Top Ad

header ads

ຊອງເຮຄຽວ ໂພສຕ໌ພາບຄູ່ລົງ IG ຕິດແທັກ ຄູ່ຮັກ ຊົງຊົງ ແຟນຄລັບສົງໃສຈະມີຫຍັງໃນກໍໃຜ່…




ບັນເທີງຕ່າງແດນ ວັນນີ້ ເຮົາຈະມາທີ່ຝັ່ງຂອງເກົາຫຼີໃຕ້ກັນແນ່ຈັກໜ່ອຍ ເຊິ່ງທີມງານບັນເທີງພວກເຮົາບໍ່ເວົ້າຂ່າວພະນາງສຸດຮັອດຈາກຊີຣີ້ Descendants of the Sun ຢ່າງ ຊອງເຮຄຽວ ແລະ ຊົງຈິກິ ບໍ່ໄດ້ ເພາະທັງສອງຄົນນີ້ຖືວ່າຕອນນີ້ກຳລັງມາແຮງແຫ່ງປີ 2016
ແຟນຄລັບຂອງທັງສອງໄດ້ຟິນເວີ້ກັນສຸດໆ ເມື່ອ ຊອງເຮຄຽວ ໂພສຕ໌ພາບຫວານ ຄ່ກັບ ຊົງຈຸກິງ ກອດຄໍ ລົງ IG ແຖມຕິດແຮຊ໌ແທັກຄູ່ຮັກ ຊົງຊົງ #songsongcouple

ເຮັດໃຫ້ແຟນຄລັບກຣີ໊ດຟິນຢ່າງແຮງ ເມື່ອນາງເອກສາວສຸດຮັອດຂອງເກົາຫຼີໃຕ້ ຊອງເຮຄຽວ ໄດ້ໂພສຕ໌ພາບຄູ່ກັບ ພະເອກໜຸ່ມຂັວນໃຈຈາກຊີຣີ້ Descendants of the Sun ລົງໃນອິນສ໌ຕາແກຣມ ເມື່ອວັນທີ 18 ມິຖຸນາ 2016 ເຊິ່ງພາບດັ່ງກ່າວໜຸ່ມຊົງຈຸງກິໄດ້ກອດສາວເຈົ້າໄວ້ອີກດ້ວຍ
ແຟນຄລັບຂອງທັງສອງລຸ້ນລະຫວ່າງສອງຄົນນີ້ຈະມີຫຍັງໃນກໍໃຜ່ ຫຼື ບໍ່ ເຖິງແມ່ນວ່າ ທາງຕົ້ນສັງກັດຂອງທັງສອງຈະເຄີຍອອກມາປະຕິເສດແລ້ວວ່າບໍ່ມີຫຍັງກໍ່ຕາມ ແຕ່ເຫຼົ່າແຟນຄັລບກໍ່ຍັງເຊຍໃຫ້ທັງຄູ່ເປັນແຟນກັນແທ້ທີ່ນອກຈໍອີກດ້ວຍ


ທີ່ມາແຫຼ່ງຂ່າວ: Laopost.com
Ad