Top Ad

header ads

ສື່ເຜີຍ ລາຊາຊຸດຂາວ ຍັງຮັກ ເດ ເຄອາ ພ້ອມດຶງໂຕໃຫ້ໄດ້



ໂກເປ ສະຖານີວິທະຍຸຂອງສະເປນເຜີຍ ເຣອັນ ມາດຣິດ ຍັງຢາກໄດ້ ດາບິດ ເດ ເຄອາ ມືກາວ ແມນຢູ ມາຮ່ວມທີມໂດຍພວກເຂົາຈະໃຫ້ ເດ ເຄອາ ກັບໄປຫຼິ້ນແບບຢືມໂຕກັບ “ຜີສາດແດງ” 1 ລະດູການທັນທີຖ້າບັນລຸຂໍ້ຕົກລົງເລື່ອງຊື້ມືກາວສະເປນໄດ້.

ເຣອັນ ມາດຣິດ ສະໂມສອນຍັກໃຫຍ່ຈາກ ລາ ລີກາ ສະເປນຍັງສົນໃຈທີ່ຈະດຶງໂຕ ດາບິດ ເດ ເຄອາ ຜູ້ຮັກສາປະຕູຂອງ ແມນເຊສເຕີ ຢູໄນເຕັດ ໄປຮ່ວມທັບຕາມການລາຍຂອງ ໂກເປ ສະຖານີວິທະຍຸຂອງສະເປນ.

ເດ ເຄອາ ເປັນເປົ້າໝາຍຂອງ ເຣອັນ ມາດົນແລ້ວໂດຍເມື່ອຊ່ວງຊຳເມີປີກາຍກໍມີລາຍງານວ່າເຂົາເກືອບຈະໄດ້ຍ້າຍໄປຢູ່ກັບ “ລາຊາຊຸດຂາວ” ແຕ່ສຸດທ້າຍເກີດຄວາມຜິດພາດດ້ານການສົ່ງເອກະສານຂອງທີມດັງຈາກຖິ່ນ ຊານດີເອໂກ ເບີນາເບວ ຈົນເຮັດໃຫ້ການຍ້າຍທີມລົ້ມເຫຼວ.

ທັງນີ້ ໂກເປ ລະບຸວ່າໃນເທື່ອນີ້ ເຣອັນ ມຸ່ງໝັ້ນທີ່ຈະເຮັດໃຫ້ການຍ້າຍທີມຈົບລົງດ້ວຍດີ ເຊິ່ງຖ້າວ່າປະສົບຜົນສຳເລັດແລ້ວນັ້ນພວກເຂົາຈະໃຫ້ ເດ ເຄອາ ກັບໄປຫຼິ້ນແບບຢືມໂຕກັບ ແມນ ຢູໄນເຕັດ ເປັນເວລາໜຶ່ງລະດູການທັນທີ.

ຢ່າງໃດກໍຕາມຖ້າວ່າເປັນຄວາມຈິງມັນກໍຖືກວ່າຂັດກັບລາຍງານກ່ອນໜ້ານີ້ທີ່ມີການເຜີຍວ່າ ຊີເນດີນ ຊີດານ ນາຍໃຫຍ່ຂອງ ຊຸດຂາວ ແລະ ນັກເຕະຊັ້ນນຳຫຼາຍຄົນຂອງທີມບອກກັບ ຟໍເລັນຕິໂນ ເປເລດ ປະທານຂອງທີມວ່າພວກເຂົາພໍໃຈກັບຟອມຂອງ ເຄເລີ ນາບາສ ນາຍທະວານຂອງທີມ ຫຼັງຈາກທີ່ ນາບາສ ບໍ່ເສຍະຕູໃນ ຢູຟາ ແຊມປຽນລີກ ເຖິງ 9 ນັດຈາກທັງໝົດ 11 ນັດໃນລະດູການນີ້ ແລະ ມີສ່ວນຊ່ວຍໃຫ້ທີມໄດ້ຖ້ວຍ “ບີກເອຍ” ມາ.

ຂະນະດຽວກັນມັນກໍມີການລະບຸວ່າ ໂຊເຊ ມູຣິນໂຢ ຜູ້ຈັດການທີມຄົນໃໝ່ຂອງ ແມນຢູ ກຳນົດໃຫ້ ເດ ເຄອາ ເປັນໜຶ່ງໃນນັກເຕະທີ່ທີມຫ້າມຂາຍ ຖ້າ “ຜີສາດແດງ” ຫວັງວ່າຈະໄດ້ກັບມາມີລຸ້ນແຊມອີກໃນລະດູການໜ້າ.

CR: ຄິດອອກ
Ad