Top Ad

header ads

ລົດສະແຕ໋ກເສຍຫຼັກຕຳເຮືອນປະຊາຊົນ ເຈັບສາຫັດ 1 ຄົນ ທີ່ລ້ອງຊານ


ໄຊສົມບູນ 20/7/2016: ເວລາປະມານ 01:45 ວັນທີ 20/7/2016 ໄດ້ເກີດອຸບັດຕິເຫດ ລົດສະແຕກນໍ້າມັນ ທະບຽນກຳແພງນະຄອນ ບຂ 1608 ໄດ້ເສຍຫລັກຕຳເຂົ້າເຮືອນປະຊາຊົນ, ເຮັດໃຫ້ມີຄົນເຈັບສາຫັດ 1 ຄົນ ເຊິ່ງເປັນຜູ້ທີ່ມານຳລົດຄັນດັ່ງກ່າວ (ມານຳກັນທັງໝົດ 3 ຄົນ) ເຊິ່ງພາຍຫຼັງເກີດເຫດ ໂຊເຟີລົດໄດ້ລົບໜີ, ເຈົ້າໜ້າທີ່ກຳລັງຊອກຕາມຫາ. 

ເຈົ້າຂອງເຮືອນຜູ້ເສຍຫາຍແມ່ນ ທ້າວ ວິໄນ, ເຊິ່ງໂຊກດີຕອນເກີດເຫດ ບໍ່ມີໃຜຢູເຮືອນ. ສະພາບຂອງເຮືອນແມ່ນມຸນເສຍຫາຍໜັກ.

ພາບແລະຂ່າວ: ນັກຂ່າວສັນຈອນ ເມືອງລ້ອງຊານ







Cr: tholakhong


Ad