Top Ad

header ads

4 ວິທີກຳຈັດພຸງ ເຫັນຜົນໄວໂດຍບໍ່ຕ້ອງງໍ້ຢາເລີຍ!




ສາວໆ​ຫຼາຍ​ຕໍ່​ຫຼາຍ​ຄົນ​ຕ່າງ​ໃຫ້​ຄວາມ​ສຳ­ຄັນ​​ໃນ​ການ​ຫຼຸ​​ດ​ໜ້າ​ທ້ອງ ເພື່ອ​ທີ່​ຈະ​ໄດ້​ຮູບຮ່າງ​ທີ່​ສວຍ​ງາມ​ມັດ​ໃຈ​ໜຸ່ມໆ ແຕ່​​​ວ່າ​ໃນ​ເລື່ອງ​ຂອງ​ການ​ຫຼຸດ​ໜ້າ​ທ້ອງ ຫຼື ​ຫຼຸ​​ດ​ພຸງ ນັ້ນ​ມັກ​ມີ​ບັນ­ຫາຫຼາຍ​ຢ່າງ ເນື່ອງ​ຈາກ​ເປັນ​ເລື່ອງ​ທີ່​ຍາກ ແຕ່​ຄວາມຈິງແລ້ວ​ນັ້ນ​ໃນ​ການ​ຫຼຸດ​ພຸງ​ບໍ່​ຍາກ​ຢ່າງ​ທີ່​ຄິດ​ພຽງ​ເຈົ້າ​ລອງ​ເຮັດ​ຕາມ 4 ວິ­ທີນີ້

1. ກິນ​ອາ­ຫານ​ຕາມ​ປົກ­ກະ­ຕິ :  ເນື່ອງ​ຈາກ​ການ​ທີ່​ຈະ​ຕ້ອງ​ອົດ​ອາ­ຫານ​ເພື່ອຫຼຸດ​ຄວາມ​ອ້ວນ ມັກ​ສົ່ງ​ຜົນ​ກະທົບ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຫິວຈົ​​ນ​ຕາ​ລາຍ ແລະ​ ຈະ​ເຮັດ​ໃຫ້​ເຈົ້າ​​ກັບ​ໄປ​ກິນ​ອາ­ຫານ​ມື້​ໃຫຍ່ ເຊິ່ງ​ເຮັດ​ໃຫ້​ສິ່ງ​ທີ່​ເຈົ້າ​ເຮັດ​ມາ​ນັ້ນ​ເສຍ​ລ້າໆ ແຕ່​ຄວາມຈິງ​ແລ້ວ​ເຈົ້າ​ພຽງ​ແຕ່​ກິນ​ອາ­ຫານ​ຕາມ​ປົກ­ກະ­ຕິ ໂດຍ​ຕ້ອງກິນ​ຜັກຫຼາຍໆ ​ແລະ​ ຫຼຸ​​ດ​ເຂົ້າລົງ​ເທົ່າ​ນັ້ນ​ເອງ

2. ດື່ມ­ນ້ຳ​ໃຫ້​ພຽງ­ພໍ : ຮູ້​ຫລື​ບໍ່? ໃນ​ການ​ດື່ມ­ນ້ຳ​ນັ້ນ​ສຳ­ລັບ​ຜູ້­ຍິງ​ຈະ​ເພີ່ມ​ຄວາມ​ສວຍ​ງາມ​ ແລະ​ ຫຼຸ​ດ​ພຸງ​ໄດ້​ອີກ​ດ້ວຍ ພຽງ​ດື່ມ­ນ້ຳ​ໃນ​ປະ­ລິ­ມານ​ມື້​ລະ 2000cc ໜ້າ​ທ້ອງ​ຂອງ​ເຮົາ​ກໍ​ຈະ​ລຸ​​ດ​ລົງ​ໄປ​ບໍ່​ນ້ອຍ​ເລີຍ ແຕ່​​ວ່າ​ອາດຈະ​ເຂົ້າ​ຫ້ອງ​ນ້ຳ​ເລື້ອຍ​ແດ່ເດີ (ແຕ່​​ດຽວ​ກໍ​ຊິນ​ໄປ​ເອງ)

