 0,4 ແມັດ ຂຶ້ນເປັນ 2 ແມັດ ເຮັດໃຫ້ປະລິມານນ້ຳທີ່ປ່ອຍລົງຈາກເຂື່ອນຜ່ານປະຕູນ້ຳລົ້ນ ແລະ ຜ່ານເຄື່ອງຈັກປັ່ນໄຟຕາມປົກກະຕິຂອງເຂື່ອນ ເພີ່ມຂຶ້ນຫຼາຍກວ່າ 1.200 ແມັດກ້ອນຕໍ່ວິນາທີ  ດັ່ງນັ້ນ, ປະຊາຊົນທີ່ອາໄສຢູ່ລຽບແຄມນ້ຳງື່ມ ໃຫ້ມີສະຕິລະມັດລະວັງຕົວ ເພື່ອຮັບມືກັບໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນ.

ທ່ານ ບົວວັນ ຈັນສະຫວັດ ຜູ້ອຳນວຍການເຂື່ອນໄຟຟ້ານ້ຳງື່ມ 1 ໃຫ້ຮູ້ວ່າ: ຍ້ອນມີຝົນຕົກໜັກເຮັດໃຫ້ປະລິມານນ້ຳຈາກເຂື່ອນນ້ຳງື່ມ 2 ແລະ ເຂື່ອນນ້ຳງື່ມ 5 ເພີ່ມຂຶ້ນຫຼາຍ ທັງສອງເຂື່ອນຈິ່ງປ່ອຍນ້ຳລົງມາສູ່ອ່າງນ້ຳງື່ມ 1 ເຮັດໃຫ້ປະລິມານນ້ຳຢູ່ອ່າງນ້ຳງື່ມ 1 ໃນປັດຈຸບັນຢູ່ທີ່ 211,06 ແມັດ ເຫຼືອພຽງ 1 ແມັດກວ່າຈະເຕັມຄວາມສາມາດບັນຈຸນ້ຳຂອງອ່າງ. ດັ່ງນັ້ນ, ເພື່ອຮັບປະກັນຄວາມປອດໄພຂອງເຂື່ອນ ຈຶ່ງຈຳເປັນຕ້ອງລະບາຍນ້ຳເພີ່ມຂຶ້ນຈາກ 0,4 ແມັດ ມາເປັນ 2 ແມັດ ທີ່ເລີ່ມປ່ອຍນ້ຳມາແຕ່ວັນທີ 12 ສິງຫາເປັນຕົ້ນມາ.
ແນວໃດກໍ່ຕາມ ຜ່ານການຕິດຕາມ ແລະ ການປະເມີນຢ່າງໃກ້ຊິດນັບແຕ່ມື້ປ່ອຍນ້ຳຈາກເຂື່ອນມາຮອດວັນທີ 17 ສິງຫານີ້ ຍັງບໍ່ທັນມີສະພາບນ້ຳຖ້ວມເກີດຂຶ້ນຢູ່ບັນດາບ້ານທີ່ຢູ່ລຽບນ້ຳງື່ມໃນເຂດລຸ່ມເຂື່ອນ ສະເລ່ຍແລ້ວລະດັບນ້ຳໃນນ້ຳງື່ມເຂດລຸ່ມເຂື່ອນເພີ່ມຂຶ້ນປະມານ 10 ກວ່າຊັງຕິແມັດເທົ່ານັ້ນ.

ແຕ່ເຖິງຢ່າງນັ້ນກໍ່ຕາມ ຜູ້ອຳນວຍການເຂື່ອນໄຟຟ້ານ້ຳງຶ່ມ 1 ຍັງຮຽກຮ້ອງໃຫ້ປະຊາຊົນທຸກຄົນຈົ່ງມີສະຕິລະມັດລະວັງໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນໃຫ້ສູງຂຶ້ນກວ່າເກົ່າ ເນື່ອງຈາກປັດຈຸບັນນີ້ເປັນໄລຍະລະດູຝົນ ແລະ ມີພະຍຸພັດຜ່ານປະເທດລາວເປັນປະຈຳ, ຖ້າເກີດຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈະເຮັດໃຫ້ນ້ຳໃນເຂື່ອນເພີ່ມຂຶ້ນສູງ ແລະ ຈຳເປັນຕ້ອງປ່ອຍນ້ຳອອກຈາກໜ້າເຂື່ອນ ເພື່ອຮັບປະກັນຄວາມປອດໄພຂອງເຂື່ອນ.

ສຳລັບຄວາມສາມາດບັນຈຸນ້ຳຂອງອ່າງເກັບນ້ຳເຂື່ອນໄຟຟ້ານ້ຳງື່ມ 1 ແມ່ນ 212.30 ແມັດ. ຂະນະທີ່ຈຸດເຕືອນໄພຢູ່ທີ່ 213 ແມັດ ແລະ ລະດັບອັນຕະລາຍແມ່ນ 214 ແມັດ. ມາຮອດຕອນເຊົ້າວັນທີ 17 ສິງຫາ 2018 ລະດັບນ້ຳໃນອ່າງຢູ່ທີ່ 211,06 ແມັດ ເຫຼືອພຽງ 1 ແມັດກວ່າຈະເຕັມຄວາມສາມາດບັນຈຸນ້ຳຕົວຈິງຂອງອ່າງ.

ຂອບໃຈຂ່າວຈາກ ທ່ານບຸນຕຽງ ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດ

Ad