Top Ad

header ads

ຊາວເມືອງຊົງຊິ່ງ ແຕກຕື່ນ ຕືກສູງ 5 ຊັ້ນ ລອຍລະລິ່ວໃນແມ່ນໍ້າແຢງຊີ (ຄລິບ)






ສChina Xinhua News ລາຍງານ ເມື່ອ 12 ພະຈິກ 2018 ວ່າ ຊາວຈີນໃນນະຄອນສົງຊິ່ງ ແຕກຕື່ນ ຕົກອົກຕົກໃຈກັນໃຫຍ່ ເມື່ອເຫັນ ອາຄານຫຼັງໃຫຍ່ຄວາມສູງເຖິງ 5 ຊັ້ນ ລອຍຢູ່ກາງແມ່ນໍ້າແຢງຊີ ຜ່ານນະຄອນສົງຊິ່ງທາງຕາເວັນຕົກສຽງໃຕ້ ຂອງປະເທດຈີນ ເມື່ອວັນເສົາທີ່ 10 ພະຈິກ ທີ່ຜ່ານມາ ຂະນະທີ່ຄລິບວິດີໂອເຫດການນີ້ກາຍເປັນຄລິບໄວຣັລເທິງໂລກອອນລາຍໃນຈີນ

ມີລາຍງານວ່າ ແທ້ຈິງແລ້ວອາຄານສູງ 5 ຊັ້ນຫຼັງນີ້ຄື ພັດຕະຄານລອຍນໍ້າ ເຊິ່ງຈໍາເປັນຕ້ອງຖືກຍ້າຍ ຕາມຄໍາສັ່ງຂອງທາງການທ້ອງຖິ່ນ ທີ່ໄດ້ຊີ້ແຈງເຫດຜົນຄວາມຈໍາເປັນຕ້ອງຍົກຍ້າຍຕົວອາຄານຈາກຕໍາແໜ່ງທີ່ຕັ້ງເດີມວ່າ ເນື່ອງຈາກມີການດໍາເນີນນະໂຍບາຍຕ່າງໆ ເພື່ອປັບປຸງພູມມີທັດເມືອງ


ຢ່າງໃດກໍ່ດີ ສິ່ງປຸກສ້າງລອຍນໍ້າຂະໜາດໃຫຍ່ນີ້ບໍ່ມີກະແສໄຟຂອງຕົນເອງ ການເຄື່ອນຍ້າຍຈຶ່ງຕ້ອງອາໄສເຮືອສອງລໍາຊ່ວຍແກ່ໄປຍັງຕໍາແໜ່ງທີ່ຕັ້ງໃໝ່ ເຊິ່ງຊາວເນັດຈີນບອກວ່າເປັນການຍົກຍ້າຍທີ່ອະເມຊິ່ງທີ່ສຸດ.

 



Ad