Top Ad

header ads

ໄດ້ແລ້ວຜູ້ໂຊກດີຮັບລາງວັນລົດໃຫຍ່ກັບພິດຊາ ແລະ ສາວສະເວັນເຊັນ 2016


ຄ່ຳຄືນຂອງວັນທີ 25 ມີຖຸນາຜ່ານມານີ້ເດິພິດຊາ ຄອມປານີລາວ (The Pizza Company Laos) ໄດ້ຈັດງານສະເຫລີມສະຫລອງວັນຄົບຮອບ6 ປີຂອງຮ້ານພິດຊາ ແລະ ຄັດເລືອກນາງສາວສະເວັນເຊັນ ໄອດໍ 2016,ເພື່ອຄືນກຳໄລໃຫ້ລູກຄ້າທີ່ເຂົ້າມາໃຊ້ບໍລິການຢ່າງຫລວງຫລາຍໃນໄລຍະຜ່ານມາດັ່ງນັ້ນ ທາງຮ້ານພິດຊາ ຈຶ່ງໄດ້ຈັດໃຫ້ມີການຈັບສະຫລາກເລືອກເຟັ້ນຫາລາຍຊື່ຜູ້ໂຊກດີຈາກໃບຊິງ ໂຊກທີ່ລູກຄ້າໄດ້ຂຽນຊື່ ແລະ ທີ່ຢູ່ແລ້ວປ່ອນລົງກ່ອງຮັບໃບຊິງໂຊກທີ່ມີຢູ່ຕາມຮ້ານພິດຊາທຸກສາຂາຊຶ່ງມີຫລາຍກວ່າລ້ານໃບໂດຍການເລືອກເອົາພຽງແຕ່ຜູ້ໂຊກດີ 3 ຄົນເທົ່ານັ້ນ ແລະ ໃນຕອນທ້າຍກໍໄດ້ຜູ້ໂຊກດີເປັນທ່ານ ວັດທະນະສິນ ປະພາສິດ ໄດ້ຮັບລາງວັນລົດໃຫຍ່ Ford Fiesta, ທ່ານນາງ ສົມຫວັງ
ອ້ວນວິໄລ ແລະ ນາງ ມະນີລັດ ລາດສະວົງ ໄດ້ຮັບປີ້ຍົນໄປກັບ ວຽງຈັນ-ພູເກັດ ແລະ ວຽງຈັນ-ສະໝຸຍໂດຍເຄື່ອງບິນ Bangkok Airway.ສຳລັບການປະກວດນາງສາວ ສະເວັນເຊັນ ໄອດໍ 2016 ໄດ້ແກ່ນາງ ພອນທິດາ ຍົດສົມບັດ ອາຍຸ 20 ປີສຶກສາຢູ່ມະຫາວິທະຍາໄລແຫ່ງຊາດສາມາດຄອງຕຳແໜ່ງນາງສາວສະ ເວັນເຊັນ ໄອດໍ ປີ 2016 (Miss Swensen's Idol 2016).

ທີ່ມາແຫຼ່ງຂ່າວ ລາວພັດທະນາ
Ad