Top Ad

header ads

10 ປະໂຫຍດ​ຂອງ​ແຕງ​...ຫມາກໄມ້​ລາວໆ​ ທີ່​ບໍ່​ຄວນເບິ່ງ​ຂ້າມ​



ໝາກແຕງ​​ ໝາກ​ອ່ອນ​ຂອງມັນ​ອຸດົມ​ໄປ​ດ້ວຍ​ສານ​ອາຫານ​ຫຼາກ​ຫຼາຍ​ຊະນິດ​ນຳກັນ​ເຊັ່ນ: ທາດ​ຟອດ​ຟໍ​ຣັດ​ ແຄລ​ຊຽມ​ ແລະ ​ຍັງມີ​ວິ​ຕາ​ມິນ​ຕ່າງ​ໆ​ ສູງ​ກວ່າ​ໝາກ​ສຸກ​ອີກ​ດ້ວຍ​


ສັບ​ພະຄຸນຂອງ​ໝາກແຕງ​

1. ໝາກແຕງ​​ມີ​ວິ​ຕາ​ມິນ​ເອ​ສູງ​ຫລາຍ​
2. ໃຊ້​ຮັບປະທານ​ແກ້ຫິວນ້ຳ
3. ໃຊ້​ຂັບ​ຍ່ຽວ​
4. ໃຊ້​ບຳ​ລຸງ​ທາດ​
5. ບຳ​ລຸງ​ຫົວ​ໃຈ​
6. ໝາກແຕງ​ມີ​ສ່ວນ​ຊ່ວຍ​ບຳ​ຣຸງ​ສະຫມອງ​
7. ສາມາດ​ບັນ​ເທົາ​ອາການ​ໄອ​ຈາກ​ພະຍາດ​ປອດ​
8. ປ້ອງ​ກັນ​ພະຍາດ​ວັນ​ນະໂລກ
9. ແກ້​ພະຍາດ​ທາງເດີນ​ປັດສະວະ​ອັກ​ເສບ​
10. ປ້ອງ​ກັນ​ພະຍາດ​ເສັ້ນ​ເລືອດ​ຝອຍ​ຜ່ອຍ​ບາງ​ ທີ່​ມາ​ຂອງ​ສາ​ເຫດ​​ອາການ​ເລືອດ​ດັງອອກ​

ການ​ຮັບປະທານ​ໝາກແຕງ​
ນິຍົມ​ນຳ​ໜ່ວຍ​ອ່ອນ​​ນຳ​ມາ​ລ້າງ​ໃຫ້​ສະ​ອາດ​ ປອກ​ເປືອກ​ຮັບປະທານ​ກັບ​ແຈ່ວຊະນິດ​ຕ່າງ​ໆ ​ຫລື​ ອາດ​ນຳ​ມາ​​ເຮັດ​ເປັນ​ຢຳ​ ຫລື​ ຕຳສົ້ມໝາກແຕງ​​ກໍ​ໄດ້​ ໝາກແຕງ​ສາມາດ​ຮັບປະທານ​ໄດ້​ທັງ​ໜ່ວຍ​ອ່ອນ​ໃນ​ຮູບ​ແບບຂອງ​ຜັກ​ ຫລື​ ລໍຖ້າ​ໃຫ້ໃຫຍ່ແລ້ວນຳມາ​ຮັບປະທານ​ໃນ​ຮູບ​ຫມາກໄມ້​ ຫລື ​ເຂົ້າໜົມ​ຫວານ​ເຊັ່ນ​: ລອຍໝາກແຕງ ຫຼື ກະທິໝາກແຕງ ​ ເປັນ​ຕົ້ນ​




ທີ່ມາ http://news.com.la/detail/15827

Ad