Top Ad

header ads

ວິທີກວດເບິ່ງລົງວິນໂດໄດ້ຈັກມື້,ເດືອນ,ປີ


 ວິທີກວດເບິ່ງລົງວິນໂດໄດ້ຈັກມື້,ເດືອນ,ປີ
ທ່ານ​ເຄີຍ​ສົງ​ໃສ​ບໍ່​ວ່າ​ອຸ​ປະ​ກອນ​ທີ່​ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ Windows ທີ່​ເຮົາ​ໃຊ້​ຢູ່​ນີ້​ແມ່ນ​ເຮົາ​ລົງ​ເຄື່ອງ​ໃໝ່​ມື້​ໃດ​ວັນ​ທີ​ໃດ ? ດັ່ງ​ນັ້ນ​ບົດ​ນີ້​ເຮົາ​ຈຶ່ງ​ມີ​ວິ​ທີ​ ກວດ​ເບິ່ງ​ວ່າ​ເຮົາ​ລົງ​ວິນ​ໂດ​ໄດ້​ຈັກ​ມື້​,​ເດືອນ​,​ປີ​ແລ້ວ ຂັ້ນ​ຕອນ​ງ່າຍໆ​ດັ່ງ​ນີ້​:
  1. ເປີດ​ເຄືອງ​ຄອມ​ພິວ​ເຕີ​ຂອງ​ເຮົາ​ຂຶ້ນ​ມາ ແລ້ວ​ກົດ​ປຸ່ມ Windows + R ຢູ່ Keyboard ເບິ່ງ​ຮູບ​ທາງ​ລຸ່ມ

2. ມັນ​ຈະ​ເປີດ Run ຂຶ້ນ​ມາ​ໃຫ້​ເຮົາ ເບິ່ງ​ຮູບ​ທາງ​ລຸ່ມ


3. ຫຼັງ​ຈາກ​ນັ້ນ​ໃຫ້​ເຮົາ​ພິມ​ຄຳ​ວ່າ cmd ໃສ່​ຊ່ອງ​ຂອງ Open ແລ້ວ​ກົດ Ok ຫຼື Enter ຢູ່ Keyboard ກະ​ໄດ້ ເບິ່ງ​ຮູບ​ທາງ​ລຸ່ມ



Windows-Check (3)4. ແລ້ວ​ມັນ​ຈະ​ເປີດ cmd ຂຶ້ນ​ມາ​ໃຫ້​ເຮົາ ເບິ່ງ​ຮູບ​ທາງ​ລຸ່ມ

Windows-Check (4)5. ແລ້ວ​ໃຫ້​ເຮົາ​ພິມ​ຄຳ​ວ່າ systeminfo ແລ້ວ​ກົດ​ປຸ່ມ Enter ຢູ່ Keyboard ເບິ່ງ​ຮູບ​ທາງ​ລຸ່ມ ໝາຍ​ເຫດ​: ພິມ​ຕໍ່​ກັນ​ເລີຍ​ເດີ່ ຫ້າມ​ຍະ​ຫວ່າງ

Windows-Check (5)
6. ແລ້ວ​ກະ​ຖ້າ​ມັນ​ໜ້ອຍ​ໜຶ່ງ​ເນາະ ຈົນ​ກວ່າ​ມັນ​ຈະ​ຂຶ້ນ​ແບບ​ນີ້​ມາ​ໃຫ້​ເຮົາ ເບິ່ງ​ຮູບ​ທາງ​ລຸ່ມ

Windows-Check (6)7. ຫຼັງ​ຈາກ​ນັ້ນ​ກະ​ເລືອຍ​ຂຶ້ນ​ໄປ​ທາງ​ເທິງ​ຈົນ​ຈຳ​ເລີຍ​ເນາະ ເບິ່ງ​ຮູບ​ທາງ​ລຸ່ມ

Windows-Check (7)
ອະທິບາຍ:
  • ເສັ້ນສີແດງ ຫຼື Original Install Date: 07/15/2015, 07:12:42 ແມ່ນ​ວັນ​ທີ​,​ເດືອນ​,​ປີ ແລະ ເວລາ​ທີ່​ເຮົາ​ລົງ​ວິນ​ໂດ​.
  • ເສັ້ນສີຟ້າ ຫຼື System Boot Time: 01/15/2016, 09:27:21 ແມ່ນ​ວັນ​ທີ​,​ເດືອນ​,​ປີ ແລະ ເວລາ​ຂອງ​ປັດ​ຈຸ​ບັນ​.
ໂດຍ: ມາສເຕີ ຂັນທອງ
CR: http://mobiletalk.tv/
Ad