Top Ad

header ads

ເຮັດ​ງ່າຍ​​ໆ​! ວິທີ​ກຳຈັດ​ຂົນຂີ້ແຫ້​ ພາຍ​ໃນ​ 2 ນາ​ທີ​



ເຮັດ​ງ່າຍ​​ໆ​! ວິທີ​ກຳຈັດ​ຂົນຂີ້ແຫ້​ ພາຍ​ໃນ​ 2 ນາ​ທີ​
ຂີ້ແຫ້​​ເປັນ​ສ່ວນໜຶ່ງ​ຂອງ​ຮ່າງກາຍ​ ເຈົ້າ​ຄວນ​ເບິ່ງ​ແຍງ​ຂີ້ແຫ້​​ຢ່າງ​ສະຫ​ມ່ຳ​ສະເໝີ​ເພື່ອ​ສຸ​ຂະອະນາໄມ​ທີ່​ດີ​ ຕອນ​ນີ້​ມີ​ຜະລິດຕະພັນ​ສຳລັບ​ເບິ່ງ​ແຍງ​ແລະ​ລະ​ງັບ​ກິ່ນ​ຫຼວງ​ຫຼາຍ​ ແຕ່​ເມື່ອ​ເຫງືອ​ອອກ​ມາ​ມັນ​ເຮັດໃຫ້​ເກີດ​ຄາບ​ເທິງ​ເສື້ອ​ຜ້າ​ຂອງ​ເຈົ້າ​​

ຄົນ​ສ່ວນ​ໃຫຍ່​ຄິດວ່າ​ເມື່ອ​ກຳຈັດ​ຂົນ​ຂີ້ແຫ້​​ອອກ​ຈະ​ຊ່ວຍ​ໃນ​ການ​ຫຼຸດ​ກິ່ນ​ ຈຶ່ງ​ກຳຈັດ​ຂົນ​ຂີ້ແແຫ້​ເປັນ​ປະຈຳ​ແຕ່​ບໍ່​ດົນ​ຂົນ​ກໍ​ຂຶ້ນ​ໃໝ່​ຢ່າງ​ວ່ອງໄວ​

ເຮົາ​ຈະ​ແນະ​ນຳ​ວິທີ​ທຳໝາກຊາດ​ໃນ​ການ​ກຳຈັດ​ຂົນ​ງ່າຍໆ​ ທີ່​ສາມາດ​ປະ​ຫຍັດ​ເງີນ​ຈາກ​ການ​ໄປ​ຮ້ານ​ເສີມ​ສວຍ​ເພື່ອ​ແວ໊ກຂົນ​ອັນ​ແສນ​ເຈັບ​ປວດ​

ວິທີ​ເຫຼົ່າ​ນີ້​ໃຊ້​ສ່ວນ​ປະສົມ​ຈາກ​ທຳໝາກຊາດ​ທັງ​ໝົດ​ ມັນ​ເຕັມ​ໄປ​ດ້ວຍ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ ວິ​ຕາ​ມິນ​ ແລະ​ ແຮ່ທາດ​ທີ່​ຊ່ວຍ​ຖະ​ນຸຖະ​ນອມ​ຜິວ​ຂອງ​ເຈົ້າ​ແລະ​ຊ່ວຍ​ເຮັດໃຫ້​ຜິວ​ຊຸ່ມຊື້ນ​ສົດ​ໃສ​ຂຶ້ນ​ດ້ວຍ​ ໃນ​ທາງ​ກັບ​ກັນ​ຄົນ​ສ່ວນ​ໃຫຍ່​ລືມ​​ວ່າ​ຜິວ​ໜັງ​ເປັນ​ອະໄວຍະວະ​ທີ່​ໃຫຍ່​ທີ່ສຸດ​ຂອງ​ພວກເຂົາ ທີ່​ຈະ​ຕ້ອງ​ໄດ້ຮັບ​ການ​ດູແລຮັກສາ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ​ເຊັ່ນ​ດຽວ​ກັບ​ຫົວ​ໃຈ​ ສະຫມອງ​ ຫມາກໄຂ່ ຫລັງ​ ຫຼື​ ຕັບ​ ມັນ​ສຳຄັນ​ຫຼາຍ​ທີ່​ເຈົ້າ​ຈະ​ໃຊ້​ຫຍັງ​ທາເທິ່ງ​ຜິວ​ຂອງ​ເຈົ້າ​ ຊຶ່ງ​ນຳ​ເຂົ້າໄປ​ສູ່ກ​ະ​ແສ​ເລືອດ​ຂອງ​ເຈົ້າ​
ໝາກະ​ນາວ​ແລະ​ນ້ຳ​ຕານ​ຊາຍ
ຜູ້ຍິງ​ເອ​ເຊຍ​ໃຊ້​ນ້ຳ​ຕານ​ໃນ​ການ​ແວ໊ກຂົນມາ​ດົນ​ຫຼາຍ​ສັດຕະ​ວັດ​ ວິທີ​ນີ້​ງ່າຍ​ແລະ​ມີປະ​ສິດ​ທິ​ພາບ​ຫລາຍ​ ພຽງ​ໃຊ້​ນ້ຳ​ຕານພຽແຕ່​ 2 ບ່ວງໂຕະ​ປະສົມ​ກັບ​ນ້ຳ​ໝາກ​ນາວ​ 1 ບ່ວງ​ໂຕະ​

ຈາກ​ນັ້ນ​ນຳ​ສ່ວນ​ປະສົມ​ນີ້​ມາ​ທາ​ຂີ້ແຫ້​​ແລະ​ປ່ອຍ​ຖິ້ມ​ໄວ້​ປະ​ມານ​ 2-3 ນາ​ທີ​ ເຊັດ​ອອກ​ດ້ວຍ​ຜ້າ​ຊຸບ​ນ້ຳ​ໝາດ​ໆ​ ໃຫ້​ສະ​ອາດ​ ເຮັດ​ຊ້ຳ​ເປັນ​ປະຈຳ​ອາທິດ​ລະ​ 2 ເທື່ອ​ ຂົນ​ຂີ້ແຫ້​​ຂອງ​ເຈົ້າ​ຈະ​ຫຼຸດລົງ​ທຸກ​ເທື່ອ​ທີ່​ເຈົ້າ​ໃຊ້​ການ​ຮັກສາ​ນີ້​
ໄຂ່​ແລະ​ແປ້ງ​ສາລີ​
ໃຊ້​ໄຂ່​ແລະ​ແປ້ງ​ສາລີເຄີ່ງບ່ວງ​ໂຕະ​ມາ​ປະສົມ​ຈົນ​ເປັນເນື້ອ​ດຽວ​ກັນ​ ໃຊ້​ທາ​ຂີ້ແຫ້​​ ຖ້າຈົນ​ກວ່າ​ຈະ​ແຫ້ງ​ແລະ​ລ້າງ​ອອກ​ດ້ວຍ​ນ້ຳ​
ນົມ​ແລະ​ຂີ້​ມິ້ນ​
ໃຊ້​ຂີ້​ມິ້ນ​ 1 ບ່ວງ​ໂຕະ​ແລະ​ນົມ​ 2 ບ່ວງໂຕະ​ປະສົມ​ໃຫ້​ເຂົ້າ​ກັນ​ ໃຊ້​ທາ​ຂີ້ແຫ້ຂອງ​ເຈົ້າ​ປ່ອຍ​ຖິ້ມ​ໄວ້ບຶດໜຶ່ງ​ແລະ​ລ້າງ​ອອກ​ດ້ວຍ​ນ້ຳ​ສະອາດ 


ທີ່ມາ ຄິດອອກ
Ad