Top Ad

header ads

ທາງ​ເລືອກ​ໃໝ່​ຂອງ​ຄົນ​ຕຸ້ຍ​ ພຽງ​ປະສົມ​ຫຍ້າ​ຊະນິດ​ນີ້ລົ​ງ​ໃນ​ອາຫານ​ ກິນ​ເທົ່າ​ໃດ​ກໍ​ບໍ່ຕຸ້ຍ



ທາງ​ເລືອກ​ໃໝ່​ຂອງ​ຄົນ​ຕຸ້ຍ​ ພຽງ​ປະສົມ​ຫຍ້າ​ຊະນິດ​ນີ້ລົ​ງ​ໃນ​ອາຫານ​ ກິນ​ເທົ່າ​ໃດ​ກໍ​ບໍ່ຕຸ້ຍ
ປະໂຫຍດ​ຂອງ​ຫຍ້າ​ຫວານ​
ຊ່ວຍ​ເພີ່ມ​ການ​ກິນ​ ແລະ ​ຊ່ວຍຫຼຸດ​ຄວາມ​ຂົມ​ໃນ​ອາຫານ​ໄດ້​ ແລະ​ ໃຊ້​ເປັນ​ສານ​ໃຫ້​ຄວາມ​ຫວານ​ແທນ​ນ້ຳ​ຕານ​ ໂດຍ​ບໍ່​ເຮັດໃຫ້​ນ້ໍ​າຕານ​ໃນ​ເລືອດ​ສູງ​ ຫຍ້າ​ຫວານ​ທາງ​ເລືອກ​ຂອງ​ຄົນຕຸ້ຍ​ ໃຫ້​ຄວາມ​ຫວານ​ຄືນ້ຳ​ຕານ​ ແຕ່​ບໍ່​ໃຫ້​ພະ ລັງ​ງານ​ ທານ​ເທົ່າ​ໃດ​ກໍ​ບໍ່ຕຸ້ຍ​ ຈຶ່ງ​ຊ່ວຍ​ໃນ​ການ​ຄວບ​ຄຸມ​ນ້ຳ​ໜັກ​ໄດ້​ເປັນ​ຢ່າງ​ດີ​ ມີ​ການ​ນຳ​ຫຍ້າ​ຫວານ​ໄປ​ແປ​ຮູບ​ຜະລິດຕະພັນ​ສຳ​ເລັດ​ຮູບ​ຕ່າງ​ໆ.​
ໂດຍ​ປະຈຸບັນ​ນິຍົມ​ບໍລິ​ໂພກ​ຫຍ້າ​ຫວານ​ຢູ່​ 5 ຮູບ​ແບບ​ ໂດຍ​ລຽງ​ລຳ​ດັບ​ຈາກ​ຫຼາຍ​ໄປ​ນ້ອຍ​ໄດ້​ແກ່​ ໃບ​ອົບ​ແຫ້ງ​, ໃບ​ແຫ້ງ​ບົດ​ສຳລັບ​ຊົງ​ແບບ​ສຳ​ເລັດ​ຮູບ​ (ຊາ​ຫຍ້າ​ຫວານ​), ໃບ​ສົດ​, ໃບ​ແຫ້ງ​ບົດ​ສຳລັບ​ໃຊ້​ແທນ​ນ້ຳ​ຕານ​ (ຫຍ້າ​ຫວານ​ຜົງ​), ແລະ ​ແບບ​ສານ​ສະ​ກັດ​ຈາກ​ໃບ​ແຫ້ງ​ດ້ວຍ​ນ້ຳ​ ໂດຍ​ຈະ​ນິຍົມ​ນຳ​ມາຊົ​ງ​ເປັນ​ຊາ​ດື່ມ​ ຮອງ​ລົງ​ມາ​ກໍ​ຄື​: ການ​ນຳ​ມາ​ຕົ້ມ​ ແລະ ​ຫຍ້ຳ​ ແຕ່​ຈະ​ບໍ່​ຄ່ອຍ​ນິຍົມ​ນຳ​ມາບໍລິໂພກ​ໃນ​ແບບ​ປະສົມ​ກັບ​ອາຫານ​ເທົ່າ​ໃດ​.​
