Top Ad

header ads

ລົດໄຟ ລາວ-ຈີນ ຈະສຳເລັດ ແລະເປີດບໍລິການໃນວັນທີ 02 ທັນວາ 2021


ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການຂະໜາດໃຫຍ່ທີ່ຕິດພັນກັບໂຄງການໜຶ່ງຂອງຂໍ້ລິເລີ່ມ “ໜື່ງແລວໜຶ່ງເສັ້ນທາງ” ຜ່ານ ສປປລາວ, ໂດຍການນຳຂອງພັກ ແລະລັດຖະບານ ສປປລາວ ແລະ ສປຈີນ ໄດ້ຕົກລົງເປັນເອກະພາບກັນໃຫ້ເປັນໂຄງການຕົວແບບຂອງການຮ່ວມມືມິດຕະພາບ ລາວ-ຈີນ ເປັນໂຄງການປອດໃສຂາວສະອາດ ແລະ ໄດ້ປະກາດໃຫ້ສັງຄົມໂລກໄດ້ຮັບຮູ້ວ່າໂຄງການນີ້ຈະສຳເລັດ ແລະ ເປີດການບໍລິການໃນວັນທີ 02 ທັນວາ 2021 ທີ່ຈະມາເຖິງນີ້



ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງ ການມາຮອດວັນທີ 30 ກັນຍາ 2019, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ ຮອງຫົວໜ້າຄະນະຊີ້ນຳໂຄງການ ໄດ້ລາຍງານຕໍ່ກອງປະຊຸມຄະນະກຳມະການແຫ່ງຊາດວ່າ ປັດຈຸບັນປະຕິບັດສຳເລັດ 78,20% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 1,80%, ໃນນີ້ ໄດ້ລົງມືກໍ່ສ້າງທັງໝົດ 973 ຈຸກໍ່ສ້າງ, ຊີເຈາະອຸໂມງທັງໝົດ 74 ອຸໂມງໃນຈຳນວນທັງໝົດ 164 ແຫ່ງ, ໄດ້ສ້າງເສົາຂົວສຳເລັດ 1.779 ເສົາ ເທົ່າກັບ 96,70% ຂອງການອອກແບບທັງໝົດ, ສຳເລັດການວາງຂາງຂົວ 381 ຊ່ວງເສົາ ກວມເອົາ 37% ຂອງການອອກແບບທັງໝົດ

ມາຮອດປັດຈຸບັນ ຄະນະກຳມະການໄກ່ເກ່ຍຂັ້ນທ້ອງຖິ່ນໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດມອບພື້ນທີ່ໃຫ້ແກ່ການກໍ່ສ້າງໄດ້ທັງໝົດ 404,67 ກີໂລແມັດ ເທົ່າກັບ 98,45% ຂອງລວງຍາວແລວທາງທັງໝົດ 409 ກີໂລແມັດ ຍັງເຫຼືອພຽງ 4,33 ກີໂລແມັດ.

Ad