Top Ad

header ads

ອ່ານ​ດ່ວນ..ເປັນ​ຜູ້ຍິງ​ຢ່າ​ລະ​ເລຍ​ພະຍາດ​ເຫຼົ່າ​ນີ້​



ບໍ່​ຕ້ອງ​ລໍຖ້າ​ໃຫ້​ອາ​ຍຸ​ຫລາຍ​ແລ້ວ​ເຖິງ​ຄ່ອຍ​ໄປ​ກວດ​ ຊີວິດ​ປະຈຸບັນ​ຂອງ​ຄົນ​ເຮົາ​ເພີ່ມ​ໂອ​ກາດ​ສ່ຽງ​ໃນ​ການ​ເກີດ​ພະຍາດ​ຕ່າງ​ໆ​ ເພີ່ມ​ຫລາຍ​ຂຶ້ນ​ ເຮົາ​ຄວນ​ໃສ່​ໃຈ​ເບິ່ງ​ແຍງ​ສຸກຂະພາບ​ໂຕ​ເອງ​ຢ່າງສ​ະໝ່ຳ​ສະເໝີ​ ຫາ​ທາງ​ປ້ອງ​ກັນ​ພະຍາດໄວ້ຈະ​ດີກວ່າ

ພະຍາດ​ທີ່​ຜູ້ຍິງ​ຄວນ​ກວດ​ 

  • ພະຍາດ​ຫົວ​ໃຈ​ ແລະ ​ຫຼອດ​ເລືອດ​ ອາການ​ເບື້ອງ​ຕົ້ນ​ເກືອບ​ບໍ່​ມີ​ເລີຍ​ ສາ​ເຫດ​ສຳຄັນ​ຄື​ຄໍ​ເລດ​ເຕີ​ລອນ​ສູງ​ ອ້ວນ​ ບໍ່​ອອກ​ກຳ​ລັງ​ກາຍ​ 

  • ພະຍາດ​ຫຼອດ​ເລືອດ​ສະຫມອງ​ ຜູ້ຍິງ​ເຮົາ​ມີ​ອັດຕາ​ການ​ເກີດ​ພະຍາດ​ຫຼອດ​ເລືອດ​ສະຫມອງ​ສູງ​ຂຶ້ນ​ ມີ​ອາການ​ແຂນ​ຂາ​ອ່ອນ​ແຮງ​​ ວິນ​ວຽນ​ ຊົງ​ໂຕ​ບໍ່​ໄດ້​ ໜ້າ​ບ້ຽວ​ ປາກ​ບ້ຽວ​ ເວົ້າ​ບໍ່​ແຈ້ງ​

  • ຄວາມ​ຜິດ​ປົກກະຕິ​ຂອງ​ເຕົ້າ​ນົມ​ ຜູ້ຍິງ​ທົ່ວ​ໂລກ​ມີ​ອັດຕາ​ການ​ເກີດ​ພະຍາດ​ນີ້​ສູງ​ເພີ່ມ​ຂຶ້ນ​ ຜູ້ຍິງ​ເຮົາ​ຈຶ່ງ​ຄວນ​ໃສ່​ໃຈ​ໂຕ​ເອງ​ ດ້ວຍ​ການ​ກວດກາ​ເຕົ້າ​ນົມ​ດ້ວຍ​ໂຕ​ເອງ​ເປັນ​ປະຈຳ​ 

  • ມະ​ເຮັງ​ປາກ​ມົດລູກ​ ຖື​ເປັນ​ພະຍາດ​ຮິດ​ອັນ​ດັບ​ຕົ້ນ​ໆ​ ຂອງ​ຜູ້ຍິງ​ ຈຶ່ງ​ບໍ່​ຄວນ​ລະ​ເລີຍ​ການ​ກວດ​ຢ່າງ​ນ້ອຍ​ປີ​ລະ​ 1 ຄັ້ງ​ 

  • ຄວາມ​ຫນາແຫນ້ນ​ຂອງ​ກະດູກ​ ຜູ້ຍິງ​ຕັ້ງ​ແຕ່​ອາ​ຍຸ​ 40 ປີ​ຂຶ້ນ​ໄປ​ ມັກ​ມີ​ອາການ​ກະດູກ​ພ່ອຍ​ 
     

ທາງ​ທີ່​ດີ​ຄວນ​ກວດ​ສຸຂະພາບ​ປະຈຳທຸກ​ປີ​ ຄວບ​ຄຸມ​ປະລິມານ​ອາຫານ​ ປະລິມານ​ໄຂ​ມັນ​ ໝັ່ນ​ອອກ​ກຳ​ລັງ​ກາຍ​ຢ່າງ​ສຳໝ່ຳ​ສະເໝີ​ ເພື່ອ​ສຸຂະພາບ​ຂອງ​ໂຕທ່ານເອງ​ 


CR: kidork.com
Ad