Top Ad

header ads

ພາບສະຫຍອງ!!!! ລົດເມຕຳໄຟໄຫມ້ລຸກຖ້ວມ ເຜົາທັງເປັນຄົນຈີນ 26ສົບ



ເຫດການສະຫຍອງຂວັນທີ່ໄຕ້ຫວັນລົດເມນັກທ່ອງທ່ຽວຊາວຈີນທັງຄັນລົດເກີດເສຍຫລັກຕຳກັບຂອບທາງ ໄຟລຸກໄຫມ້ຖ້ວມທັງຄັນ ບໍ່ມີໃຜຫລຸດລອດອອກມາໄດ້ເສຍຊີວິດຍົກຄັນລວມ 26ສົບ
ສຳນັກຂ່າວປະເທດຈີນໄດ້ເຜີນແພ່ພາບເຫດການສະເທືອນຂວັນ ລົດທົວໂດຍສານນັກທ່ອງທ່ຽວຊາວຈີນເສຍຫລັກແລ້ວຕຳກັບຂອງທາງຍ່າງແຮງໃນປະເທດໄຕ້ຫວັນກ່ອນຈະເກີດເພີງໄຫມ້ລຸກຖ້ວມທັງຄັນລົດ ບໍ່ມີໃຜສາມາດຫນີລອດອອກມາໄດ້ເຮັດໃຫ້ຜູ້ໂດຍສານ ແລະ ພະນັກງານທົວເສຍຊີວິດທັງຫມົດ


ເຫດການດັ່ງກ່າວເກີດຂື້ນເມື່ອວັນທີ 19ກໍລະກົດທີ່ຜ່ານມາ ບໍລິເວນຖະຫນົນຫລວງຫມາຍເລກ 2ຢູ່ບໍ່ໄກຈາກເດີນບິນນານາຊາດໄຕ້ຫວັນເຖົາຫຍວນລົດທົວໂດຍສານເກີດເສຍຫລັກແລ້ວເຈີດໄປຕຳກັບຮົ້ວຂອງທາງເປັນເຫດໃຫ້ເພີງລຸກ ໄຫມ້ທັງຄັນລົດ ກໍລະນີນີ້ສົ່ງຜົນໃຫ້ນັກທ່ອງທ່ຽວ ແລະ ພະນັກງານທົວເສຍຊີວິດທັງຫມົດປະກອບດວ້ຍນັກທ່ອງທ່ຽວຊາວຈີນ 24ຄົນ ຄົນຂັບລົດ ແລະ ໄກ້ນຳທ່ຽວຊາວໄຕ້ຫວັນ 2ຄົນ ເຈົ້າຫນ້າທີ່ດັບເພີງຈາກທ້ອງຖິ່ນຕ່າງໆຮ່ວມສົມທົບກັນເຂົ້າລະງັບເຫດການດັງກ່າວໂດຍບໍ່ສາມາດຊ່ວຍເຫລືອເຫຍື່ອເອົາໄວ້ໄດ້ຈັກຄົນ ເນື່ອງຈາກເພີງລຸກໄຫມ້ຖ້ວມຄັນລົດໄປຍ່າງໄວວາຕ້ອງໃຊ້ເວລາເກືອບຊົ່ວໂມງຈົນ ກວ່າຈະຄວບຄຸມເພີງໄວ້ໄດ້ ຫລັງເພີງໄຫມ້ສະຫງົບລົງແລ້ວເຈົ້າຫນ້າທີ່ໄດ້ເຂົ້າກວດສອບຕ້ອງພົບກັບພາບສະຫຍອງເຫຍື່ອທຸກຄົນຖືກເຜົາຮ່າງທັງເປັນທັງຫມົດຄັນ ທັງນີ້ຈາກເຫດການດັ່ງກ່າວເກີດຄຳຖາມຂື້ນວ່າເຫດໃດລະບົບຄວາມປອດໄພຂອງລົດໂດຍສານ ຫລືປະຕູສຸກເສີນຂອງລົດເຖິງບໍ່ສາມາດເປີດອອກໄດ້ໃນຊ້ວງທີ່ເກີດເຫດມີເຈົ້າຫນ້າທີ່ພະຍາຍາມຈະທຸບແວ່ນເຂົ້າໄປແຕ່ກໍ່ອາດຈະເຮັດໄດ້ ຂະນະທີ່ສຳນັກງານທ່ອງທ່ຽວຂອງໄຕ້ຫວັນເປີດເຜີຍວ່າ: ນັກທ່ອງທ່ຽວທີ່ເສຍຊີວິດທັງຫມົດເປັນກຸ່ມທີ່ເດີນທາງມາຈາກມົນທົນຫຼຽວຫນິງຂອງປະເທດຈີນ ສຳລັບກໍລະນີດັ່ງກ່າວຍັງຢູ່ໃນລະຫວ່າງການສືບສວນຫາສາເຫດທີ່ແທ້ຈິງຂອງອຸບັດເຫດໃນຄັ້ງນີ້ ນັບເປັນໂສກນາດຕະກຳທາງຖະຫນົນຍ່າງຮຸນແຮງອີກຄັ້ງໃນປະເທດໄຕ້ຫວັນຂະນະທີ່ຕົວແທນປະກັນໄພ ຄຸ້ມຄອງນັກທ່ອງທ່ຽວຂອງໄຕ້ຫວັນໄດ້ອອກມາສະແດງຄວາມຮັບຜິດຊອບຕໍ່ພີ່ນ້ອງຜູ້ເສຍຊີວິດໃນເບື້ອງຕົ້ນ ດ້ວຍການຈ່າຍຄ່າຍຽວຍາໃນກໍລະຍີເສຍຊີວິດຄົນລະ 1.1ລ້ານຫຍວນ 





 ຂໍ້ມູນຈາກ: ເວັບສະຫນຸກ
Ad