Top Ad

header ads

ແຂວງອັດຕະປື ທຳລາຍຢາບ້າໃນ ວັນສາກົນຕ້ານຢາເສບຕິດ ຄົບຮອບ 29 ປີ


ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 29 ປີ (26/6/1987-26/6/2016) ຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງອັດຕະປື ໄດ້ຈັດພິທີທຳລາຍຢາເສບຕິດ ຢູ່ທີ່ເດີ່ນຫໍປະຊຸມໃຫຽ່ຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານອຸ່ນຫຼ້າໄຊຍະສິດຮອງເຈົ້າແຂວງໆອັດຕະປືມີພະອາຈານອົງການພຸດທະສາສະໜາສໍາພັນລາວມີການນຳພັກ-ລັດຂອງແຂວງເຈົ້າໜ້າທີ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງຫຼວງຫຼາຍ.ໃນພິທີທ່ານນາງ ບົວລະພາ ແກ້ວຫຼວງໂຄດ ຫົວໜ້າຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງ ໄດ້ຍົກໃຫ້ເຫັນຜົນຮ້າຍຂອງຢາເສບຕິດທີ່ໄດ້ມີການລະບາດຢ່າງຕໍ່ເນື່ອງໃນທົ່ວໂລກ ນັບທັງພາກພື້ນອາຊີອາຄະເນ ໃນນັ້ນ ສປປ.ລາວ ມີປະເພດຢາບ້າກວມເອົາ 60% ເຊິ່ງກາຍເປັນບັນຫາໃຫຽ່ລະດັບຊາດ ແລະ ແຕ່ລະປີມີລັກສະນະເພີ່ມຂຶ້ນຢ່າງໄວວາທີ່ພາໃຫ້ເກີດປາກົດການຫຽໍ້ທໍ້ຢູ່ໃນສັງຄົມ ນັບທັງໂຕເມືອງ ແລະ ຊົນນະບົດ ເຂດຫ່າງໄກສອກຫຼີກໃນລະດັບທີ່ແຕກຕ່າງກັນ ທັງໄດ້ສົ່ງຜົນກະທົບຕໍ່ການພັດທະນາປະເທດຊາດ ໂດຍສະເພາະແມ່ນຢູ່ແຂວງອັດຕະປື ສະພາບບັນຫາຢາເສບຕິດເປັນບັນຫາທີ່ພົ້ນເດັ່ນ ເຊິ່ງການນຳຂອງພັກ ແລະ ອຳນາດການປົກຄອງຂອງແຂວງ ຄະນະພັກ ຄະນະກອງບັນຊາການ ປກສ ແຂວງ ກໍໄດ້ໃຫ້ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນເອົາໃຈໃສ່ຄວບຄຸມຢ່າງຈິງຈັງ ໃນຕະຫຼອດໄລຍະ 1 ປີທີ່ຜ່ານມາ ສາມາດທັບມ້າງຄະດີຢາເສບຕິດໄດ້ທັງໝົດ 83 ກໍລະນີ ໄດ້ຜູ້ຕ້ອງຫາ 127 ຄົນ ຍິງ 48 ຄົນ ຄົນຕ່າງປະເທດ 3 ຄົນ ຍິງ 2 ຄົນ ຍຶດຂອງກາງໄດ້ທັງໝົດ 54.047 ເມັດ ໃນນີ້ ຄະດີປະຊາຊົນຕັດສີນແລ້ວມີ 62 ກໍລະນີ ມີຜູ້ຕ້ອງຫາ 90 ຄົນ ຍິງ 35 ຄົນ ຄົນຕ່າງປະເທດ 3 ຄົນ ຍິງ 2 ຄົນ ຮວມຂອງກາງຢາບ້າ34.144ເມັດແລະເຮໂຣອິນ5ກ້ອນນ້ອຍປັດຈຸບັນເຈົ້າໜ້າທີ່ຍັງສຶບຕໍ່ດຳເນີນຄະດີຢູ່21ກໍລະນີມີຜູ້ຕ້ອງຫາ37ຄົນຍິງ13ຄົນໃນທົ່ວແຂວງອັດຕະປື ມີໂຕເລກຂຶ້ນບັນຊີເປົ້າໝາຍນອນໃນຄວາມສ່ຽງຕໍ່ການຕິດຢາບ້າມີສູງເຖິ3.723ຄົນຍິງ1.487ຄົນໂຕເລກຜູ້ຕິດຢາເສບຕິດ1.719ຄົນຍິງ469ຄົນມີໂຕເລກຜູ້ຄ້າຂາຍຢາເສບຕິດ209ຄົນຍິງ98ຄົນ ໄດ້ລົງກວດນ້ຳປັດສະວະຊອກຫາສານເສບຕິດ 1.411 ຄົນ ພົບສານເສບຕິດຈຳນວນ 118 ຄົນ ຍິງ 14 ຄົນ ບັນຫາຜູ້ທີ່ກວດພົບດັ່ງກ່າວ ທາງເຈົ້າໜ້າທີ່ໄດ້ສຶກສາອົບຮົມ ພ້ອມທັງແນະນຳໃຫ້ຜູ້ປົກຄອງນຳເອົາຜູ້ກ່ຽວໄດ້ຮັບການບຳບັດ ປິ່ນປົວຢູ່ສູນຕ່າງໆຕາມຄວາມເໝາະສົມ.ໃນພິທີດັ່ງກ່າວ ຍັງໄດ້ມີການຈູດທຳລາຍຂອງກາງຢາບ້າອີກ ຈຳນວນ 340.000 ກວ່າເມັດ.


ແຫຼ່ງຂ່າວ: Vientiane Today
Ad