Top Ad

header ads

ອຸທາຫອນສະຫຍອງ!!! ສາວລົມໂທລະສັບມືຖືຂະນະຕື່ມນ້ຳມັນ



ເວັບໄຊ Straits Time ມີລາຍງານວ່າເມື່ອວັນທີ 28 ມິຖຸນາ 2016 ເວລາປະມານ 13.25 ນາທີຕາມເວລາທ້ອງຖິ່ນ ເກີດເຫດຍິງສາວຊາວມາເລເຊຍອາຍຸ 25 ປີ ຖືກໄຟໄໝ້ຮ່າງກາຍໄດ້ຮັບບາດເຈັບສາຫັດ ຂະນະຢູ່ລະຫວ່າງການຕື່ມນ້ຳມັນໃນເຂດເຊຕາປັກ ກຸງກົວລາລຳເປີ ປະເທດມາເລເຊຍ
ໂດຍພະຍານທີ່ເຫັນເຫດການໄດ້ເຜີຍວ່າ ຊ່ວງເກີດເຫດສາວຄົນນີ້ໄດ້ຂັບລົດເຂົ້າມາຕື່ມນ້ຳມັນທີ່ປ້ຳແຫ່ງນີ້ ແຕ່ຂະນະທີ່ນາງກຳລັງຢືນຕື່ມນ້ຳມັນຢູ່ນັ້ນ ກໍ່ມີສຽງໂທລະສັບດັງຂື້ນນາງຈຶ່ງຮີບເຂົ້າໄປທີ່ເບາະຫຼັງລົດ ຮັບໂທລະສັບແລ້ວປິດປະຕູລົມໂທລະສັບຢູ່ໃນລົດ
ຫຼັງຈາກນັນຄົນງານໃນປ້ຳກໍ່ສັງເກດເຫັນເຫັນຄວນກຸ້ມຢູ່ທີ່ຫຼັງລົດຂອງນາງ ຈຶ່ງຮີບແລ່ນເຂົ້າໄປຊ່ວຍ ແລະທັນທີທີ່ເປີດປະຕູລົດ ຄວນດຳກໍ່ລອຍຄຸ້ງອອກມາຈາກດ້ານໃນ ສ່ວນຍິງສາວນອນສະຫຼົບຢູ່ທີ່ເບາະດ້ານຫຼັງຂອງລົດ ສະພາບຕາມລຳໂຕຂອງນາງໄໝ້ໄປກວ່າ 60 % ອາການສາຫັດ ກ່ອນຖືກນຳສົ່ງໂຮງໝໍທັນທີ
ຈາກລາຍງານຂອງເຈົ້າໜ້າທີ່ຕຳຫຼວດເປີດເຜີຍວ່າ ສາເຫດຂອງອຸບັດຕິເຫດຄັ້ງນີ້ໜ້າຈະເກີດຈາກການທີ່ນາງໃຊ້ໂທລະສັບມືຖືຂະນະຕື່ມນ້ຳມັນລົດ
ສຳລັບການໄຊ້ໂທລະສັບໃນປ້ຳນ້ຳມັນແລ້ວເຮັດໃຫ້ເກີດໄຟລຸກໄໝ້ໄດ້ເຊັ່ນນີ້ ຜູ້ຊ່ຽວຊານເຊື່ອວ່າຕົ້ນເຫດທີ່ເຮັດໃຫ້ເກີດໄຟຟ້າສະຖິດ ບໍ່ແມ່ນເພາະໂຕໂທລະສັບໂດຍກົງ ເຊິ່ງແມ້ວ່າຈະເປັນສິ່ງທີ່ເກີດຂື້ນໄດ້ຍາກ ແຕ່ກໍ່ຍັງຖືວ່າມີໂອກາດເກີດຂື້ນໄດ້ ຈຶ່ງມີກົດຫ້າມໄຊ້ໂທລະສັບມືຖືຂະນະຕື່ມນ້ຳມັນ ເພື່ອເປັນການປ້ອງກັນເຫດຮ້າຍໄວ້ກ່ອນ ດັ່ງນັນຜູ້ຕື່ມນ້ຳມັນຈຶ່ງຄວນເຄັ່ງຂັດກັບຂໍ້ຫ້າມນີ້.


ແຫຼ່ງຂ່າວ http://www.news.com.la/detail/14530
Ad