Top Ad

header ads

ເກີດການລະບາດພະຍາດຊະນິດໃໝ່ຢູ່ແຂວງຊຽງຂວາງ, ມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 200 ຄົນ


 ຕາມການລາຍງານຂອງແຫຼ່ງຂ່າວໂຮງໝໍແຂວງຊຽງຂວາງໃນວັນທີ13 ກໍລະກົດນີ້ໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນມາຢູ່ແຂວງຊຽງຂວາງໄດ້ເກີດມີພະຍາດຊະນິດໜຶ່ງລະບາດຂຶ້ນຢ່າງຮ້າຍແຮງ ແລະ ຍັງບໍ່ຮູ້ວ່າພະຍາດຫຍັງຊຶ່ງມາຮອດປັດຈຸບັນພົບຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວຫຼາຍກວ່າ 200 ກໍລະນີແຕ່ຍັງບໍ່ມີຜູ້ເສຍຊີວິດ ແລະ ຂະນະດຽວກັນການຮອງຮັບຄົນເຈັບຂອງໂຮງໝໍແຂວງແມ່ນເກີນຂອບເຂດແລ້ວຊຶ່ງຄົນເຈັບຈຳນວນໜຶ່ງຈຳຕ້ອງນອນຢູ່ນອກລະບຽງ ແລະ ເດີນ ທາງມາປິ່ນປາຢູ່ໂຮງມໍໃນນະຄອນຫຼວງວຽງຈັນກໍມີຜູ້ລາຍງານຂ່າວໃຫ້ຮູ້ວ່າ: ສຳລັບອາການຂອງຄົນເຈັບໃນເບື້ອງຕົ້ນແມ່ນເປັນໄຂ້ຂັ້ນຮຸນແຮງ ແລະ ສົ່ງຜົນກະທົບຕໍ່ຕັບຂອງຜູ້ປ່ວຍຢ່າງໜັກຊຶ່ງມາຮອດປັດຈຸບັນພະແນກສາທາລະນະສຸກແຂວງກໍໄດ້ຮີບຮ້ອນລາຍງານໃຫ້ກະຊວງສາທາລະນະສຸກຮັບຊາບແລ້ວຮັບເພື່ອຫາວິທີຊ່ວຍເຫຼືອພ້ອມທັງໄດ້ເລັ່ງ
ກວດວິເຄາະຫາເຊື້ອພະຍາດ ແລະ ສາເຫດຂອງການຕິດເຊື້ອໃນຄັ້ງນີ້ເພື່ອສາມາດປິ່ນປົວຜູ້ຕິດເຊື້ອໃຫ້ຫາຍຂາດໄດ້,   ພ້ອມໄດ້ລົງແນະນຳໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງໃນເບື້ອງຕົ້ນດ້ວຍການປະຕິບັດຕາມຫຼັກການອະນາໄມ 3ສະອາດໂດຍສະເພາະແມ່ນການກິນ-ຢູ່ໃຫ້ສະອາດແລະ ນຸ່ງຫົ່ມໃຫ້ສະອາດ.



ທີ່ມາ ລາວພັດທະນາ
Ad