Top Ad

header ads

ເປີດຕົວຮູບເງົາຄວາມຮັກ-ຫລຸຍໃບຕອງ



ວັນທີ 23 ເມສາ2016 ທີເຄການບັນເທີງໄດ້ເປີດໂຕຮູບເງົາເລື່ອງຄວາມຮັກຫລຸຍ-ໃບຕອງ ຢູ່ທີ່ຫໍວັດທະນະທຳແຫ່ງຊາດ. ສຳລັບຮູບເງົາເລື່ອງຫລຸຍ-ໃບຕອງ ເປັນຜົນງານຮູບເງົາເລື່ອງທີ2 ຂອງຄ້າຍທີເຄ ຖັດຈາກຮູບເງົາເລື່ອງຂ້ອຍຮັກເຈົ້າທີ່ໄດ້ຮັບກະແສຕອບຮັບດີພໍສົມຄວນ. ທ່ານທະວີສັກ ທຳມະວົງສາ ຜູ້ອຳນວຍການບໍລິສັດທີເຄການບັນເທີງທັງເປັນຜູ້ກຳກັບຮູບເງົາເລື່ອງດັ່ງກ່າວໄດ້ກ່າວວ່າ: ຮູບເງົາເລື່ອຄວາມຮັກຫລຸຍ-ໃບຕອງຜະລິດຂຶ້ນໂດຍມີຈຸດປະສົງຂຶ້ນເພື່ອສ້າງຄວາມສຸກໃຫ້ແກ່ຜູ້ຊົມ ແລະເປັນການສະເຫລີມສະຫລອງທີເຄການບັນເທີງຄົບຮອບ 5ປີໃນວັນທີ 5ພຶດສະພານີ້. ຄວາມຮັກຫລຸຍ-ໃບຕອງມີຄວາມຍາວປະມານ 100ນາທີ ຜະລິດໂດຍຄົນລາວທັງຫມົດ ສ່ວນນັກສະແດງແມ່ນມາຈາກຫລາຍພາກສ່ວນເຊັ່ນ ນັກສະແດງນຳໄດ້ແກ່ ຊ້າງ ອານຸສອນ ຮັບບົດເປັນ ຫລຸຍ , ກຸ້ງນາງສຸພາພອນ ຮັບບົດ ໃບຕອງ ພ້ອມດ້ວຍ ຕ່າຍ ຂຸນຄຳ, ຫນິງ ອາໄພສອນ, ດຸກດິກ, ເອກກີ້..... ຮູບເງົາຫລຸຍ-ໃບຕອງ ເປີດສາຍແລ້ວມື້ນີ້ທີ່ສູນການຄ້າລາວ-ໄອເຕັກ ແລະສະຫວັນ-ໄອເຕັກ ຈົນເຖິງກາງເດືອນພຶດສະພາ 2016.
Ad