Top Ad

header ads

ວິທີ​ສັງເກດ​ອາການ​ເລີ່ມ​ຕົ້ນ​ຂອງ​ມະ​ເຮັງ​ 7 ຊະນິດ​


ວິທີ​ສັງເກດ​ອາການ​ເລີ່ມ​ຕົ້ນ​ຂອງ​ມະ​ເຮັງ​ 7 ຊະນິດ​
1. ມະ​ເຮັງ​ປາກ​ມົດລູກ​
ອາການ​ມີ​ເລືອດ​ອອກຈາກ​ຊ່ອງຄອດ​ທັງ​ໆ​ ທີ່​ບໍ່​ແມ່ນ​ຮອບ​ເດືອນ​ປົກກະຕິ​ຂອງທ່ານ ​ອາການ​ເຈັບ​ປວດ ​ແລະ​ ມີ​ເລືອດ​ອອກ​ຫຼັງ​ຈາກ​ມີ​ເພດ​ສຳພັນ​
2. ມະ​ເຮັງ​ໃນ​ມົດລູກ​
ອາການ​ມີ​ເລືອດ​ອອກ​ຫຼັງ​ການ​ມີ​ເພດ​ສຳພັນ​ ຫລື​ ບາງເທື່ອ​ອາດ​ມີ​ຄວາມ​ຮູ້ສຶກ​ວ່າ​ມີ​ກ້ອນ​ເນື້ອ ຫລື ​ມີ​ອາການ​ບວມ​ໃນ​ບໍລິເວນທ້ອງ​
3. ມະ​ເຮັງ​ຮວຍໄຂ່​
ອາການ​ປະຈຳ​ເດືອນ​ມາ​ບໍ່ໝ່ຳ​ສະເໝີ​ ຫລື ​ການ​ມີ​ອາການ​ເຈັບ​ປວດ​ຫຼັງ​ການ​ມີ​ເພດ​ສຳພັນ​ ມີ​ບັນຫາ​ກ່ຽວກັບ​ລຳ​ໄສ້​ອາການ​ທ້ອງ​ອືດ ​ອາຫານ​ບໍ່​ຍ່ອຍ​ ນ້ຳ​ໜັກ​ຫລຸດ ​ແລະ ​ມີ​ອາການ​ປວດ​ຫຼັງ​
4. ມະ​ເຮັງ​ໃນ​ເມັດ​ເລືອດ​ (ລູ​ຄີ​ເມຍ​)
ອາການ​ເມື່ອຍ​ງ່າຍ​ ແລະ ​ມີ​ອາການ​ຈືດຈາງ​ກວ່າ​ປົກກະຕິ ​ມັກ​ເກີດ​ອາການ​​ຊ້ຳ​​ຂຽວ​ ຫລື ​ມີ​ເລືອດ​ອອກ​ທາງ​ຜິວ​ໜັງ​ໄດ້​ງ່າຍ​ໂດຍ​ບໍ່​ຮູ້​ສາ​ເຫດ ​ແລະ ​ມັກ​ຈະ​ເກີດ​ຮ່ວມ​ກັບ​ອາການ​ປວດ​ຕາມ​ຂໍ່ຕ່າງ​ໆ​ ທົ່ວ​ຮ່າງກາຍ​ບາງເທື່ອ​ຈະ​ທ້ອງ​ອືດ ​ແລະ ​ເມື່ອຄຳ​ເບິ່ງ​ຈະ​ພົບ​ວ່າ​ມີ​ກ້ອນ​ບວມ​ທີ່​ດ້ານ​ຊ້າຍ​ຂອງ​ບໍລິເວນທ້ອງ​
5. ມະ​ເຮັງ​ປອດ​
ອາການ​ຄືມັກ​ມີ​ອາການ​ໄອ​ເລື້ອຍໆ​ ມີ​ເລືອດ​ອອກ​ ແລະ ​ມີ​ຂີ້ກະເຖີ່​ປົນ​ມາ​ກັບ​ນ້ຳ​ລາຍ​ນ້ຳ​ໜັກ​ຫລຸດ​ຫຼາຍຜິດປົກກະຕິ ​ ເຈັບໜ້າ​ເອິກ ​ແລະ ​ຫາຍ​ໃຈ​ລຳ​ບາກ​ ຫລື​ ອາດ​ມີ​ອາການ​ຫອບ​ປົນ​ຢູ່​ນຳ ​ທັງ​ໆ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ​
6. ມະ​ເຮັງ​ຕັບ​
ອາການ​ປວດ​ໃນ​ບໍລິເວນທ້ອງ​ ເບື່ອ​ອາຫານ​ ນ້ຳ​ໜັກ​ຫລຸດ​ ຕາ ​ແລະ​ ຜິວ​ເປັນ​ສີ​ອອກ​ເຫຼືອງ​ແລະ​ ເຫຼືອງ​ຫຼາຍ​ຈົນ​ເຫັນ​ໄດ້​ແຈ້ງ​
7. ມະ​ເຮັງ​ກະເພາະ​ຍ່ຽວ​
ອາການ​ມີ​ເລືອດ​ປົນ​ອອກ​ມາ​ກັບ​ຍ່ຽວ​Cr: http://kidork.com/
Ad