ມີ​ການ​ນຳ​ສານ​ສະ​ກັດ​ຈາກ​ຫຍ້າ​ຫວານ​ມາ​ໃຊ້​ແທນ​ນ້ຳ​ຕານ​ ຫຼື ​ໃຊ້​ທົດ​ແທນ​ນ້ຳ​ຕານ​ບາງ​ສ່ວນ​ ເພາະ​ສານ​ສະ​ຕີ​ວິ​ໂອ​ໄຊ​ນັ້ນ​ມີ​ຄວາມ​ທົນ​ທານ​ຕໍ່​ກົດ ​ແລະ​ຄວາມ​ຮ້ອນ​ໄດ້​ເປັນ​ຢ່າງ​ດີ​ ຈຶ່ງ​ສາມາດ​ນຳ​ໃຊ້​ໃນ​ອາຫານ​ ແລະ ​ເຄື່ອງ​ດື່ມ​ຕ່າງ​ໆ​ ໄດ້​ຫຼາກ​ຫຼາຍ​ ເຊັ່ນ:​ ນ້ຳ​ອັດ​ລົມ​, ນ້ຳ​ຊາ​ຂຽວ,​ ຂະໜົມ​ເບ​ເກີ​ຮີ, ແຢມ​, ເຢນ​ລີ່,​ ໄອ​ສະຄຮີມ,​ ໝາກ​ຝ​ຮັ່ງ​ ແລະ ອື່ນໆ​ (ລ່າ​ສຸດ​ໄດ້ຍິນ​ມາ​ວ່າ​ເຄື່ອງ​ດື່ມ​ແບນ​​ດັ່ງ​ຄື​ໂຄ​ຄາ​ ໂຄລ່າ​ ກໍ​ໄດ້​ມີການຈົດ​ສິດ​ທິ​ບັດ​ ແລະ ​ໄດ້​ເຮັດການ​ຜະລິດ​ໂດຍ​ໃຊ້​ສານ​ສະ​ກັດ​ນີ້​ແລ້ວ​ຄືກັນ​ ແຕ່​ຍັງ​ບໍ່​ເຫັນ​ຈຳ​ໜ່າຍ​ໃນ​ລາວ​ ຊຶ່ງ​ຖ້າ​ອອກເມື່ອໃດ​ກໍ​ຖື​ເປັນ​ທາງ​ເລືອກ​ທີ່​ດີ​ສຳລັບ​ຜູ້​ທີ່​ບໍ່​ຢາກ​ດື່ມ​ນ້ຳ​ຕານ​ ເປັນ​ຊອງ​ໆ​)
ໃນ​ອຸດສາຫະກຳ​ອາຫານ​ສານ​ສະ​ກັດ​ຈາກ​ຫຍ້າ​ຫວານ​ຖື​ວ່າ​ມີ​ຂໍ້​ດີ​ຫຼາຍ​ຢ່າງ​ ເຊັ່ນ:​ ການ​ບໍ່​ຖືກ​ຍ່ອຍ​ສ​ະລາຍ​ໂດຍ​ຈຸລິນຊີ​ ເມື່ອ​ນຳ​ມາ​ໃຊ້​ກັບ​ອາຫານ​ຈຶ່ງ​ບໍ່​ເຮັດໃຫ້​ອາຫານ​ເກີດ​ເນົ່າ​ບູດ​ ບໍ່​ເຮັດໃຫ້​ອາຫານ​ເກີດ​ສີ​ນ້ຳ​ຕານ​ເມື່ອ​ຜ່ານ​ຄວາມ​ຮ້ອນ​ສູງ​ໆ​ ແລະ ​ທີ່​ສຳຄັນ​ກໍ​ຄື​ ຈະ​ບໍ່​ຖືກ​ດູດ​ຊຶມ​ໃນ​ລະບົບ​ຍ່ອຍ​ອາຫານ​ ຈຶ່ງ​ເໝາະ​ຫຼາຍ​ສຳລັບ​ຜູ້​ທີ່​ເປັນ​ພະຍາດ​ຕຸ້ຍ,​ ພະຍາດ​ເບົາ​ຫວານ,​ ຄວາມ​ດັນ​ເລືອດ​ ແລະ ​ພະຍາດ​ຫົວ​ໃຈ.​
ສານ​ສ​ະຕີ​ວິ​ໂອ​ໄຊ​ ນອກ​ຈາກ​ຈະ​ໃຊ້​ໃນ​ອາຫານ​ ແລະ​ ເຄື່ອງ​ດື່ມ​ແລ້ວ​ ປະຈຸບັນ​ຍັງມີ​ການ​ນຳ​ໄປ​ໃຊ້​ແທນ​ນ້ຳ​ຕານ​ໃນ​ການ​ຜະລິດ​ຢາຖູແຂ້ວ​ອີກ​ດ້ວຍ​.