3. ຫ້າມ​ກິນ​ເສັ້ນ​ໝີ່, ໄຂ່​ເຫຼືອງ, ມັນ, ເຜືອກ ແລະ​ ຂອງ​ທອດ : ນີ້​ແຫຼະ​ເປັນ​ສິ່ງ​ທີ່​ເກີດ​ບັນ­ຫາ​ຂອງ​ຫຼາຍໆ​ຄົນ ແຕ່​ຮູ້​ຫລື​ບໍ່? ອາ­ຫານ​ພວກ​ນີ້​ນັ້ນ​ມີ​​ຄໍ​ເລດ​ເຕີ​​ຣອນ​ສູງ​ຫຼາຍໆໆໆ ແລະ ​ຢັງ​ຍ່ອຍ​ຍາກ​ອີກ​ດ້ວຍ ແຖມ​ຢັງ​ເກີດ​ການ​ສະ​ສົມ​ຂອງ​ສານ­ພິດ​ໃນ​ຮ່າງ­ກາຍ ສ່ຽງ​ຕໍ່​ການ​ເກີດ​ມະ​​ເຮັງ ແຕ່​ຫາກ​ໃຜ​ຄິດ​ຢາກ​ຈະ​ຫຼຸດ​ພຸງ​ແທ້ໆ ເລື່ອງ​ຊໍ່າ​ນີ້​​ກໍບໍ່​ຍາກ​ເກີນ​ໄປ​ແມ່ນ​​ບໍ ^^

4. ກິນ​​ໂຢ​ເກິ​​ດ​ມື້​ລະ​ຈອກ : ເນື່ອງ​ຈາກ​​ໂຢ​ເກິ​​ດ​ນັ້ນ​ມີ​ແລກ​ໂຕ​ບາ​ຊິນ​ລັດ​ຈຳ­ນວນຫຼາຍ ແລະ ​ສາ­ມາດ​ປັບ​ລະ­ບົບ​ຈຸ​ລິນ​ຊີ​ໃນ​ລຳ​ໄສ້​ເພື່ອ​ຄວບ​ຄຸມ​ບໍ່​ໃຫ້​ທ້ອງ​ປ່ອງໄດ້ ແຕ່​​ວ່າ​ສາວ​ຫຼາຍໆ​ຄົນ​ຕ່າງ​ເຂົ້າ­ໃຈ​ຜິດ​ທີ່​ຄິດ​ວ່າ­ການ​ກິນ​​ໂຢ​ເກິ​​ດ​ຈະ​ຊ່ວຍ​ຫຼຸ​​ດ​ນ້ຳ­ໜັກ​ໄດ້ ຈຶ່ງ​ກິນເປັນ​ຈຳ­ນວນ​ຫຼາຍ ແຕ່​ຮູ້​ຫຼື​ບໍ່?? ໃນ​​ໂຢ​ເກິ​​ດ​ກໍ​ມີ​​ກລໍ​ເລດ​ເຕີ​​ຣອນ​ສູງ​ເຊັ່ນ​ກັນ ​​ຢິ່ງ​ກິນ​​ຫຼາຍ​ນອກ­ຈາກ​ຈະ​ບໍ່​ຊ່ວຍ​ຫຼຸ​​ດ​ນ້ຳ­ໜັກ​ແລ້ວ​ກໍ​ຈະ​ເພີ່ມ​ຄວາມ​ອ້ວນ​ດ້ວຍ​ເຊັ່ນ​ກັນ!!! ເພ​​າະ​ສະ­ນັ້ນ​ໃຫ້​ດື່ມ​ພຽງ​ມື້​ລະ 1 ຈອກ​ພໍ

CREDIT: Kidord.com
Ad