Top Ad

header ads

ສູດ​ຢາ​ແກ້​ໄອ​ໝາກຂີ້ຫູດ...ເຮັດ​ງ່າຍໆ​ ໃຊ້​ໄດ້​ຜົນ​


ສູດ​ຢາ​ແກ້​ໄອ​ໝາກຂີ້ຫູດ...ເຮັດ​ງ່າຍໆ​ ໃຊ້​ໄດ້​ຜົນ​
ວິທີ​ເຮັດ​ຢາ​ແກ້​ໄອ​ໝາກ​ຂີ້ຫູດ​
ອັນ ​ດັບທຳອິດ​ ຫາ​ໝາກ​ຂີ້ຫູດ​ສົດ​ທີ່​ແກ່​ໆແຕ່​ວ່າ​ຜິວ​ຂຽວ​ສົດ​ບໍ່​ເຫຼືອງ​ ເພາະ​ວ່າ​ຈະ​ມີ​ນ້ຳ​ຫຼາຍ ມາ​ລ້າງ​ແລະ​ຫັນ​ເປັນ​ຊິ້ນ​ນ້ອຍ​ໆ​ ເອົາ​ເມັດ​ອອກແລ້ວ​ຕື່ມ​ໃນ​ກວດ​ແກ້ວ​ໃຫ້​ເຫຼືອ​ພື້ນ​ທີ່​ດ້ານ​ເທິງ​ ຕື່ມ​ນ້ຳ​ຕານຊາຍ​ແດງ​ທັບ​ໄວ້​ດ້ານ​ເທິງ​ໃນ​ອັດຕາ​ສ່ວນ​ ໝາກ​ຂີ້ຫູດ​ 3 ສ່ວນ​ ຕໍ່​ນ້ຳ​ຕານ​ຊາຍ​ແດງ​ 1 ສ່ວນ​ ບໍ່​ຕ້ອງ​ຕື່ມ​ນ້ຳ​
ເພາະ​ວ່າ​ນ້ຳ​ຕານ​ຈະ​ ຄ່ອຍ​ໆ​ດຶງ​ວິ​ຕາ​ມິນ​ແລະ​ສານ​ສຳຄັນ​ ອັນ​ເປັນ​ປະໂຫຍດ​ ທັງ​ຫຼາຍ​ອອກ​ມາ​ຈາກ​ໝາກ​ຂີ້ຫູດ​ເອງ​ ແລ້ວ​ປິດ​ຝາກ​ວດ​ໂຫຼ​ເກັບ​ໄວ້​ໜຶ່ງ​ເດືອນ​
ເມື່ອ​ຄົບ​ໜຶ່ງ​ເດືອນ​ເຮົາ​ຈະ ​ໄດ້​ນ້ຳ​ໝັກ​ຈາກ​ໝາກ​ຂີ້ຫູດ​ ເປັນ​ຢາ​​ແກ້​ໄອ​ຄຸນນະພາບ​ດີ​ຫລາຍ​ ປອດ​ສານ​ອັນຕະລາຍ​ໃດ​ໆ​ ເກັບ​ໄວ້​ໃນ​ຕູ້​ເຢັນ​ໄດ້​ຫຼາຍ​ເດືອນ​
ບາດນີ້ເຮົາ ​ກໍ​ບໍ່​ຕ້ອງ​ຊື້​ຢາ​ທີ່​ມີ​ສານ​ຕ່າງ​ໆ​ ຊຶ່ງ​ອາດ​ມີ​ຜົ​ນຄ້າງຄ້ຽງ​ຕໍ່​ຕົວ​ເຮົາ​ມາ​ໃຊ້​ແລ້ວ​ ສ່ວນ​ຊີ້ນ​ໝາກ​ຂີ້ຫູດ​ທີ່​ເຫຼືອ​ ຕື່ມ​ນ້ຳ​ຕານຊາຍ​ໝັກ​ຕໍ່​ໃນ​ອັດຕາ​ສ່ວນ​ເທົ່າ​ເກົ່າ ໝັກ​ໄວ້​ອີກ​ໜຶ່ງ​ເດືອນ​ແລ້ວ​ກໍ​ຈະ​ໄດ້​ນ້ຳ​ໝັກ​ໝາກ​ຂີ້ຫູດ​ ອີກ​ເປັນ​ຊຸດ​ທີ່ດ​ອງ​ ແລ້ວ​ກໍ​ເທ​ນ້ຳ​ໝາກ​ຂີ້ຫູດ​ນີ້​ອອກ​ມາ​ໃສ່​ກວດ​ສະ​ອາດ​ເກັບ​ໄວ້​ໄດ້​ຄື ເກົ່າ
ສ່ວນ ​ກາກ​ທີ່​ເຫຼືອ​ກໍ​ໃຫ້​ຕື່ມ​ນ້ຳ​ຕານ​ອີກ​ຮອບໃນ​ອັດຕາ​ເກົ່າ​ໝັກ​ຕໍ່​ອີກ​ ໜຶ່ງ​ເດືອນ​ກໍ​ຈະ​ໄດ້​ນ້ຳ​ໝາກ​ຂີ້ຫູດ​ອີກ​ຄືເກົ່າ​ ສາມາດ​ໝັກ​ໄດ້​ສາມຮອບ​
ບາດນີ້ມາ ​ເຖິງຮອບສຸດ​ທ້າຍ​ທີ່​ເຮົາ​ໄດ້​ນ້ຳ​ໝາກ​ຂີ້ຫູດ​ອອກ​ແລ້ວ​ ໃຫ້​ຕື່ມ​ນ້ຳ​ຕານ​ຊາຍແດງ​ ກັບ​ນ້ຳເ​ຜີ້ງ​ໃນ​ອັດຕາ​ສ່ວນ​ ນ້ຳ​ຕານ​ສອງ​ສ່ວນ​ ນ້ຳເ​ຜີ້ງ​ໜຶ່ງ​ສ່ວນແລ້ວ​ຖິ້ມ​ໄວ້​ໜຶ່ງ​ອາທິດ​
ແລ້ວ​ນຳ​ອອກ​ມາ​ໃສ່​ຖົງ​ ປຼາສະຕິກ​ສະ​ອາດ​ໜາ​ໆ​ ແລ້ວ​ກິ້ງ​ບົດ​ທັບ​ດ້ວຍ​ກວດ​ແກ້ວ​ມົນ​ໆ​ ຈົນ​ຊີ້ນ​ນຽນ​ລະອຽດ ແລ້ວ​ຕັກ​ເກັບ​ໃສ່​ຂວດ​ໂຫຼ​ແກ້ວ​ນ້ອຍ​ໆ​ໄວ້​ ສາມາດ​ນ້ຳ​ມາຊົງ​ເປັນ​ຊາ​ນ້ຳເ​ຜີ້ງ​ໝາກ​ຂີ້ຫູດ​ ຊຶ່ງ​ຫອມ​ກຸ່ນ​ຫລາຍ​ປະໂຫຍດ​ໄດ້​ອີກ​
CR: kidork.com
Ad