Top Ad

header ads

ຂ່າວດວ່ນ ມີຄົນເສຍຊີວິດຢ່າງໜ້ອຍ 41 ຄົນ ແລະ ບາດເຈັບອີກ 60 ກວ່າຄົນ ໃນການໂຈມຕີ ທີ່ສະໜາມບິນ ປະເທດຕຸລາກີ


ນາຍົກລັດຖະມົນຕີເທີກີ ທ່ານ Binali Yildirim ໄດ້ອອກຄຳຮຽກຮ້ອງໃຫ້ມີຄວາມສາມັກຄີແຫ່ງຊາດໃນຕອນເຊົ້າວັນພຸດຜ່ານມານີ້ ໃນຂະນະທີ່ປະເທດຂອງທ່ານປະເຊີນໜ້າກັບໂຕເລກຜູ້ເສຍຊີວິດເພີ້ມຂຶ້ນ ຍ້ອນການໂຈມຕີສະຫຼະຊີບ ທີ່ໄດ້ ສັງຫານຢ່າງໜ້ອຍ 41 ຄົນ ຢູ່ທີ່ສະໜາມບິນນາໆຊາດ Ataturk ໃນນະຄອນ ອິສຕັນບູລ.
ນາຍົກລັດຖະມົນຕີ Yildirim ທີ່ຢືນຄຽງຂ້າງໂດຍສະມາຊິກໃນຄະນະລັດຖະບານຂອງທ່ານ ກ່າວວ່າ ຈຳນວນຜູ້ເສຍຊີວິດແມ່ນຮວມທັງຜູ້ໂຈມຕີດ້ວຍລະເບີດສະຫຼະຊີບ 3 ຄົນທີ່ໄປຫາສະໜາມບິນທີ່ແອອັດໄປດ້ວຍຜູ້ຄົນໂດຍລົດແທັກຊີໃນຕອນແລງ ຂອງວັນອັງຄານວານນີ້ ແລະກໍເລີ້ມຍິງປືນອັດຕະໂນມັດ ເຂົ້າໃສ່ຜູ້ຄົນຢ່າງບໍ່ເລືອກໜ້າ ກ່ອນບີບຄະນວນລະເບີດໃຫ້ແຕກຂຶ້ນ ຂະນະທີ່ຕຳຫຼວດໄປເຂົ້າໃກ້ຈະຮອດ. ທ່ານກ່າວວ່າ ນອກນັ້ນຍັງມີຫລາຍຄົນໄດ້ຮັບບາດເຈັບ ຈຳນວນນຶ່ງແມ່ນມີອາການສາຫັດ. ກ່ອນໜ້ານີ້ ເຈົ້າໜ້າທີ່ແຈ້ງວ່າ ມີຜູ້ບາດເຈັບທັງໝົດປະມານ 60 ຄົນ.

Dorian Jones ຜູ້ສື່ຂ່າວວີໂອເອທີ່ນະຄອນອິສຕັນບູລກ່າວວ່າ ນຶ່ງໃນຈຳນວນ ຜູ້ໂຈມຕີ ບີບສະນວນລະເບີດໃຫ້ແຕກຂຶ້ນຢູ່ນອກຕຶກອາຄານຜູ້ໂດຍສານໄປເຖິງ ຊຶ່ງມີຜູ້ຄົນເປັນຈຳນວນຫຼວງຫຼາຍລໍຖ້າການຂົນສົ່ງ. ສ່ວນຜູ້ໂຈມຕີອີກ 2 ຄົນເຊື່ອກັນວ່າ ພະຍາຍາມບຸກເຂົ້າໄປໃນອາຄານດັ່ງກ່າວ ທີ່ມີການປ້ອງກັນໂດຍກຳລັງຕຳຫຼວດທີ່ຕິດອາວຸດຢ່າງໜາແໜ້ນ

ທີ່ມາແຫຼ່ງຂ່າວ   http://news.com.la/detail/14500
Ad