ເດວິດ ຊັນລີແວ່ນ ປານທານເວດແຮັມປະກາດ ບໍ່ຂາຍ ດີມິທຣີ ປາເຢດ ແຕ່ຖ້າທີມໃດຍອມຈ່າຍເປັນສະຖິຕິໂລກ 100 ລ້ານປອນ ກໍ່ພໍລົມກັນໄດ້
ປາເຢດ ໂຊຜົນງານໄດ້ແບບສຸດຍອດ ກັບລະດູການແລກທີ່ຫລິ້ນໃນພີເມຍ ລີກ ໃຫ້ກັບເວດແຮັມ ແລະ ໂດດເດັ່ນໃນການຫລິ້ນໃນທີມຊາດຝຣັ່ງເສດໃນຢູໂລ 2016 ຈົນເປັນເປົ້າສົນໃຈຂອງຫລາຍທີມ
ເດວິດ ຊັນລິແວນ ປະທານທີມຂຸນຄ້ອນຢືນຢັນຊັດເຈນທີມທີ່ສົນໃຈຄ່າໂຕແບບພື້ນ 30-40 ລ້ານປອນ ແລ້ວໃຊ້ເງິນຄ່າຈ້າງລໍ້ນັກເຕະຢ່າໄດ້ຫວັງແບບນັ້ນ
"ປາເຢດ ບໍ່ໄດ້ມີໄວ້ຂາຍ ຊັນລີແວນ ກ່າວກັບເດລີ່ ມີເລີ່
"ພຽງແຄ່ທີມໃຫຍ່ຕ້ອງການໂຕແລ້ວຄິດວ່າຈະໄດ້ບໍ່ໄດ້ແນ່ນອນ ຄ່າໂຕຂອງເຂົາຍັບໄປທີ່ 100 ລ້ານປອນແມ້ວ່າອາຍຸຈະຂະໜາດນີ້"
"ເຂົາປະສົບຄວາມສຳເລັດໃຫ້ກັບການຫລິ້ນໃຫ້ເວດແຮັມ ເປັນນັກເຕະພອນສະຫວັນຍິງຟີຄິກໄດ້ດີທີ່ສຸດຄົນໜຶ່ງຂອງໂລກ"
"ເຂົາມີສັນຍາກັບເຮົາມີອີກ 6 ອາທິດທີ່ອາດຈະມີເລື່ອງງີ່ເງົ້າເຂົ້າມາແຕ່ຖ້າເຊື່ອຄຳເວົ້າຂອງເຂົາເຂົາຕ້ອງການຢູ່ກັບເຮົາຕໍ່ໄປ"
"ຫາກມີໃຜຈັກຄົນ ທີມໃດຈັກທີມຕ້ອງການທຸບສະຖິຕິໂລກທີ່ຈະຈ່າຍຄ່າໂຕເຂົານັ້ນອາດຈະເຮັດໃຫ້ເຮົາຕັດສິນໃຈໃໝ່"
"ຫາກມີທີມໃດເຂົ້າມາດ້ວຍຂໍ້ສະເໜີ 30-40 ລ້ານປອນ ແລ້ວພະຍາຍາມເບິ່ນຄ່າເມື່ອຍລໍ້ໃຈນັກເຕະ ເຮົາຈະຈັດການຂັ້ນເດັດຂາດ"
"ເຮົາໃຫ້ສັນຍາໃໝ່ກັບເຂົາຫາກເຂົາຍັງຄົງເຮັດຜົນງານໄດ້ດີຄືເກົ່າໃນຕອນນີ້ ອາດຈະເປັນຊ່ວງຄຣິດສະມາສ ຫລື ຫລັງຈາກຈົບຊັ່ນ"
"ແຕ່ວ່າຕອນນີ້ເຂົາຫາກໍ່ເຊັນສັນຍາສະບັບໃໝ່ກັບເຮົາເມື່ອ 4 ເດືອນກ່ອນ ຂ້ອຍບໍ່ເຫັນວ່າແຄ່ບໍ່ເທົ່າໃດເກມໃນການຫລິ້ນໃຫ້ທີມຊາດແລ້ວຕ້ອງໃຫ້ສັນຍາໃໝ່ໃຫ້ທັນທີ"
ແຫລ່ງຂ່າວໄດ້ມາຈາກ : http://www.hotscorethailand.com