Top Ad

header ads

ມີຜູ້ເສຍຊີວິດ 6 ຄົນຈາກຝົນຕົກໜັກໃນພື້ນທີ່ແຜ່ນດິນໄຫວຍີ່ປຸ່ນ





ສະຖານີໂທລະພາບເອັນເອຊເຄຂອງຍີ່ປຸ່ນລາຍງານວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະນັກສຶກສາສູນຫາຍ 1 ຄົນໃນມື້ນີ້ ເນື່ອງຈາກຝົນຕົກໜັກຫຼາຍເປັນປະວັດຕິການ ເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນຖະຫຼົ່ມຫຼາຍຈຸດໃນພື້ນທີ່ທາງພາກຕາເວັນຕົກສຽງໃຕ້ຂອງ ຍີ່ປຸ່ນຊຶ່ງປະສົບໄພແຜ່ນດິນໄຫວເມື່ອ 2 ເດືອນກ່ອນ. ທາງການແນະນຳໃຫ້ປະຊາຊົນຫຼາຍແສນຄົນອົບພະຍົບອອກຈາກພື້ນທີ່ບາງສ່ວນຂອງເກາະຄິວຊູທາງຕອນໃຕ້ສຸດຂອງຍີ່ປຸ່ນ ຊຶ່ງມີຜູ້ເສຍຊີວິດ 49 ຄົນຈາກແຜ່ນດິນໄຫວເມື່ອເດືອນເມສາ ເຮັດໃຫ້ຊັ້ນດິນອ່ອນຍິ່ງຂຶ້ນ ແລະ ສ່ຽງຕໍ່ດິນຖະຫຼົ່ມຕາມມາ ຜູ້ເສຍຊີວິດບາງລາຍເປັນເພາະດິນຖະຫຼົ່ມທັບເຮືອນໃນແຂວງຄຸມາໂມໂຕະ ຫຼັງຈາກທີ່ບາງແຫ່ງຜະເຊີນກັບຝົນຕົກໜັກເກວ່າ 4 ນິ້ວພາຍໃນເວລາພຽງ 1 ຊົ່ວໂມງ ນາຍົກລັດຖະມົນຕີຊິນໂຊ ອາເບະ ເດິນທາງມາຕິດຕາມສະຖານະການທີ່ແຂວງຄຸມາໂມໂຕະໃນມື້ນີ້ ເພື່ອເລີ່ມຫາສຽງເລືອກຕັ້ງສະມາຊິກວຸທິສະພາທີ່ກຳນົດມີຂຶ້ນໃນເດືອນໜ້າ ເຈົ້າໜ້າທີ່ຍີ່ປຸ່ນເຕືອນວ່າ ຈະມີດິນຖະຫຼົ່ນໃນບາງພື້ນທີ່ບໍລິເວນຊັ້ນດິນທີ່ຊຸດຢູ່ແລ້ວຈາກແຜ່ນດິນໄຫວຂະໜາດ 7,3 ເມື່ອເດືອນເມສາ ແລະ ມີປະຊາຊົນຫຼາຍພັນຄົນທີ່ຍັງຕ້ອງອາໄສຢູ່ໃນສູນພັກອາໄສຊົ່ວຄາວ ໂດຍມີອາຟເຕີຊ໊ອກຕາມມາຫຼາຍຄັ້ງ ຊຶ່ງລວມເຖິງໃນເຊົ້າມື້ນີ້ 



 ຂໍ້ມູນຈາກ: ລາວໂພສ
Ad