ຫຍ້າ​ຫວານ​ ອັນຕະລາຍ​ຫຼື​ບໍ່​ ?

ມີ​ຄວາມ​ກັງ​ວົນ​ວ່າ​ ສານ​ສະ​ກັດ​ດັ່ງ​ກ່າວ​ສາມາດ​ເຮັດໃຫ້​ເປັນ​ໝັນ​ໄດ້​ຫຼື​ບໍ່​? ແລ້ວ​ມັນ​ຈະ​ໄປ​ຂັດ​ຂວາງ​ການ​ດູດ​ຊຶມ​ຂອງ​ສານ​ອາຫານ​ອື່ນ​ໆ​ ໃນ​ຮ່າງກາຍ​ດ້ວຍ​ຫຼືບໍ່​? ເພາະ​ເຄີຍ​ມີ​ລາຍ​ງານ​ລະ​ບຸ​ວ່າ​ຊາວ​ປາ​ຮາກ​ໄວ​ກິນ​ຫຍ້າ​ຫວານ​ແລ້ວ​ເຮັດໃຫ້​ເປັນ​ໝັນ​ ຫຼື ​ໄປລົ​ດ​ຈຳນວນ​ຂອງ​ອ​ະສຸ​ຈິລົ​ງ​ ຈົນ​ເຮັດໃຫ້​ເປັນ​ປະ​ເດັນ​​ໃນ​ການ​ອ້າງ​ບໍ່​ອະນຸຍາດ​ໃຫ້​ມີ​ການ​ໃຊ້​ຫຍ້າ​ຫວານ​ ຊຶ່ງ​ຈາກ​ລາຍ​ງານ​ຕ່າງ​ໆ​ ບ່ອນປະ​ຊຸມ​ໄດ້​ສະຫຼຸບ​ຂໍ້​ມູນ​ຈາກ​ລາຍ​ງາຍ​ຕ່າງ​ໆ​ ແລະ ​ໄດ້​ມີ​ການ​ຢືນຢັນ​ວ່າ​ສານ​ສະ​ກັດ​ດັ່ງ​ກ່າວ​ ເມື່ອ​ປ້ອນ​ໃນ​ໜູ​ທົດລອງ​ເຖິງ​ 3 ຊົ່ວ​ອາຍຸ​ ຈຳ ນວນ​ 3 ລຸ້ນ​ ພົບ​ວ່າ ​ໜູ​ທົດລອງ​ຍັງ​ຄົງ​ຂະຫຍາຍ​ພັນ​ໄດ້​ເປັນ​ປົກກະຕິ​ ແລະ​ໃນ​ຍີ່​ປຸ່ນ​ກໍ​ບໍ່​ໄດ້​ມີ​ການ​ຫ້າມ​ໃຊ້​ ຫຼື ​ຢ້ານ​ປະ​ເດັນ​ນີ້​​ ເພາະ​ມີ​ການ​ໃຊ້​ມາ​ຍາວ​ນານ​ເຖິງ​ 17 ປີ​ ໂດຍ​ບໍ່​ພົບ​ວ່າ​ມີ​ແນວ​ໂນ້ມ​ຄວາມ​ເປັນ​ພິດ​ຍັງເກີດຂຶ້ນ.
