Top Ad

header ads

ພຽງແຕ່ມາກ​ໜ້າ​ດ້ວຍ​ສ່ວນ​ປະສົມ​ 2 ຢ່າງ​ນີ້​ ບັນຫາ​ສິວ​ຫົວ​ດຳ​ກໍ​ຈະ​ຫາຍ​ໄປ​ ຜິວ​ໜ້າ​ຈະ​​ໃສ​ຂຶ້ນ​


ເມື່ອ​ເຮົາ​ປະສົມ​ນ້ຳ​ໝາກນາວ​ ແລະ​ ໄຂ່​ຂາວ​ ເຂົ້າ​ນຳກັນ​ ແລ້ວ​ນຳ​ມາ​ມາກ​ໜ້າ​ເພື່ອ​ກຳຈັດ​ສິວ​ຫົວ​ດຳ​ ຜົນ​ລັບ​ທີ່​ອອກ​ມາ​ຈະ​ເຮັດໃຫ້​ເຮົາ​ຮູ້ສືກ​ເຖີງ​ຄວາມ​ປະ​ຫຼາດ​ໃຈ​ໄດ້​ຢ່າງ​ແນ່ນອນ​ ຊຶ່ງ​ໝາກ​ນາວ​ນັບ​ເປັນ​ໜຶ່ງ​ໃນ​ສິ່ງ​ທີ່​ມີ​ສ່ວນ​ຊ່ວຍ​ໃນ​ການ​ກຳຈັດ​ແບັກ​ທີເລຍ ​ແລະ ​ໄຂ​ມັນ​ຂອງ​ເຈົ້າ​ໄດ້​ເປັນ​ຢ່າງ​ດີ​ ມັນ​ຈຶ່ງ​ເປັນ​ສ່ວນໜຶ່ງ​ຂອງ​ຜະລິດຕະພັນ​ຄວາມ​ງາມ​ຕ່າງ​ໆ​ທີ່​ເຮົາ​ພົບ​​ໃນ​ທຸກ​ມື້​ນີ້​ 

ນອກ​ຈາກ​ນັ້ນ​ແລ້ວ​ ມັນຍັງ​ຈະ​ຊ່ວຍ​ຫຼຸດ​ຂະໜາດ​ຂອງ​ຮູຂຸມ​ຂົນ​ ເຮັດໃຫ້​ຜິວ​ໜ້າ​​ໃສຂຶ້ນ ແລະ​ ກຳຈັດ​ສິວ​ເທີງ​ໃບ​ໜ້າ​ຂອງ​ເຈົ້າ​ໄດ້​ເປັນ​ຢ່າງ ​ດີ​ ໃນ​ຂະນະ​ທີ່​ໄຂ່​ຂາວ​ຊ່ວຍ​ໃຫ້​ຜິວ​ຂອງ​ເຮົາ​ໄດ້​ປັບ​ສະພາບ​ດີ​ຂຶ້ນ​ບອກ​ລາ​ ສິວ​ຫົວ​ດຳ

ສ່ວນ​ປະສົມ​

ໄຂ່​ 1 ໜ່ວຍ​ (ເອົາ​ສະເພາະ​ໄຂ່​ຂາວ​)
ນ້ຳ​ໝາກນາວ​ສົດ​ 1 ບ່ວງ​ຊາ​

ເລີ່ມ​ຕົ້ນ​ງ່າຍໆ​ໂດຍ​ການ​ນຳ​ໄຂ່​ຂາວ​ໄປ​ຄົນ​ລວມກັບ​ນ້ຳ​ໝາກນາວ​ ສຳເລັດ​ແລ້ວ​ລ້າງ​ໜ້າ​ດ້ວຍ​ນ້ຳ​ອຸ່ນ​ເພື່ອ​ລ້າງ​ສິ່ງ​ສົກກະປົກ​ແລະ​ເປີດຮູ​ຂຸມ​ຂົນ​ເທີງ​ໃບ​ໜ້າ​ 

ເລີ່ມ​ມາກ​ໜ້າ​ຂອງ​ເຈົ້າ​ໃຫ້​ທົ່ວ​ບໍລິເວນ​ໃບ​ໜ້າ​ ຍົກ​ເວັ້ນແຖວດ​ວງ​ຕາ​ ຖິ້ມ​ໄວ້​ປະ​ມານ​ 20-25 ນາ​ທີ​ ສຳເລັດ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ ​ແລະ​ ທາຄຮີມ​ບຳ​ລຸງ​ຜິວ​​ໃບ​ໜ້າ​ຕາມ​ປົກກະຕິ​ ເທົ່ານີ້​ກໍ​ຈະ​ເຮັດໃຫ້​ສິວ​ຫົວ​ດຳ​ຫຼືສິວ​ສ້ຽນ​ເທີງ​ໃບ​ໜ້າ​ຂອງ​ເຈົ້າ​ ຫຼຸດລົງ​ຢ່າງ​ແນ່ນອນ​ 


ທີ່ມາ http://news.com.la/detail/15823
Ad