Top Ad

header ads

ຈັບກຸມກຸ່ມແກ້ງມົ້ວສຸມຢາເສບຕິດໄດ້ ຈຳນວນ 11 ຄົນ ພ້ອມຂອງກາງຄະດີ ຈຳນວນຫຼາຍລາຍການ

 

(ແຫຼ່ງຂ່າວ ປກສ ແຂວງ) ຕາມການລາຍງານຂອງ ທ່ານ ພັຕ ທະນູສອນ ຈິນດາວົງ ຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ :

ໃນລະວ່າງວັນທີ 16-17 ພຶດສະພາ 2021 ເຈົ້າໜ້າທີ່ວິຊາສະເພາະໄດ້ສືບຮູ້ແຫຼ່ງຂ່າວວ່າ ມີກຸ່ມຄົນຈຳນວນໜຶ່ງມົ້ວສຸມຢາເສບຕິດ ຢູ່ຮ້ານຄາຣາໂອເກະ ແຫ່ງໜື່ງ ຂອບເຂດບ້ານນາເລົ່າ ນະຄອນໄກສອນພົມວິຫານ ເຊິ່ງເປັນການລະເມີດຕໍ່ຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021, ຄຳສັ່ງເຈົ້າແຂວງສະຫວັນນະເຂດ ເລກທີ 0775 ແລະ 0776/ຈຂ.ສຂ ລົງວັນທີ 23-24 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານ ພະຍາດ COVID-19.

ຕົກມາຮອດເວລາປະມານ 1 ໂມງ ຂອງວັນທີ 17 ພຶດສະພາ 2021 ເຈົ້າໜ້າທີ່ວິຊາສະເພາະ ຈື່ງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບກຸມເປົ້າໝາຍຢູ່ຈຸດດັ່ງກ່າວ ແລະກວດຄົ້ນເຄຫະສະຖານ ໄດ້ພົບເຫັນມີການດື່ມກິນສິ່ງມຶນເມົາ ແລະ ມົ້ວສຸມຢາເສບຕິດ ຈຶ່ງໄດ້ກັກຕົວພວກກ່ຽວທັງໝົດ 11 ຄົນ ຍິງ 6 ຄົນ ຄື: ທ້າວ ເຈິນຮູປິງ (ອາປິງ), ອາຍຸ 30 ປີ ເຈົ້າຂອງຮ້ານຄາຣາໂອເກະ, ທ້າວ ອາເຊົ້າ ອາຍຸ 30 ປີ, ທ້າວ ລິວຫົງ ອາຍຸ 44 ປີ, ທ້າວ ລີຈຽງ ອາຍຸ 27 ປີ (ທັງ 4 ເປັນຄົນສັນຊາດຈີນ), ທ້າວ ບຸນມີ ວົງສະຫວັນ ອາຍຸ 23 ປີ, ກຳມະກອນ ຢູ່ບ້ານບາງຢ໋ອກ ນະຄອນປາກເຊ, 

 ນາງຈິມມີ້ ສໍອາຄົມ ອາຍຸ 24 ປີ ວ່າງງານ ບ້ານຫ້ວຍລືສີ ເມືອງບາຈຽງ, ນາງ ເຈນນະຄອນ ບຸຜາວັນ ອາຍຸ 24 ປີ ກຳມະກອນ ບ້ານບາງຢ໋ອກ ນະຄອນປາກເຊ, ນາງ ອິນທານິນ ພູມສີສະຫວັດ ອາຍຸ 19 ປີ ວ່າງງານ ບ້ານແກ ນະຄອນປາກເຊ, ນາງ ດາ ຈັນບົວກອງ ອາຍຸ 21 ປີ ອາຊີບ ເຮັດນາ ບ້ານຂົວເຊ ເມືອງບາຈຽງ, ທັງ 5 ຄົນ ເປັນຄົນແຂວງຈຳປາສັກ, ນາງ ເພັດອຳພອນ ຖິ່ນພາສຸກ ອາຍຸ 17 ປີ ບ້ານອຸດົມວິໄລ ນະຄອນໄກສອນພົມວິຫານ ແລະ ນາງ ນ້ອຍ ດອນດາລາ ອາຍຸ 23 ປີ ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພ້ອມຂອງກາງຄະດີ ມີ: ຢາເສບຕິດ ປະເພດ ຢາອີ, ຢາເຄ (ຜົງສີຂາວ) ພ້ອມ
ອຸປະກອນໃນການເສບຈຳນວນໜຶ່ງ,

 ລົດເກັງ ໜຶ່ງຄັນ ຍີ່ຫໍ້ ຈາກົວ ສີຂາວ ປ້າຍທະບຽນ ວຮ 9799 ກຳແພງນະຄອນ, ໂທລະສັບ ນຳນວນ 12 ໜ່ວຍ, ເງິນກີບ ຈຳນວນ 53,690,000 ກີບ, ເງິນບາດ 11,200 ບາດ, ເງິນໂດລາ 590 ໂດລາ, ເງິນດົງ 300,000 ດົງ, ເງິນຢວນ 100 ຢວນ, ເງິນເຢັນ ສະກຸນເງິນຢີ່ປຸ່ນ 1,000 ເຢັນ, ປື້ມເງິນຝາກທະນາຄານ ຈຳນວນ 3 ຫົວ, ບັດ ATM ໜຶ່ງບັດ, ທະບຽນລົດ, ເອກະສານອື່ນໆ.

ຕໍ່ກັບຄະດີນີ້ ແມ່ນຍັງຢູ່ໃນຂັ້ນຕອນການ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອເກັບກຳຂໍ້ມູນຫຼັກຖານເພີ່ມຕື່ມ ເພື່ອນຳຕົວຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

Ad