Top Ad

header ads

ເຄັດລັບການໜຶ້ງປາບໍ່ໃຫ້ຄາວ


ເຄັດ​ລັບ​ກັບ​ການ​ໜຶ້ງ​ປາ​ບໍ ໃຫ້​ຄາວ​ກ່ອນ​ອື່ນ​ຕ້ອງ​ເລືອກ​ປາ ທີ່​ສົດ​ໃໝ່ ແລະ​ຜ່ານ​ການ​ລ້າງ​ເຮັດ ຄວາມ​ສະ­ອາດ​ຢ່າງ​ດີ ໂດຍ​ວິ­ທີ ເບິ່ງ​ວ່າ​ປາ­ສົດ ຫຼື ບໍ່​ໃຫ້​ເບິ່ງ​ທີ່​ຕາ ປາ​ຈະ​ຕ້ອງ­ຕາ​ໃຫຍ່​ເຕັມ­ທີ່​ໃສ​ບໍ່ ຫຼຸບ​ບໍ່​ເລິກ ຫຼື ບຸ້ມ​ເປັນ​ສີ​ເທົາ, ເກັດ ສີ­ສົດ​ໃສ​ເປັນ​ມັນ​ເງົາ, ລຽບ​ສະ­ເໝີ ກັນ​ບໍ່​ແຫ້ງ​ຫຼື​ຫຼຸດ​ອອກ, ໜັງ​ຄວນ ຈະ​ມີ​ເມືອກ​ຄຸມ​ຢູ່​ທົ່ວ​ໂຕ ແລະ​ຊຸ​ຸ່ມ ຊື່ນ​ຢູ່​ຕະ­ຫຼອດ​ເວ­ລາ, ເຫງືອກ​ຕ້ອງ  ມີ​ສີ­ແດງ​ສົດ​ບໍ່​ຂຽວ​ຄ້ຳ, ຄີບ​ປິດ​ສະ­ໜິດ, ຊີ້ນ​ປາ​ບໍ່​ເລະ ແລະ​ອ່ອນ ເຫຼວ ເມື່ອ​ໄດ້​ປາ​ທີ່​ເລືອກ​ໄດ້​ແບບ ສົດ​ໃໝ່​ແລ້ວ​ກໍ​ນຳ​ມາ​ຄົວ​ລ້າງ​ນ້ຳ ໃຫ້​ສະ­ອາດ​ທາ​ຊີ້ນ​ປາ​ດ້ວຍ​ນ້ຳ ໝາກ​ນາວ ແລະ​ເກືອ​ພໍ­ປະ­ມານ ກ່ອນ​ນຳ­ໄປ​ໜຶ້ງ ຈະ​ຊ່ວຍ​ກຳ­ຈັດ ກິ່ນ​ຄາວ​ປາ ຫຼື ຫາກ​ບໍ່​ສະ­ດວກ​ໃຊ້ ນ້ຳ­ໝາກ​ນາວ ຈະ​ໃຊ້​ເປັນ​ນ້ຳ​ສົ້ມ ສາຍ​ຊູ​ແທນ​ກໍ​ໄດ້ ນອກ­ຈາກ​ນີ້​ນ້ຳ ໝາກ​ນາວ ຫຼື ນ້ຳ​ສົ້ມ​ສາຍ​ຊູ​ທີ່​ປະ ສົມ​ຮ່ວມ​ກັບ​ເກືອ​ຈະ​ຊ່ວຍ​ເຮັດ​ໃຫ້ ຊີ້ນ​ປາ​ຄົງ​ຮູບ​ຮ່າງ​ບໍ່​ແຕກ, ບໍ່​ເລະ ງ່າຍ ຊຶ່ງ​ມີ​ຜົນ​ເຮັດ​ໃຫ້​ຊີ້ນ​ປາ​ໜຶ້ງ​ສວຍ​ງາມ​ໜ້າ​ຮັບ​ປະ­ທານ​ຍິ່ງ​ຂຶ້ນ. 

ເຄັດ​ລັບ​ສຳ­ຄັນ​ກໍ​ຄື​ກ່ອນ​ຈະ ໃສ່​ປາ​ລົງ​ໄປ​ໜຶ້ງ ຕ້ອງ​ແນ່​ໃຈ​ວ່າ ນ້ຳ​ຟົດ​ແຮງໆ​ເສຍ​ກ່ອນ ແລະ​ຂະ ນະ​ໜຶ້ງ​ກໍ​ຕ້ອງ​ໃຊ້​ໄຟ​ແຮງ​ໃຫ້​ນ້ຳ ຟົດໆ​ເຊັ່ນ​ກັນ ເນື່ອງ​ຈາກ​ການ​ໃຊ້ ອາຍ​ນ້ຳ​ທີ່່​ຮ້ອນ​ຈາກ​ນ້ຳ​ຟົດ​ຈະ ຊ່ວຍ​ກຳ­ຈັດ​ກິ່ນ​ຄາວ​ບໍ່​ໃຫ້​ຫຼົງ ເຫຼືອ​ໃນ​ປາ​ໄດ້ ແລະ​ໃນ​ລະ­ຫວ່າງ ໜຶ້ງ​ກໍ​ຄວນ​ເປີດ​ຝາ​ໝໍ້​ໃຫ້​ອາຍ​ນ້ຳ ອອກ​ເລື້ອຍໆ ເພາະ​ອາຍ​ນ້ຳ​ຈະ​ພາ ກິ່ນ​ຄາວ​ຂອງ​ປາ​ອອກ​ໄປ​ໄດ້​ອີກ ຢ່າງ​ໜຶ່ງ​ການ​ໃຊ້​ສະ​ໝຸນ​ໄພ​ບາງ ຊະ­ນິດ​ກໍ​ສາ­ມາດ​ຊ່ວຍ​ດັບ​ກິ່ນ ຄາວ​ຂອງ​ປາ​ໄດ້ ໂດຍ​ສະ​ໝຸນ​ໄພ ທີ່​ແນະ­ນຳ​ກໍ​ຄື: ຫົວ​ສີ​ໄຄ ແລະ​ຫົວ ຜັກ­ບົ່ວ​ແດງ ລອງ​ໃສ່​ສອງ​ສິ່ງ​ນີ້ ລົງ​ໄປ​ຂະ­ນະ​ໜຶ້ງ​ປາ​ເບິ່ງ​ສະ​ໝຸນ ໄພ​ຈະ​ຊ່ວຍ​ດັບ​ກິ່ນ​ຄາວ​ປາ​ໄດ້​ເປັນ​ຢ່າງ​ດີ.


ທີ່ມາ: ເສດຖະກິດ-ສັງຄົມ
Ad