Top Ad

header ads

11 ນະໂຍບາຍການເງິນຂອງລັດ ເພື່ອບັນລຸແຜນງົບປະມານ



ເພື່ອຈັດຕັ້ງປະຕິບັດແຜນງົບປະມານຂອງລັດໃນ 5 ປີຕໍ່ ໜ້າໃຫ້ບັນລຸໄດ້ຕາມແຜນການ ແລະຄາດໝາຍທີ່ວາງໄວ້ລັດໄດ້ກຳນົດຫຼາຍນະໂຍບາຍເພື່ອເປັນເຄື່ອງມືການຈັດຕັ້ງປະຕິບັດໃນດ້ານການເງິນເປັນຕົ້ນ
ນະໂຍບາຍການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ການຄຸ້ມຄອງໜີ້ສິນຕ່າງປະເທດ ແລະໜີ້ພາຍໃນ, ວຽກງານການບັນຊີກວດກາການເງິນ, ການຫັນເປັນທັນສະໄໝພັດທະນາຊັບພະຍາກອນມະນຸດຕະຫຼອດຮອດການຄຸ້ມຄອງການເງິນລັດວິສາຫະກິດ.
ອີງຕາມເອກະສານແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ VIII ໃຫ້ຮູ້ວ່າ ເພື່ອຮັບປະກັນການຈັດ ຕັ້ງປະຕິບັດແຜນງົບປະມານ 5 ປີຕໍ່ໜ້ານັບແຕ່ປີ 2016-2020 ໃຫ້ບັນລຸຕາມຄາດໝາຍ ຊຶ່ງຈະຕ້ອງ ໄດ້ປະຕິບັດຕາມຂອບນະໂຍບາຍ ດ້ານການເງິນ-ງົບປະມານທີ່ລັດວາງໄວ້ທີ່ມີທັງໝົດ 11 ນະໂຍບາຍດັ່ງລຸ່ມນີ້:
ນະໂຍບາຍການເງິນມະຫາ ພາກສ້າງຂອບນະໂຍບາຍການເງິນມະຫາພາກເພື່ອຮັບປະກັນສະຖຽນນະພາບຂອງເສດຖະກິດມະຫາພາກການຫຼຸດຜ່ອນການ ຂາດດູນງົບປະມານຫຼຸດຜ່ອນໜີ້ ສິນທາງສາທາລະນະໃຫ້ຢູ່ໃນລະດັບປອດໄພຕາມມາດຕະຖານສາກົນ ແລະກຳນົດການເພີ່ມຂຶ້ນຂອງ ລາຍຈ່າຍໃຫ້ສົມດູນກວ່າການເພີ່ມຂຶ້ນຂອງລາຍຮັບ ແລະສ້າງຄັງສະສົມແຫ່ງລັດ ເພື່ອຮັບປະກັນລາຍຈ່າຍບັງເອີນ ແລະສຸກເສີນ; 2 ນະໂຍບາຍ ແລະການຄຸ້ມຄອງລາຍຮັບງົບປະມານ, ການຄົ້ນຄວ້າສ້າງຖານລາຍຮັບໃໝ່ໃຫ້ກວ້າງອອກ ແລະມີແຫຼ່ງລາຍຮັບ ເພື່ອທົດແທນລາຍຮັບຈາກພາສີຂາເຂົ້າ ໂດຍການປັບປຸງອັດຕາການຂະຫຍາຍຕົວຂອງເສດຖະກິດເຊັ່ນ: ອາກອນຊັບສິນ, ອາກອນທີ່ດິນອາກອນທີ່ພັກພາອາໄສ, ອາກອນລາຍຮັບ ແລະອາກອນສິ່ງ ແວດລ້ອມ, ຍົກສູງປະສິດທິພາບ ໃນການເກັບລາຍຮັບ ແລະຄຸ້ມຄອງທຸກແຫຼ່ງລາຍຮັບງົບປະມານ ເຂົ້າໃນການພັດທະນາຕະຫຼາດ ພັນທະບັດລັດຖະບານ ເພື່ອລະດົມທຶນຈາກພາຍໃນປະເທດໃຫ້ຫຼາຍຂຶ້ນ; 3 ນະໂຍບາຍ ແລະການຄຸ້ມ ຄອງລາຍຈ່າຍງົບປະມານສ້າງ ແລະຄົ້ນຄວ້ານະໂຍບາຍຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດໃຫ້ ສອດຄ່ອງກັບແຜນພັດທະນາເສດ ຖະກິດແຫ່ງຊາດການປັບປຸງໂຄງ ປະກອບລາຍຈ່າຍໃຫ້ມີຄວາມ ສົມດູນ ເພື່ອສະໜອງແຫຼ່ງທຶນໃຫ້ແກ່ວຽກງານທີ່ເປັນບູລິມະສິດ ຂອງລັດຖະບານການລົບລ້າງຄວາມທຸກຍາກ ແລະພັດທະນາຊັບ ພະຍາກອນມະນຸດຮັບປະກັນໃຫ້ ທຸກຄົນໄດ້ຮັບການສຶກສາໃນຂັ້ນປະຖົມຢ່າງທົ່ວເຖິງ, ບໍລິຫານງົບ ປະມານໃຫ້ໄປຕາມແຜນການທີ່ ສະພາແຫ່ງຊາດຮັບຮອງ ເພື່ອຈຳ ກັດການຈ່າຍນອກແຜນ ຫຼື ຈ່າຍເກີນແຜນການທີ່ໄດ້ກຳນົດໄວ້.