ຄວາມ​ເຫັນ​ສ່ວນ​ຕົວ​ : ຜູ້​ຂຽນ​ມີ​ແນວ​ໂນ້ມ​ຈະ​ເຊື່ອ​ວ່າ​ຫຍ້າ​ຫວານ​ປອດໄ​ພ​ໃນ​ທຸກ​ໆ​ ກໍລະນີ​ ຫາກ​ເຮົາ​ຮູ້​ຈັກ​ໃຊ້​ໃຫ້​ເໝາະ​ກັບ​ພະຍາດ​ ແລະ​ ໃຊ້​ຢ່າງ​ເໝາະ​ສົມ​ ບໍ່ກິນ​ຕິດ​ຕໍ່​ກັນ​ເປັນ​ໄລຍະ​ເວລາ​ດົນ​ ກໍ​ບໍ່​ໜ້າ​ຈະ​ເປັນ​ອັນຕະລາຍ​ຕໍ່​ສຸຂະ ພາບ​ ນອກ​ຈາກ​ນີ້​ສານ​ໃຫ້​ຄວາມ​ຫວານ​ຊະນິດ​ນີ້​ ຍັງມີ​ຜົນ​ກະທົບ​ຕໍ່​ບໍລິສັດ​ຜູ້​ຜະລິດ​ສານ​ໃຫ້​ຄວາມ​ຫວານ​ຈາກ​ການ​ສັງ​ເຄາະ​ໃນ​ປະເທດ​ ທັງຫມົດ​ໄປ​ເຖິງ​ນຳ​ເຂົ້າ​ສານ​ສັງ​ເຄາະ​ຄວາມ​ຫວານ​ຈາກ​ຕ່າງ​ປະເທດ​ທີ່​ໄດ້ຮັບ​ຜົນກະ​ທົບ​ ຈຶ່ງ​ອາດຈະ​ມີ​ເລື່ອງ​ຜົນ​ປະໂຫຍດ​ເຂົ້າ​ມາ​ກ່ຽວ​ຂ້ອງ​​ ແຕ່​ແນວໃດ​ກໍ​ຕາມ​ ສານ​ໃຫ້​ຄວາມ​ຫວານ​ຊະນິດ​ນີ້​ບໍ່​ໜ້າ​ຈະ​ມີ​ຜົນ​ກະທົບ​ຕໍ່​ການ​ຜະລິດ​ນ້ຳ​ຕານ​ໃນ​ປະເທດ​ ເນື່ອງ​ຈາກ​ເປັນ​ຄົນ​ລະ​ກຸ່ມ​ຄົນ​ລະຕະຫຼາດ​ ກຸ່ມ​ໜຶ່ງ​ສຳລັບ​ຜູ້​ຮັກ​ສຸຂະພາບ​ ແລະ ​ອີກ​ກຸ່ມ​ສຳລັບ​ຄົນ​ທົ່ວ​ໄປ​ ເພາະ​ການ​ຈະ​ໃຊ້​ສານ​ສະ​ກັດ​ຈາກ​ຫຍ້າ​ຫວານ​ໃນ​ຊີວິດ​ປະຈຳ​ວັນ​ເປັນ​ຫຼັກ​ນັ້ນ​ ຈຶ່ງ​ເປັນ​ໄປ​ຍາກ ​ແລະ ​ເປັນ​ໄປ​ບໍ່​ໄດ້​ຢ່າງ​ແນ່ ນອນ.​
CR: kidork.com
Ad