Top Ad

header ads

ແຈກ​ສູດ​ໄຂ່​ເຄັມ​ເຮັດ​ກິນ​ເອງ​ໄດ້ ​ເຮັດ​ຂາຍ​ກໍ​ດີ!!


ຂໍ​ແນະ​ນຳ​ວິທີ​ເຮັດ​ໄຂ່​ເຄັມ​ກິນ​ເອງ​ແບບ​ງ່າຍໆ​ ຄົນ​ມັກ​ກິນ​ໄຂ່​ເຄັມ​ຕ້ອງ​ລອງ​ເຮັດ​ເບິ່ງ​ເດີ!!​

1. ລ້າງ​ໄຂ່​ເປັດ​ໃຫ້​ສະ​ອາດ​

2. ເອົາ​ດິນ​ໜຽວ​ທີ່​ທຸບ​ລະອຽດ​ມາ​ໃສ່​ກະຊາມ​ທີ່​ກຽມ​ໄວ້​ ຕັກ​ດິນ​ໜຽວ​ໃສ່​ກະ​ຊາມ​ ປະ​ມານ​ 3 ຖ້ວຍ​ ຈາກ​ນັ້ນ​ເທ​ນ້ຳ​ລົງ​ໄປ​ປະສົມ​ກັບ​ດິນ​ ຄົນ​ໃຫ້​ເຂົ້າ​ກັນ​ຈົນ​ໜຽວ​

3. ໃຊ້​ຖ້ວຍ​ຕັກ​ເກືອ​ໃສ່​​ລົງ​ໄປ​ອີກ​ 1 ຖ້ວຍ​ ປະສົມ​ເກືອ​ກັບ​ດິນ​ໜຽວ​ໃຫ້​ເຂົ້າ​ກັນ​ 

4. ນຳ​ຂີ້ແກບ​ດຳ(ຂີ້ແກບທີ່ນຳມາເຜົາໄຟ)ໃສ່ລົງ​ໄປ​ໃນ​ກະ​ຊາມ​ເປົ່າ​ ຈາກ​ນັ້ນ​ນຳ​ໄຂ່​ເປັດ​ທີ່​ລ້າງ​​ແລ້ວ​ໃສ່​ລົງ​ໄປ​ໃນ​ກະຊາມທີ່​ປະສົມ​ເກືອ​ກັບ​ດິນ​ໜຽວ​ ແລະ​ ຍ້າຍ​ໄປ​​ໃສ່​ກະ​ຊາມ​ທີ່​ມີ​ຂີ້ແກບ​ດຳ​ຢູ່​ ​ຄົນຂີ້ແກບ​ດຳ​ໃຫ້​ຫຸ້ມ​ໄຂ່​ເປັດ​ ໂດຍ​ບໍ່​ໃຫ້​ເຫັນ​ດິນ​ທີ່​ຫຸ້ມໄຂ່ຢູ່

5. ນຳ​ໄຂ່​ທີ່​ປັ້ນ​ສຳເລັດ​ແລ້ວ​ໃສ່​ຖົງຢາງປຼາ​ສະຕິ​ກ​ ຂະໜາດ​ 4 x 6 ຫຼັງຈາກນັ້ນ ​ປິດ​​ໃຫ້​ຮຽບຮ້ອຍ​ 

6. ຈາກ​ນັ້ນ ​ໃຫ້ນັບ​ຈາກມື້​ທີ​ຜະລິດ​ໄປ​ອີກ​ 7 ມື້​ ໄຂ່​ຈະ​ເລີ່ມ​ມີ​ຄວາມ​ເຄັມ​ຂຶ້ນ​ເລື້ອຍ​ໆ​ ຈົນ​​ມີຣົດຊາດ​ພໍ​ດີ​ ຊຶ່ງ​ນຳ​ໄປ​ບໍລິ​ໂພກ​ເປັນ​ໄຂ່​ດາວ​ເຄັມ​ໄດ້​ ຫລື ​ຈະ​ລໍຖ້າ​ໃຫ້​ຄົບ​ 2 ອາທິດ​ ແລ້ວ​ນຳ​ໄປ​ຕົ້ມ​​ກິນໄດ້ເລີຍ

ທັງ​ນີ້​ ໄຂ່​ເຄັມ​ສາມາດ​ຢູ່ດົນ​ໄດ້ເຖິງ​ 3 ເດືອນ​ ນັບ​ຈາກ​ວັນທີ​ຜະລິດ​ ຊຶ່ງ​ຖື​ວ່າ​ຢູ່ໄດ້​ດົນ​ກວ່າ​ການ​ເກັບ​ໄຂ່​ແບບ​ສົດ​ໆ​ອີກ


CR: http://www.kidork.com/
Ad