ນະໂຍບາຍທີ 4 ການຄຸ້ມຄອງ ໜີ້ສິນຕ່າງປະເທດ ແລະໜີ້ສິນພາຍໃນ, ຄົ້ນຄວ້ານະໂຍບາຍດ້ານການຄຸ້ມຄອງໜີ້ສິນພາຍໃນ ແລະໜີ້ສິນຕ່າງປະເທດເພື່ອຈັດວາງ ແລະນຳໃຊ້ແຫຼ່ງເງິນກູ້ໃຫ້ມີປະສິດທິຜົນຖືກຕ້ອງຕາມນະໂຍບາຍຂອງພັກ-ລັດ ສ້າງກົນໄກທີ່ເດັດຂາດເພື່ອຢຸດຕິການລົງທຶນຂອງລັດນອກແຜນທີ່ສະພາແຫ່ງຊາດຮັບຮອງ, 5 ວຽກງານການບັນຊີກວດກາ ແລະກວດກາການເງິນ, ປັບປຸງ ແລະພັດທະນາດ້ານການບັນຊີການກວດສອບເອກະລາດ ໃຫ້ສອດຄ່ອງກັບມາດຕະຖານສາກົນດ້ານການບັນຊີ ເພື່ອຄວບຄຸມ ຄຸນນະພາບ ແລະປັບປຸງນິຕິກຳ ສຳລັບວຽກງານກວດກາໃຫ້ເປັນລະບົບຄົບຊຸດສ້າງກົນໄກລະບົບການກວດກາ-ກວດວຽກງານການເງິນໃຫ້ເປັນປົກກະຕິ; 6 ວຽກງານຫັນເປັນທັນສະໄໝຂອງຂະແໜງການເງິນ, ສືບຕໍ່ການພັດທະນາການຫັນເປັນທັນສະໄໝຂອງຂະແໜງການເງິນໃຫ້ຄົບຊຸດ ແລະ ລວມສູນດ້ວຍການລົງທຶນໃສ່ການ ພັດທະນາພື້ນຖານໂຄງລ່າງລະບົບໂປແກຣມບຸກຄະລາກອນ ທັງປະລິມານ ແລະຄຸນນະພາບ ເພື່ອປະຕິບັດລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດໃຫ້ມີຄວາມໂປ່ງໃສສະດວກວ່ອງໄວສາມາດກວດກາໄດ້ ແລະຕ້ານປາກົດການຫຍໍ້ທໍ້ຕ່າງໆໄດ້; 7 ແມ່ນວຽກງານການສ້າງ ແລະປັບປຸງນິຕິກໍາ, ພັດທະນາກົດໝາຍ ແລະນິຕິກຳດ້ານການເງິນໃຫ້ຄົບຊຸດມີຄວາມທັນສະໄໝ ແລະສອດຄ່ອງກັບສະພາບ ເສດຖະກິດໃນແຕ່ລະໄລຍະ, ສ້າງກົນໄກໃນການຕິດຕາມກວດກາປະເມີນຜົນໃນການຈັດຕັ້ງປະຕິບັດບັນດາກົດໝາຍ ແລະນິຕິກຳດ້ານການເງິນ ແລະຂະແໜງການ ອື່ນທີ່ມີຜົນກະທົບຕໍ່ລາຍຮັບ-ລາຍຈ່າຍງົບປະມານ.
