Top Ad

header ads

ປະ­ໂຫຍດ 5 ຂໍ້ ຂອງໝາກຍໍ ທີ່​ມີ​ຫລາຍ​ກວ່າ​ປູກເປັນ​ໄມ້​ມົງ​ຄຸນ


ໝາກຍໍເປັນ­ຕົ້ນ​ໄມ້​ທີ່​ຖື​ວ່າ ເປັນ​ໄມ້​ມົງ​ຄຸນ ນິ­ຍົມ​ປູກ​ໃນ​ບໍ­ລິ­ເວນ​ບ້ານ ເຊິ່ງ​ຕາມ​ຕຳ​ລາ​ແນະ­ນຳ​ໃຫ້​ປູກ​​ທາງ​ທິດ​ຕະ​ເວັນ​ຕົກ​ສຽງ​ເໜືອ ເພື່ອ​ເປັນ​ເຄັດ​ວ່າ​ຈະ​ໄດ້​ຮັບ​ການ​ສັນ​ລະເສີນ ຍ້ອງຍໍ

5 ສັບ​ພະຄຸນ​ສຳ­ຄັນ​ຂອງໝາກຍໍມີດັ່ງນີ້:

1. ແກ້​ທ້ອງ​ອືດ ແໜ້ນ​ໜ້າ​ເອິກ
ຄົນ​ສະ­ໄໝ​ນີ້​ທ້ອງ​ອືດ​ກັນ​ຫຼາຍ ອາດ​ເປັນ​ເພ​າະການກິນ​ອາ­ຫານ​ທີ່​ຍ່ອຍ​ຍາກ ຫລື ​ເຢັນເກິນເໄປເຮັດໃຫ້ ອຶດ​ອັດ​ທ້ອງ ນັ່ງ​ກໍ​ບໍ່​ໄດ້ ນອນ​ກໍ​ບໍ່​ສະ­ບາຍ ຖ້າ​ເອົາ​ມື​ເຄາະ​ທ້ອງ​ຈະ​ມີ​ສຽງ​ດັງ​ບຶກໆ ລອງ​ໃຊ້​ໝາກຍໍ (ທີ່​ປຸກ​ໄວ້​ໃນ​ບ້ານ) ແກ້​ບັນ­ຫາ​ເຫຼົ່າ​ນີ້​ເບິ່ງ ຮັບ­ຮອງ​ໄດ້­ຜົນ

ໂດຍ​ໃຊ້ໝາກຍໍ​ສຸກ​ເທົ່າ​ກຳ­ປັ້ນ ​ຈໍ້າເກືອ​ກັບ​ນ້ຳ­ຕານ​ ກິນ 3 ເວ­ລາ​ກ່ອນ​ອາ­ຫານ​ປະມານ 1 ອາ­ທິດ ອາການ​ປວດ​ທ້ອງ​ຈະ​ດີ​ຂຶ້ນ​

2. ແກ້​ວິ​ນ​ວຽນ
ໃຊ້​ໝາກຍໍ​ແກ່​ນຳ​ມາ​ຝານ​ບາງໆ​ຕຳ​ໃສ່​ມະ​ນາວ ​ກະ​ທຽມ ​ພິກ ເກື​ອ ກິນ​ເປັນ​ປະ­ຈຳ ຈະ​ບໍ່​ຄ່ອຍ​ວຽນ​ຫົວ ເຮັດ​ໃຫ້​ເລືອດ​ລົມ​ໝຸນ​ວຽນ​ດີ

3. ເບື່ອ​ອາ­ຫານ
ນຳໝາກຍໍ​ແກ່​ມາ​ຊອຍບາງໆ ໃສ່​ໂຖໄວ້ ແລ້ວຕົ້ມ​ນ້ຳ​ເກືອພໍເຄັມ ນຳ​ມາ​ໃສ່​ໃຫ້​ຖ້ວມ​ສູງ​ຈາກໝາກຍໍ 3 ຂໍ້​ມື ດອງ​ໄວ້ 3 ຄືນ ​ຖອກ​ນ້ຳມາກິນ​ເທື່ອ​ລະ​ເຄິ່ງ​ຈອກ ມື້​ລະ 3 ເທື່ອ ກ່ອນ​ອາ­ຫານ ​ແລະ​ ກ່ອນ​ນອນ

4. ປວດ​ຂໍ່
ໃຊ້​ໃບ​ໝາຍໍ​ຕຳ​ຄັ້ນ​ນ້ຳ ທາ​ແກ້​ພະ­ຍາດ​ເກົ້າ​ ປວດ​ຕາມ​ຂໍ່ ນິ້ວ​ມື ນິ້ວ​ຕີນ

5. ປະ­ຈຳ​ເດືອນ​ຂັດ
ຜູ້ຍິງ​ທີ່​ປະ­ຈຳ​ເດືອນ​ຂັດ ຂາດ​ຫາຍ ໃຊ້​ໝາກຍໍ​ຄ່ອນ​ຂ້າງ​ແກ່ 3-4 ໜ່ວຍ​ເຮັດ​ເປັນ​ຕຳສົ້ມ​​ກິນ​ມື້​ລະ 1 ເທື່ອ ຈົນ​ປະ­ຈຳ​ເດືອນ​ມາ​ຕາມ​ປົກ­ກະ­ຕິ

*** ແຕ່​ໝາກຍໍເປັນ​ອັນ­ຕະ­ລາຍ​ຕໍ່​ຄົນ​ເຈັບ​ພະ­ຍາດ​ຫມາກ​ໄຂ່­ຫລັງ ຫ້າມ​ຮັບ​ປະ­ທານ​ເດັດ­ຂາດ​

CR: KIDORK.COM
Ad