Top Ad

header ads

ຊົມເຊີຍເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ທັບມ້າງຄະດີຢາເສບຕິດລາຍໃຫຍ່ ຍືດຢາ 1ລ້ານກວ່າເມັດ


ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ທັບມ້າງຄະດີຢາເສບຕິດລາຍໃຫຍ່ ໃນວັນທີ 26 ພຶດສະພາ 2021 ທີ່ຜ່ານມານີ້ ໂດຍສາມາດກັກຕົວຜູ້ຖືກຫາ 1 ຄົນ ຊື່ທ້າວ ສົມລີ ເລົາ ຫຼື ຕົວ ອາຍຸ 39 ປີ ສັນຊາດລາວ ປະຈຸບັນຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ແລະ ເມຍຊື່ນາງ ໄກຊົງ ອາຍຸ 32 ປີ ສັນຊາດລາວ ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ຄ້າຂາຍວັດຖຸເຄມີ ເພື່ອຜະລິດຢາເສບຕິດ ແລະ ມີອາວຸດເສິກໄວ້ໃນຄອບຄອງ.


ເຄື່ອງຂອງກາງທີ່ຢຶດໄດ້ມີ:

1) ຢາບ້າ 549 ມັດ ເທົ່າກັບ 1.098.000 ເມັດ ນໍ້າໜັກ 130,5 ກິໂລກຣາມ

2) ແປ້ງຝຸ່ນສີຂາວ 48 ເປົາ ນໍ້າໜັກ 1.200 ກິໂລກຣາມ

3) ປືນສັ້ນ 9ມມ 1 ກະບອກ ພ້ອມລູກປືນ 25 ລູກ


4) ໝື້ໝາກຟ່າ 5 ຫຼອດ ນໍ້າໜັກ 1 ກິໂລກຣາມ

5) ເງິນບາດໄທ 1.339.000 ບາດ

6) ເງິນກີບ 90.000.000 ກີບ

7) ສາຍແຂນສີເຫຼືອງຄ້າຍຄືຄຳ 1 ເສັ້ນ ນໍ້າໜັກ 149,4 ກຣາມ

 ແຫວນມືສີເຫຼືອງຄ້າຍຄືຄຳ 1 ວົງ ນໍ້າໜັກ 29,6 ກຣາມ

9) ໃບຕາດິນຂອບທອງ 4 ໃບ


10) ປຶ້ມບັນຊີເງິນຝາກ 4 ຫົວ

11) ໂທລະສັບຫົວເຫວີຍ 1 ໜ່ວຍ

12) ລົດກະບະຣີໂວສີຂາວ ປ້າຍທະບຽນ ຣຫ 5689 ກຳແພງນະຄອນ 1 ຄັນ

13) ລົດປຣາໂດສີຂາວມຸກ ປ້າຍທະບຽນ ວຣ 6789 ກຳແພງນະຄອນ 1 ຄັນ

     ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ພ້ອມຢຶດຂອງກາງໄວ້ເປັນຫຼັກຖານ ເພື່ອດຳເນີນຄະດີຕໍ່ໄປ.



Ad