ນະໂຍບາຍທີ 8 ວຽກງານພັດທະນາຊັບພະຍາກອນມະນຸດ; ປັບປຸງບູລະນະການຈັດຕັ້ງ ແລະພະນັກງານຂະແໜງການເງິນນັບແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ໜັກແໜ້ນດ້ານແນວຄິດການເມືອງເຂັ້ມແຂງດ້ານການຈັດຕັ້ງມີຄວາມຮູ້ຄວາມສາມາດດ້ານວີຊາສະເພາະ ແລະມີແບບແຜນວິທີການເຮັດວຽກໃຫ້ເປັນລະບຽບວິໄນເຂັ້ມງວດ; 9 ວຽກງານກໍ່ສ້າງ ແລະພັດທະນາຂະແໜງການຢູ່ໃນແຕ່ລະທ້ອງຖິ່ນ 3 ສ້າງ, ຂະແໜງ ການເງິນຂັ້ນສູນກາງຕ້ອງສືບຕໍ່ ປະຕິບັດພາລະບົດບາດມະຫາພາກເປັນຕົ້ນຕໍສຸມໃສ່ການຄົ້ນ ຄວ້າອອກກົດໝາຍນະໂຍບາຍ ແລະລະບຽບການອັນຈຳເປັນ ເພື່ອຄຸ້ມຄອງວຽກງານຂະແໜງການຂອງຕົນໃຫ້ມີປະສິດທິຜົນ ສູງກວ່າເກົ່າ; 10 ການພົວພັນ ຮ່ວມມືຕ່າງປະເທດ ແລະຮ່ວມມືສາກົນ; ສຶບຕໍ່ການພົວພັນຮ່ວມມື ໃນຂອບເຂດອາຊຽນ (ASEAN, ASEAN+3 ASEAN+6) ເພື່ອຍາດແຍ່ງເອົາບົດຮຽນທາງດ້ານຕ່າງໆຢ່າງມີການເລືອກເຟັ້ນເປັນຕົ້ນແມ່ນບົດຮຽນ ໃນການພັດທະນາດ້ານການຕະຫຼາດທຶນການເຊື່ອມຕໍ່ກັບຕະຫຼາດ ການເງິນສາກົນ ແລະບົດຮຽນອື່ນໆ.
ນະໂຍບາຍສຸດທ້າຍແມ່ນວຽກງານການພັດທະນາ ແລະການຄຸ້ມຄອງການເງິນລັດວິສາຫະກິດ; ສ້າງກົນໄກ ແລະວິທີການຄຸ້ມຄອງການເກັບລາຍຮັບຈາກເງິນປັນຜົນກຳໄລ ຈາກການລົງທຶນຂອງ ລັດຢູ່ໃນລັດວິສາຫະກິດ ແລະລັດວິສາຫະກິດປະສົມ-ຮຸ້ນສ່ວນ, ລາຍຮັບຈາກການກູ້ຢືມຕໍ່ໃຫ້ແກ່ ບັນດາວິສາຫະກິດທີ່ລັດລົງທຶນ ແລະລາຍຮັບຈາກການໃຫ້ເຊົ່າກິດຈະການຂອງລັດ ເພື່ອມອບເຂົ້າງົບປະມານແຫ່ງລັດໃຫ້ມີຄວາມຮັດກຸມຄົບຖ້ວນໂປ່ງໃສ ແລະຖືກຕ້ອງຕາມລະບຽບກົດໝາຍ.
ແນວໃດກໍດີ ທັງໝົດ 11 ນະໂຍບາຍທີ່ຍົກມານີ້ ນັບວ່າເປັນເຄື່ອງ ມືອັນສຳຄັນທີ່ຈະເຮັດໃຫ້ແຜນງົບປະມານຂອງລັດໃນ 5 ປີຕໍ່ໜ້າ ບັນລຸໄດ້ຕາມແຜນ ໂດຍສະເພາະ ແມ່ນດ້ານລາຍຮັບລາຍຈ່າຍໃຫ້ ບັນລຸທັງໝົດປະມານ 149,6 ພັນຕື້ກີບ; ລາຍຈ່າຍຢູ່ປະມານ 176,4 ພັນຕື້ກີບ; ຕົວເລກຂາດດູນງົບປະມານບໍ່ໃຫ້ເກີນ 5% ຂອງ GDP ປະມານ 26,8 ພັນຕື້ກີບ ເພີ່ມຂຶ້ນຈາກ 5 ປີກ່ອນ 7,8 ພັນຕື້ກີບ.

ທີ່ມາແຫຼ່ງຂ່າວ:​ ເສດຖະກິດ-ສັງຄົມ
Ad