Top Ad

header ads

ແຟນບານຕ້ອນຮັບພະເອກຂອງງານພ້ອມກັບແຊມ ຢູໂຣ 2016



ຂຸນພົນທີມຊາດປັອກຕຸຍການຊຸດປະຫວັດສາດທີ່ນຳໂດຍ ຄຣິສຕຽນໂນ ໂຣນັນໂດ ຕ້ອງປຶ້ມຈິດພູມໃຈ ຫຼັງຈາກທີ່ບ້ານເກີດຈັດການຕ້ອນຮັບສຸດຍິ່ງໃຫຍ່ຫຼັງຈາກທີ່ໄດ້ແຊມ ຢູໂຣ 2016 ທັງສີດນ້ຳເປັນສີປະຈຳຊາດຂອງເຮືອບິນ ແລະ ຂຶ້ນລົດເປີດປະທູນແຫ່ອ້ອມເມືອງທ່າມກາງແຟນບານຂອງຊາດ.

ຄຣິສຕຽນໂນ ໂຣນັນໂດ ແລະ ນັກເຕະທີມຊາດປັອກຕຸຍການໄດ້ຮັບການຕ້ອນຮັບຢ່າງຍິ່ງໃຫຍ່ຫຼັງຈາກທີ່ເດີນທາງກັບມານະຄອນລິສບອນເມືອງຫຼວງໃນບ້ານເກີດ ຫຼັງຈາກທີ່ສ້າງຜົນງານອັນຍິ່ງໃຫຍ່ເອົາຊະນະຝຣັ່ງເຈົ້າພາບ 0-1 ໃນຊ່ວງຕໍ່ເວລາພິເສດຫຼັງຈາກທີ່ສະເໝີກັນໃນເວລາ 90 ນາທີ ໄດ້ແຊມບານເຕະຊິງແຊມແຫ່ງຊາດເອີຣົບ ຢູໂຣ 2016 ເມື່ອວັນອາທິດທີ່ຜ່ານມາ.
ເກມຮອບຊິງຊະນະເລີດທີ່ສະໜາມ ສະຕາດ ເດີ ຟຣັອງ ນັ້ນທັບ “ຝອຍທອງ” ຕ້ອງພົບກັບຂ່າວຮ້າຍເມື່ອ ໂຣນັນໂດ ໄດ້ຮັບບາດເຈັບເຂົ່າຈາກຈັງຫວະທີ່ຖືກ ດິມິທຣີ ປາເຢດ ອັດເຕັມໆຈົນເຮັດໃຫ້ຫຼິ້ນຕໍ່ໄປບໍ່ໄດ້ ແລະ ຕ້ອງອອກຈາກສະໜາມຕັ້ງແຕ່ 25 ນາທີທຳອິດ ຂະນະທີ່ຮູບເກມນັ້ນເປັນຝຣັ່ງທີ່ຄອງເກມ ແລະ ມີໂອກາດຫຼາຍກວ່າ ຢ່າງໃດກໍຕາມ ເອແດ ຫົວຫອກສຳຮອງສວມບົດບາດພະເອກຍິງປະຕູໄຊໃນນາທີ 109 ຊ່ວຍໃຫ້ປັອກຕຸຍການໄດ້ແຊມ ຢູໂຣ ໄດ້ເປັນຄັ້ງທຳອິດ ແລະ ຖືເປັນແຊມທົວນາເມັນສຳຄັນຄັ້ງທຳອິດໃນປະຫວັດສາດອີກດ້ວຍ.

ທັງນີ້ທັນທີທີ່ຮອດສະໜາມບິນ ຮຳເບີໂຕ ເດວກາໂດ ນັ້ນມີການສີດນ້ຳສີຂຽວ ແລະ ແດງ ເຊິ່ງເປັນສີປະຈຳຊາດເທິງເຮືອບິນກ່ອນທີ່ ແຟນານໂດ ຊານໂຕສ ນາຍໃຫຍ່ ແລະ ໂຣນັນໂດ ຈະນຳຂະບວນອອກມາພ້ອມກັບຂັນແຊມ ຈາກນັ້ນມີການໃຫ້ນັກເຕະຂຶ້ນລົດເມເຊິ່ງມີຮູບຂອງ ຢູເຊບິໂອ ຕຳນານກອງໜ້າທີມຊາດວາງຢູ່ເທິງໜ້າກະຈົກເປີດປະທູນແຫ່ໄປຕາມຫົນທາງຮອບເມືອງທ່າມກາງແຟນບານທີ່ມາຖ້າຕ້ອນຮັບຢ່າງລົ້ນເຫຼືອ.




ທີ່ມາ ຄິດອອກ
Ad