Top Ad

header ads

ທະນາຄານໂລກສະໜອງທຶນຫລາຍກວ່າ 32 ຕື້ກີບເພື່ອສະໜັບ ສະໜູນທຸລະກິດຂະໜາດນ້ອຍ ແລະ ກາງຂອງລາວ



    ວັນທີ 15 ກໍລະກົດນີ້ທະນາຄານໄຊງ່ອນເທືອງຕິ່ນ (SacomBank Lao) ແລະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງກະຊວງອຸດສາຫະກຳ ແລະ ການຄ້າໄດ້ລົງນາມສັນຍາການສະໜອງສິນເຊື່ອ ຈຳນວນ 32,5 ຕື້ກີບ (4ລ້ານໂດລາສະຫະ ລັດ)ລະຫວ່າງ ທ່ານ ຟາມ ກວາງ ຟູ ອຳນວຍການໃຫຍ່ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ ແລະ ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງກະຊວງອຸດສາຫະກຳ ແລະ ການຄ້າເພື່ອປ່ອຍເງິນກູ້ຈຳນວນດັ່ງກ່າວໃຫ້ພາກສ່ວນທຸລະກິດຂະໜາດນ້ອຍ ແລະ ກາງໂດຍເນັ້ນໃສ່ການສະໜອງທຶນໃນໄລຍະຍາວ ຫລື ທຶນຄົງທີ່ ໃຫ້ທຸລະກິດເຫລົ່ານັ້ນໄດ້ມີທຶນໝູນພາຍໃນທຸລະກິດ.

          ການສະໜອງທຶນຄັ້ງນີ້ ເປັນການສ້າງເງື່ອນໄຂໃຫ້ແກ່ທະນາຄານດັ່ງກ່າວ ໃນການສະໜອງສິນເຊື່ອໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂອບເຂດເງື່ອນໄຂ ແລະ ມີອັດຕາດອກເບ້ຍທີ່ສົມເຫດສົມຜົນເຮັດໃຫ້ທຸລະກິດດັ່ງກ່າວ ສາມາດເຂົ້າເຖິງແຫລ່ງທຶນໄດ້ຫລາຍຂຶ້ນສຳລັບເງື່ອນໄຂການປ່ອຍກູ້ແມ່ນ: ຕ້ອງເປັນຫົວໜ່ວຍວິສາຫະກິດທີ່ມີຈຳນວນແຮງງານຕຳກວ່າ 99 ຄົນພ້ອມທັງມີຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມວົງເງິນແມ່ນບໍ່ເກີນ 2 ແສນໂດລາສະຫະລັດສຳລັບທຶນໄລຍະສັ້ນ (ທຶນໝູນວຽນ) ດອກເບ້ຍແມ່ນ 30% ແລະ ທຶນໄລຍະຍາວ (ທຶນຄົງທີ່) 70%.

ທະນາຄານ ໄຊງ່ອນ ເປັນທະນາຄານແຫ່ງທີ 3 ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການ ການເຂົ້າເຖິງແຫລ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SME Axxess to Finance Project), ໄລຍະຜ່ານມາທາງໂຄງການດັ່ງກ່າວ ໄດ້ຄັດເລືອກ ແລະ ເຊັນສັນຍາສະໜອງທຶນໃຫ້ກັບ 2 ທະນາຄານແລ້ວຄື: ທະນາຄານລາວຈີນ ຈຳກັດ ແລະ ທະນາຄານ ເອັສທີ ຈຳກັດ.



ທີ່ມາ ລາວພັດທະນາ
Ad