Top Ad

header ads

ເຈສຊີ ໄອເຊນເບຣິກກັບພາບຕໍ່ຮຸບເງົາແນວ ປຸ້ນດ້ວຍກົນ


ປຸ້ນ​ດ້ວຍ​ກົນ ຫຼື Now You See Me 2 ກັບ​ຜົນ­ງານ​ໃໝ່​ຫຼ້າ​ສຸດ​ຂອງ ເຈ​ສ​ຊີ ໄອ​ເຊນ ເບຣິກ ພາກ​ຕໍ່​ຂອງ​ຮູບ­ເງົາ​ແນວ“ປຸ້ນ​ດ້ວຍ​ກົນ” ທີ່​ສ້າງ​ປາ­ກົດ­ການ ຖະ​ຫຼົ່ມ​ຖະ​ລາຍ​ກວາດ​ລາຍ​ໄດ້ ກວ່າ 350 ລ້ານ​ໂດ​ລາ​ສະ­ຫະ­ລັດ ທົ່ວ​ໂລກ​ໄປ​ໃນ​ພາກ​ທຳ​ອິດ​ກັບ​ການ​ກັບ​ມາ​ຮັບ​ບົດ​ຍອດ​ນັກ​ມາ­ຍາ​ກົນ ເຈ ແດ​ນຽວ ແອບ​ລາ​ສ ເຈົ້າ​ຂອງ​ສາ­ຍາ The Showman ຫຼື ອາດ­ຊະ­ຍາ​ກອນ​ລວງ​ຕາ (The Four Horsemen) ແຫ່ງ​ກຸ່ມ​ສື່​ອາ​ຊະ​ຍາ​ກອນ ຜູ້​ຊຳ ນານ​ໃນ​ການ​ໃຊ້​ມາ­ຍາ​ກົນ​ພາບ​ລວງ​ຕາ.
ເຈ​ສ​ຊີ ໄອ​ເຊນ​ເບິ​ຣກ ເກີດ​ເມື່ອ​ວັນ​ທີ 5 ຕຸ­ລາ 1983 ເປັນ​ນັກ­ສະ­ແດງ​ຊາວ​ອາ​ເມ​ລິ​ກັນ​ມີ​ຜົນ­ງານ​ໃນ​ຮູບ ເງົາ​ຫຼາຍ​ເລື່ອງ ແລະ​ໃນ​ປີ 2014 ລາວ​ໄດ້​ຮັບ​ເລືອກ​ໃຫ້​ສະ­ແດງ​ເປັນ“ເລ໊ກ ລູ​ເທີ”ສັດ­ຕູ​ຄູ່​ອາ​ຄາດ​ຂອງ “ຊູ​ເປີ ແມນ” ໃນ​ຮູບ­ເງົາ​ແບດ​ແມນ​ປະ​ທະ​ຊູ​ເປີ​ແມນ ແສງ​ອາ​ລຸນ​ແຫ່ງ​ຍຸ­ຕິ​ທຳ.

ທີ່ມາແຫຼ່ງຂ່າວ: ເສດຖະກິດ-ການຄ້າ
Ad