Top Ad

header ads

ສິງກະໂປໃຊ້ເງິນຢວນເປັນເງິນທຶນສຳຮອງສາກົນ



ທະນາຄານ​ກາງ​ສິງກະ​ໂປ​ລະບຸ​​ໃນ​ວັນ​ທີ 22 ມິຖຸນາ​ທີ່​ຜ່ານ​ມາ​ວ່າ ຈະ​ລົງທຶນ​ທາງ​ການ​ເງິນ​ໃນ​ສະກຸນ​ເງິນ​ຢວນ​ຂອງ​ສປ ຈີນເປັນ​ສ່ວນ​ໜຶ່ງ​ຂອງ​ເງິນ​ທຶນ​ສຳຮອງ​ສາກົນ​ນັບ​ຕັ້ງ​ແຕ່​ເດືອນ​ມິຖຸນາ​ນີ້ ​ເປັນ​ຕົ້ນ​ໄປສະ​ແດງ​ໃຫ້​ເຫັນ​ວ່າ​ສະກຸນ​ເງິນ​ຢວນກຳລັງ​ເປັນ​ທີ່​ຍອມຮັບ​ໃນ​ ລະດັບ​ສາກົນ​ຫຼາຍ​ຂຶ້ນ​ເລື້ອຍໆ.
ທະນາຄານ​ກາງ​ສິງກະ​ໂປ​ເປີດ​ເຜີຍ​ວ່າ ສິງກະ​ໂປ​ຍອມຮັບ​ຕະຫຼາດ​ການ​ເງິນ​ຂອງ​ຈີນ​ມີ​ຄວາມ​ໝັ້ນຄົງ ​ແລະ ເປີດ​ເສລີ​ຫຼາຍ​ຂຶ້ນ ລວມທັງ​ເງິ​ນຢວນກໍ​ເປັນ​ທີ່​ຍອມຮັບ​ຫຼາຍ​ຂຶ້ນ​ໃນ​ບັນດາ​ຜູ້​ລົງທຶນ​ໃນ​ຖານະ​ ຊັບສິນ​ສາກົນ, ທັງ​ນີ້​ທະນາຄານ​ກາງ​ສິງກະ​ໂປ​ລົງທຶນ​ທາງ​ການ​ເງິນ​ໃນ​ສະກຸນ​ເງິນ​ຢວນມາ​ ຕັ້ງ​ແຕ່​ປີ 2012 ພາຍ​ໃຕ້​ໂຄງການ​ໜຶ່ງ​ທີ່​ຍອມ​ໃຫ້​ນັກ​ລົງທຶນ​ສະ​ຖາ​ບັນ​ຕ່າງປະ​ເທດ​ເຂົ້າ​ມາ ​ຊື້​ກາສາ​ນທຶນ ​ແລະ ພັນທະບັດ​ທີ່​ມີ​ລາຍ​ຊື່​ໃນ​ຕະຫຼາດ​ຫຼັກ​ຊັບ​ພາຍ​ໃນ​ຂອງ​ຈີນ, ຊຶ່ງ​ປີຜ່ານມາ​ຈີນ​ໄດ້​ໃຊ້​ນະ​ໂຍ​ບາຍ​ຕ່າງໆ​ເພື່ອ​ໃຫ້​ນັກ​ລົງ​ທຶນ​ສະ​ຖາ​ ບັນ​ຕ່​າງປະ​ເທດ​ເຂົ້າ​ເຖິງ​ການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ ​ແລະຕະຫຼ​າດກາສາ​ນໜີ້​ຢ່າງ​ເສລີ​ຫຼາຍຂຶ້ນ. ຕົວຢ່າງ​ເຊັ່ນ: ນັກ​ລົງທຶນສະຖາບັນ​ຕ່າງປະ​ເທດ​ສ່ວນ​ໃຫຍ່​ໄດ້​ຮັ​ບອະນຸຍາດ​ໃຫ້​ເຂົ້າ​ເຖິງ​ ຕະຫຼາດພັນທະບັດ​ລະຫວ່າງ​ທະນາຄານ​ຈີນ ​ແລະ ​ໂກ​ຕາ​ການ​ລົງທຶນ​ຖືກ​ຍົກ​ເລີກ​ໄປ, ທະນາຄານ​ກາງ​ສິງກະ​ໂປ​ລະບຸ​ວ່າ ຂໍ້​ຈຳກັດ​ກ່ຽວ​ກັບ​ການ​ສົ່ງ​ເງິນ​ເຂົ້າ ​ແລະ ອອກ​ຖືກ​ຍົກ​ເລີກ ​ແລະ ປະຈຸ​ບັນ​ນີ້​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ອະນຸມັດ​ລ່ວງ​ໜ້າ​ສຳລັບ​ການ​ສົ່ງ​ ເງິນ​ທຶນ​ທີ່​ລົງທຶນ​ໃນ​ຕະຫຼາດ​ພັນທະບັດ​ລະ​ຫວ່າງ​ທະນາຄານ​ກັບຄືນປະ​ເທດ.
ສຳນັກ​ຂ່າວ​ບລູມ​ເບິ​ກນິວ ລາຍ​ງານ​ວ່າ ຈີນ​ກຳລັງ​ເຄື່ອນ​ໄຫວ​ສ້າງ​ສະຖຽນ​ລະ​ພາບ​​ໃຫ້​ກັບ​ສະກຸນ​ເງິນຢວນ ກ່ອນ​ທີ່​ຈະ​ຖືກ​ນັບ​ລວມ​ໃນ​ກະຕ່າເງິນ​ສຳຮອງ​ສາກົນ​ຂອງ​ກອງ​ທຶນ​ການ​ເງິນ​ ສາກົນ (​ໄອ​ເອັມ​ເອຟ) ຊຶ່ງ​ມີ​ຜົນ​ຕັ້ງ​ແຕ່​ວັນ​ທີ່ 1 ຕຸ​ລາ​ທີ່​ຈະ​ມາ​ເຖິງ​ນີ້​ເປັນ​ຕົ້ນ​ໄປ ຫຼັງ​ຈາກ​ຄາດ​ໝາຍວ່າ ມີ​ເງິນ​ໄຫຼ​ອອກ​ນອກ​ປະ​ເທດ​ປະມານ 1 ພັນ​ຕື້​ຢວນ​ໃນ​ປີ​ທີ່​ຜ່ານ​ມາ.




ຂໍ້ມູນຈາກ: ເສດຖະກິດ-ສັງຄົມ
Ad