Top Ad

header ads

ພໍໃຈບໍ່!! 105 ລ້ານປອນຜີໂວຄ່າໂຕປັອກບາກັບມ້າລາຍ(ນັກເຕະທີ່ມີຄ່າຕົວທີ່ແພງທີ່ສຸດໃນຕອນນີ້)





ເລກິບ ສື່ດັງຂອງຝຣັ່ງລະບຸ ແມນເຊສເຕີ ຢູໄນເຕັດ ກັບ ຢູເວັນຕຸດ ຕົກລົງເລື່ອງຄ່າໂຕຂອງ ພໍ ປັອກບາ ກອງກາງໂຕເກັ່ງຂອງທີມໄດ້ແລ້ວທີ່ 105 ລ້ານປອນ ຫຼັງຈາກທີ່ກ່ອນໜ້ານີ້ “ຜີສາດແດງ” ຍື່ນໄປ 90 ລ້ານປອນແຕ່ວ່າຖືກປະຕິເສດ.

ແມນເຊສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ຂອງ ພຣີເມຍລີກ ຕົກລົງກັບ ຢູເວັນຕຸດ ເລື່ອງຄ່າໂຕຂອງ ປັອກບາ ມິດຟິວຄົນສຳຄັນຂອງ “ບຽງໂຄເນຣີ” ໄດ້ແລ້ວທີ່ລາຄາ 105 ລ້ານປອນເຊິ່ງຖືເປັນສະຖິຕິໂລກ ຕາມການລາຍງານຂອງ ເລກິບ ສື່ຊື່ດັງຂອງຝຣັ່ງ.

ປັອກບາ ເປັນໜຶ່ງໃນນັກເຕະທີ່ຖືກຈັບຕາເບິ່ງເລື່ອງການຍ້າຍທີມຫຼາຍທີ່ສຸດຄົນໜຶ່ງໃນຊ່ວງຊຳເມີນີ້ ຫຼັງຈາກຕົກເປັນທີ່ສົນໃຈຂອງທັງ ແມນຢູ, ເຣອັນ ມາດຣິດ ແລະ ເປເອັດເຊ ໂດຍທີ່ “ຜີສາດແດງ” ຄືທີມທີ່ຖືກເບິ່ງວ່າມີໂອກາດໄດ້ເຂົາໄປຮ່ວມທີມຫຼາຍທີ່ສຸດ.

ທັງນີ້ ແມນຢູ ເຄີຍຍື່ນຂໍ້ສະເໜີໄປ 90 ລ້ານປອນແຕ່ວ່າຖືກປະຕິເສດ ຢ່າງໃດກໍຕາມ ເລກິບ ເຜີຍວ່າທີມຂອງ ໂຊເຊ ມູຣິນໂຢ ຍື່ນໄປອີກເທື່ອໜຶ່ງທີ່ 105 ລ້ານປອນເທົ່າກັບທີ່ “ມ້າລາຍ” ຕັ້ງຄ່າຫົວເອົາໄວ້ ແລະ ທີມດັງຂອງເມືອງຕູຣິນກໍຕອບຮັບຂໍ້ສະເໜີນັ້ນແລ້ວ.




CR KIDORK
Ad