Top Ad

header ads

ຫຼວງພະບາງ ມີການລົງທຶນເອກະຊົນ 183 ໂຄງການ

ອີງ​ຕາມ​ຂໍ້​ມູນ​ຂອງ​ພະ​ແນກ ແຜນ­ການ ແລະ​ການ​ລົງ­ທຶນ​ແຂວງ ໃຫ້​ຮູ້​ວ່າ: ໃນ​ໄລ­ຍະ 6 ເດືອນ ສົກ​ປີ 2015-2016 ສາ­ມາດ​ດຶງ​ດູດ ການ​ລົງ­ທຶນ​ຂອງ​ເອ­ກະ​ຊົນ​ພາຍໃນ

ແລະ​ຕ່າງ­ປະ­ເທດ ໄດ້​ທັງ​ໝົດ 183 ໂຄງ­ການ, ມູນ​ຄ່າ 318  ຕື້  ກວ່າ​ກີບ, ໃນ​ນັ້ນກິດ­ຈະ­ການ​ສຳ ປະ­ທານ​ມີ 2 ໂຄງ­ການ ມູນ​ຄ່າ ທັງ​ໝົດ 40 ຕື້​ກີບ, ປະ­ກອບ​ມີ​ໂຄງ ການ​ສຳ​ປະ­ທານ​ແຫຼ່ງ​ທ່ອງ​ທ່ຽວ ຕາດ​ຮ້ອຍ​ຄົວ (ເມືອງ​ຈອມ​ເພັດ) ມູນ​ຄ່າ 8 ຕື້​ກີບ ແລະ​ໂຄງ­ການ ຕິດ​ຕັ້ງ​ເຄື່ອງ​ຈັກ​ປັ່ນ​ໄຟ­ຟ້າ​ໃສ່​ຊົນ ລະ​ປະ­ທານ​ນ້ຳ​ແສງ ມູນ​ຄ່າ 32 ຕື້​ກີບ, ນອກ­ຈາກ​ນັ້ນ ຍັງ​ໄດ້​ເຊັນ​ບົດ ບັນ­ທຶກ​ຄວາມ​ເຂົ້າ­ໃຈ (MOU) ຂອງ​ໂຄງ­ການ​ສຳ​ຫຼວດ​ເຂື່ອນ​ໄຟ ຟ້າ​ນ້ຳ​ມິ່ງ, ສຳ­ລັບ ກິດ­ຈະ­ການ​ທົ່ວ ໄປ​ມີ​ທັງ​ໝົດ 181 ໂຄງ­ການ ມູນ ຄ່າ 278 ຕື້​ກວ່າ​ກີບ, ໃນ​ນັ້ນ ການ ລົງ­ທຶນ​ຂອງ​ເອ­ກະ​ຊົນ​ພາຍ​ໃນ​ມີ 160 ໂຄງ­ການ, ມີ​ມູນ​ຄ່າ 219 ຕື້​ກວ່າ​ກີບ, ການ​ລົງ­ທຶນ​ຂອງ​ເອ ກະ​ຊົນ​ຕ່າງ­ປະ­ເທດ ມີ 14 ໂຄງ ການ ມູນ​ຄ່າ 22 ຕື້​ກວ່າ​ກີບ ແລະ ການ​ລົງ­ທຶນ​ຮູບ​ແບບ​ປະ­ສົມ ມີ 7 ໂຄງ­ການ ມູນ​ຄ່າ 37 ຕື້​ກີບ.
     ສ່ວນ​ການ​ລົງ­ທຶນ​ຂອງ​ລັດ​ທີ່ ຂຶ້ນ​ກັບ​ຂັ້ນ​ສູນ​ກາງ​ແຕ່​ມາ​ຈັດ​ຕັ້ງ ປະ­ຕິ­ບັດ ຢູ່​ຂັ້ນ​ແຂວງ: ມີ​ທັງ​ໝົດ 25 ໂຄງ­ການ ມູນ​ຄ່າ 460 ຕື້ ກວ່າ​ກີບ, ມູນ​ຄ່າ​ຊຳ­ລະ​ຜ່ານ​ມາ 124 ຕື້​ກວ່າ​ກີບ ຊຶ່ງ​ໂຄງ­ການ​ດັ່ງ ກ່າວ​ບັນ­ຈຸ​ຢູ່​ໃນ 3 ຂົງ­ເຂດ​ຄື:  ຂົງ­ເຂດ​ເສດ­ຖະ­ກິດ​ມີ 11 ໂຄງ­ການ ມີ​ມູນ​ຄ່າ​ທັງ​ໝົດ 408 ຕື້​ກວ່າ​ກີບ, ມູນ​ຄ່າ​ຊຳ­ລະ​ຜ່ານ​ມາ 111 ຕື້​ກວ່າ​ກີບ, ຂົງ­ເຂດ​ວັດ­ທະ­ນະ­ທຳ-ສັງ­ຄົມມີ 8 ໂຄງ­ການ​ມີ​ມູນ​ຄ່າ​ທັງ​ໝົດ 22 ຕື້​ກວ່າ​ກີບ, ມູນ​ຄ່າ​ຊຳ­ລະ ຜ່ານ​ມາ 4,10 ຕື້​ກີບ, ແລະ​ຂົງ ເຂດ​ສຳ­ນັກ­ງານ​ຫ້ອງ­ການ ແລະອື່ນໆ​ມີ 6 ໂຄງ­ການ ມີ​ມູນ​ຄ່າ​ທັງ ໝົດ 29 ຕື້​ກວ່າ​ກີບ, ມູນ​ຄ່າ​ຊຳ­ລະ ຜ່ານ​ມາ 8,98 ຕື້​ກີບ.
    ສຳ­ລັບ ການ​ຊ່ວຍ­ເຫຼືອ​ລ້າ ແລະ​ກູ້​ຢືມ ໃນ 6 ເດືອນ​ຜ່ານ​ມາ ແຂວງ​ຫຼວງ​ພະ​ບາງ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ລ້າ ແລະ​ກູ້​ຢືມ​ທັງ​ໝົດ 118 ໂຄງ­ການ ມູນ​ຄ່າ 22,7 ລ້ານ​ໂດ​ລາ, ເປັນ​ທຶນ​ຊ່ວຍ­ເຫຼືອ​ລ້າ 114 ໂຄງ­ການ, ມູນ​ຄ່າ 3,7 ລ້ານ​ໂດ​ລາ, ໃນ​ນັ້ນ ທຶນ​ສົມ­ທົບ​ພາຍ​ໃນ 23 ໂຄງ­ການ ມູນ​ຄ່າ 2,34  ແສນ​ໂດ​ລາ ແລະ​ທຶນ​ກູ້​ຢືມ 4 ໂຄງ ການ ມູນ​ຄ່າ 19 ລ້ານ​ໂດ​ລາ.
Ad